ທະນາຄານ ICBC ບໍລິຈາກອຸປະກອນຄັອມພິວເຕີໃຫ້ແກ່ໂຮງຮຽນໃນນະຄອນຫຼວງວຽງຈັນ

(ຂປລ) ທະນາຄານອຸດສາຫະກຳແລະກ້ານຄ້າແຫ່ງປະເທດຈີນ ຈຳກັດ (ICBC) ໄດ້ມອບເຄື່ອງຄັອມພິວເຕີຕັ້ງໂຕະ 30 ໜ່ວຍ ແລະ ຄັອມພິວເຕີມືຖືສາມໜ່ວຍໃຫ້ກະຊວງສຶກສາທິການ ແລະ ກິລາ ເພື່ອແຈກຢາຍໃຫ້ແກ່ໂຮງຮຽນປະຖົມ ແລະ ມັດທະຍົມ 11 ແຫ່ງໃນນະຄອນຫຼວງວຽງຈັນ.

ພິທີມອບເຄື່ອງບໍລິຈາກດັ່ງກ່າວໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນໃນວັນທີ 27 ສິງຫານີ້ ລະຫວ່າງທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຊຸນ ເຟັງ ເລີ່ຍ ຜູ້ອຳນວຍການໃຫຍ່ທະນາຄານ ICBC.

ອ່ານຕໍ່…

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47790