ຂປລ-ຂ່າວສານປະເທດລາວ

“ຈຳປາບານ” ໄດ້ຮັບລາງວັນຮູບເງົາດີເດັ່ນ ໃນບຸນມະໂຫລານຮູບເງົາສາກົນໄມອາມີ

(ຂປລ) “ຈຳປາບານ” ຮູບເງົາລາວ-ຈີນເລື່ອງທຳອິດ ໄດ້ຮັບລາງວັນຮູບເງົາທີ່ສ້າງຈາກການຮ່ວມມືດີເດັ່ນ ທີ່ງານບຸນມະໂຫລານຮູບເງົາສາກົນໄມອາມີ ເຊິ່ງຈັດຂຶ້ນຢູ່ອາເມລິກາ ແຕ່ວັນທີ 4-7 ມິຖຸນາ 2018.ອ່ານຕໍ່ ...

ສຸກທະວີ ເທບພະວົງ

ຫຼາຍກວ່າ 2,500 ບ້ານໄດ້ຮັບຜົນປະໂຫຍດຈາກກອງທຶນຫຼຸດຜ່ອນຄວາມທຸກຍາກ

ກວ່າ 2,500 ບ້ານ ໃນທ້ອງຖິ່ນຊົນນະບົດໃນ 55 ເມືອງໄດ້ຮັບຜົນປະໂຫຍດຈາກກອງທຶນຫຼຸດຜ່ອນຄວາມທຸກຍາກ ນັບແຕ່ປີ 2002 ເປັນຕົ້ນມາ.ອ່ານຕໍ່ ...

ຂປລ

ສະພາແຫ່ງຊາດອະນຸມັດການດັດແກ້ກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງດ້ານເສດຖະກິດ

(ຂປລ) ໃນວັນທີ 22 ມິຖຸນາທີ່ຜ່ານມາ ສະມາຊິກສະພາແຫ່ງຊາດໄດ້ອະນຸມັດການດັດແກ້ກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງດ້ານເສດຖະກິດ ເພື່ອສົ່ງເສີມການສ້າງເງື່ອນໄຂສະດວກສຳລັບການລົງທຶນ.ອ່ານຕໍ່ ...

ຂປລ

ຮອງນາຍົກຊຸກຍູ້ບໍ່ໃຫ້ມີຂໍ້ບົກພ່ອງໃນໂຄງການທາງລົດໄຟ ລາວ-ຈີນ

(ຂປລ) ທ່ານ ບຸນທອງ ຈິດມະນີ ຮອງນາຍົກ ໄດ້ຊຸກຍູ້ພະນັກງານທະຫານ ແລະ ຕຳຫຼວດ ໃນການຮັບໃຊ້ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເພື່ອຮັບປະກັນບໍ່ໃຫ້ເກີດມີຂໍ້ບົກພ່ອງໃນໂຄງການ.ອ່ານຕໍ່ ...

ຂປລ

ບໍລິສັດເອັມເອັມຈີຕົກລົງຂາຍຫຸ້ນລ້ານຊ້າງມິນເນີໂຣ ເຊໂປນ

(ຂປລ) ໃນວັນທີ 21 ມິຖຸນາ ບໍລິສັດເອັມເອັມຈີຈຳກັດ (MMG) ໄດ້ຕົກລົງຂາຍຫຸ້ນ 90% ຂອງບໍລິສັດລ້ານຊ້າງມິນເນີໂຣ (LXML) ເຈົ້າຂອງບໍ່ຄຳເຊໂປນ ສປປ ລາວ ໃຫ້ແກ່ບໍລິສັດຂຸດຄົ້ນບໍ່ຄຳ ຊີເຟັງ ຈີຫຼົງ (ຊີເຟັງ) ຈຳກັດ ໃນມູນຄ່າ 275 ລ້ານໂດລາສະຫະລັດ.ອ່ານຕໍ່ ...

ຂປລ

ເອັມອາຊີ ແລະ ໄຈກາ ເລີ່ມການຄົ້ນຄວ້າວິໄຈໃນການຮັກສາປ່າໄມ້ ເພື່ອປັບປຸງການຄຸ້ມຄອງອ່າງແມ່ນ້ຳຂອງ

(ຂປລ) ຄະນະກຳມາທິການແມ່ນ້ຳຂອງ (ເອັມອາຊີ)  ແລະ ອົງການຮ່ວມມືສາກົນຍີ່ປຸ່ນ (ໄຈກາ) ໄດ້ເລີ່ມການຄົ້ນຄວ້າວິໄຈຮ່ວມ ກ່ຽວກັບການປົກປັກຮັກສາປ່າໄມ້ ແລະ ການຄຸ້ມຄອງອ່າງແມ່ນ້ຳຂອງໃນເຂດອ່າງແມ່ນ້ຳຂອງຕອນລຸ່ມ ເພື່ອເປັນສ່ວນໜຶ່ງໃນການປັບປຸງການຄຸ້ມຄອງ ແລະ ປົກປັກຮັກສາສະພາບແວດລ້ອມຂອງອ່າງແມ່ນ້ຳຂອງ.ອ່ານຕໍ່ ...

ຂປລ

ລັດຖະບານອາເມລິກາສົ່ງເສີມທຸລະກິດໄໝໃນ ສປປ ລາວ

(ຂປລ) ອົງການເພື່ອການພັດທະນາສາກົນຂອງສະຫະລັດອາເມລິກາ (ຢູເສດ) ຮ່ວມມືກັບກະຊວງອຸດສາຫະກຳ ແລະ ການຄ້າ ຈັດຝຶກອົບຮົມກ່ຽວກັບການຍ້ອມສີທຳມະຊາດ ແລະ ການຕະຫຼາດຍຸກດິຈິຕອລ ສຳລັບຜູ້ປະກອບການແມ່ຍິງ ໃນວັນທີ 28 ພຶດສະພາ-15 ມິຖຸນາ ຢູ່ແຂວງຊຽງຂວາງ ແລະ ແຂວງຫົວພັນ.ອ່ານຕໍ່ ...

ບັນນາທິການ ຂປລ

ສະເໜີໃຫ້ລັດຖະບານນຳໃຊ້ຄັງສຳຮອງເພື່ອກົດລາຄານ້ຳມັນທີ່ດີດຕົວ

(ຂປລ) ນັກເສດຖະສາດສະເໜີໃຫ້ລັດຖະບານນຳໃຊ້ຄັງສຳຮອງຕ່າງປະເທດເພື່ອກົດລາຄານ້ຳມັນເຊື້ອໄຟທີ່ຖີບຕົວສູງຂຶ້ນ ທັງເຕືອນວ່າການເພີ່ມຂຶ້ນຂອງລາຄານ້ຳມັນດັ່ງກ່າວອາດເຮັດໃຫ້ເກີດໄພເງິນເຟີ້.ອ່ານຕໍ່ ...

ຂປລ

ກວ່າ 1 ໃນ 20 ຂອງຊາວໜຸ່ມຍິງ ບໍ່ມີໂອກາດເຂົ້າໂຮງຮຽນ

(ຂປລ) ຕາມບົດຄົ້ນຄວ້າຂອງສະຫະປະຊາຊາດ, ຫຼາຍກວ່າ 1 ໃນ 20 ຂອງແມ່ຍິງໜຸ່ມນ້ອຍບໍ່ມີໂອກາດເຂົ້າໂຮງຮຽນ ແລະ 1 ໃນ 5 ຈຳຕ້ອງລາອອກຈາກໂຮງຮຽນ. ໃນການຄົ້ນຄວ້າເຊິ່ງດຳເນີນໂດຍກອງທຶນສະຫະປະຊາຊາດເພື່ອປະຊາກອນ ພົບວ່າເກືອບ 2 ໃນ 10 ຂອງເດັກຍິງອາຍຸແຕ່ 15-19 ປີໄດ້ແຕ່ງງານ ແລະ ຫຼາຍກວ່າ 1 ໃນ 10 ຂອງເດັກຍິງອາຍຸແຕ່ 15-19 ໄດ້ເລີ່ມລ້ຽງລູກ.ອ່ານຕໍ່ ...

ຂປລ

ຈີນ, ລາວ ຈະສົ່ງເສີມການສ້າງຊຸມຊົມຮ່ວມອະນາຄົດ

ປັກກິ່ງ, 30​ພຶດສະພາ (ຊິນຫົວ/ຂປລ) — ໃນວັນພຸດທີ່ຜ່ານມານີ້ ຈີນ ແລະ ລາວໄດ້ຕົກລົງສົ່ງເສີມການສ້າງຊຸມຊົນຮ່ວມອະນາຄົດ ເພື່ອບັນລຸບາດກ້າວໃໝ່.ອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

LmWhs
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!