ລຸກຊຳບວກສືບຕໍ່ສະໜັບສະໜູນໂຄງການພັດທະນາໃນລາວ
 
ລັດຖະບານລາດຊະອານາຈັກລຸກຊຳບວກ ໄດ້ຕົກລົງສືບຕໍ່ການຊ່ວຍເຫຼືອ 11.7 ລ້ານກວ່າຢູໂຣ ໃນການຈັດຕັ້ງປະຕິບັດໂຄງການພັດທະນາໃນລາວ.
ມື້ວານນີ້ ລຸກຊຳບວກໄດ້ລົງນາມໃນສາມຂໍ້ຕົກລົງກັບກະຊວງແຜນການ ແລະ ການລົງທຶນ ເພື່ອສືບຕໍ່ການຊ່ວຍເຫຼືອລາວ ໃນການປະຕິບັດເປົ້າໝາຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
 ໂຕະຂ່າວວຽງຈັນທາມສ໌
 
          