ຂປລ-ຂ່າວສານປະເທດລາວ

ນ້ຳຫາອຸດທະຍານມໍລະດົກອາຊຽນສົ່ງເສີມວີຊີດີໄມ້ໄຜ່ລຽບເຂດກັນຊົນ

(ຂປລ) ໄມ້ໄຜ່ແມ່ນເຄື່ອງປ່າຂອງດົງຊະນິດໜຶ່ງທີ່ມີຄວາມສຳຄັນຕໍ່ການດຳລົງຊີວິດຂອງປະຊາຊົນທີ່ທຸກຍາກໃນ ສປປ ລາວ. ນອກເໜືອຈາກຈຸດປະສົງການນຳໃຊ້ໃນການດຳລົງຊີວິດ (ໜໍ່ໄມ້ເພື່ອບໍລິໂພກ, ວັດສະດຸການກໍ່ສ້າງ) ໄມ້ໄຜ່ຍັງມີຄຸນຄ່າທາງດ້ານເສດຖະກິດ.ອ່ານຕໍ່ ...

ສຸວັນເພັງ

ລັດຖະມົນຕີພະລັງງານກ່າວສາເຫດສັນເຂື່ອນແຕກແມ່ນຍ້ອນການກໍ່ສ້າງຕ່ຳກວ່າມາດຕະຖານ

(ຂປລ) ທ່ານ ຄຳມະນີ ອິນທິລາດ ກ່າວຕໍ່ສື່ມວນຊົນທີ່ວຽງຈັນໃນວັນພະຫັດນີ້ວ່າ ການພັງຂອງສັນເຂື່ອນ D ຂອງໂຄງການເຂື່ອນໄຟຟ້ານ້ຳຕົກເຊນ້ຳນ້ອຍ-ເຊປຽນ ຄັ້ງວັນທີ່ 23 ກໍລະກົດ ແມ່ນມີສາເຫດມາຈາກການກໍ່ສ້າງຕ່ຳກວ່າລະດັບມາດຕະຖານ. ສັນເຂື່ອນດັ່ງກ່າວໄດ້ພັງລົງໃນເວລາ 20.00 ຂອງວັນຈັນ ວັນທີ 23 ກໍລະກົດ ສົ່ງຜົນໃຫ້ນ້ຳປະລິມານ 0.5 ຕື້ແມັດກ້ອນໄຫຼຖ້ວມເຮືອນຊານປະຊາຊົນຈຳນວນຫຼວງຫຼາຍ ໃນຕອນໃຕ້ຂອງເມືອງສະໜາມໄຊ. ມາຮອດວານນີ້ ຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ 27 ຄົນ ແລະ ອີກ 131 ຄົນຍັງສູນຫາຍ.ອ່ານຕໍ່ ...

ຂປລ

ລັດຖະບານປະເທດຕ່າງໆໃຫ້ການຊ່ວຍເຫຼືອຜູ້ປະສົບເຄາະນ້ຳຖ້ວມໃນລາວ

(ຂປລ) ລັດຖະບານຫຼາຍປະເທດໄດ້ເພີ່ມການຊ່ວຍເຫຼືອ ທັງສັນຍາຈະເພີ່ມທະວີການຊ່ວຍເຫຼືອບັນເທົາທຸກ ສຳລັບຜູ້ປະສົບເຄາະໄພນ້ຳຖ້ວມທີ່ແຂວງອັດຕະປື ພາກໃຕ້ຂອງລາວ.ອ່ານຕໍ່ ...

ຂປລ

ບີຊີອີແອວ ວັນຮາດອຳນວຍຄວາມສະດວກໃນການບໍລິຈາກເພື່ອຊ່ວຍເຫຼືອຜູ້ປະສົບເຄາະ

(ຂປລ) ທະນາຄານການຄ້າຕ່າງປະເທດລາວ ຫຼື ທຄຕລ/ບີຊີອີແອວ ໄດ້ລິເລີ່ມໂຄງການເພື່ອຊ່ວຍເຫຼືອສັງຄົມແບບຮ່ວມແຮງຮ່ວມໃຈ ທີ່ມີຊື່ວ່າ ບີຊີອີແອວວັນຮາດ ສຳລັບລະດົມທຶນເພື່ອຊ່ວຍເຫຼືອຜູ້ປະສົບເຄາະທີ່ແຂວງອັດຕະປື ແລະເພື່ອຈຸດປະສົງດ້ານການກຸສົນອື່ນໆ.ອ່ານຕໍ່ ...

ຂປລ

ມາເລເຊຍຊ່ວຍຍົກລະດັບພະນັກງານວິຊາການລາວ

(ຂປລ) ພະນັກງງານລາວກວ່າ 2,000 ຄົນໄດ້ຮັບຜົນປະໂຫຍດຈາກໂຄງການຕ່າງໆທີ່ດຳເນີນໂດຍ ໂຄງການຮ່ວມມືດ້ານວິຊາການຂອງມາເລເຊຍ (MTCP) ນັບຕັ້ງແຕ່ປີ 1980 ເປັນຕົ້ນມາ.ອ່ານຕໍ່ ...

ຂປລ

ນາຍົກງົດກອງປະຊຸມປະຈຳເດືອນ, ນຳພາຄະນະລັດຖະບານຕິດຕາມໄພນ້ຳຖ້ວມທີ່ສະໜາມໄຊ

(ຂປລ) ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສັ່ງງົດກອງປະຊຸມປະຈຳເດືອນຕາມແຜນຂອງລັດຖະບານສຳລັບເດືອນສິງຫາ ແລະ ນຳພາສະມາຊິກຄະນະລັດຖະບານ ແລະ ພະນັກງານການນຳ ເດີນທາງໄປເມືອງສະໜາມໄຊ ເພື່ອຕິດຕາມພາລະກິດກູ້ໄພ ແລະ ບັນເທົາທຸກສຳລັບຜູ້ປະສົບເຄາະຈາກໄພນ້ຳຖ້ວມ. ການພັງທະລາຍຂອງສັນເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍໃນວັນຈັນນີ້ ໄດ້ເຮັດໃຫ້ເກີດນ້ຳຖ້ວມກະທັນຫັນໃນຫົກບ້ານຂອງເມືອງສະໜາມໄຊ ຄື ບ້ານໃຫຍ່ແທ້, ບ້ານຫີນລາດ, ບ້ານໃໝ່, ບ້ານທ່າແສງຈັນ ແລະ ບ້ານສະໝອງ. ເຊິ່ງບ້ານຫີນລາດ ແລະ ບ້ານໃໝ່ໄດ້ຮັບຜົນກະທົບໜັກກວ່າໝູ່.ອ່ານຕໍ່ ...

ຂປລ

ຄ່າຊົດເຊີຍທາງດ່ວນວຽງຈັນຄາດຄະເນຕົກປະມານບໍ່ຕ່ຳກ່ວາ 40 ລ້ານໂດລາສະຫະລັດ

(ຂປລ) ມີການຄາດຄະເນຄ່າຊົດເຊີຍສຳລັບການສູນເສຍຊັບສິນ ແລະ ບ້ານເຮືອນຂອງປະຊາຊົນ ເພື່ອປູທາງສຳລັບການພັດທະນາເສັ້ນທາງດ່ວນວຽງຈັນ ເຊິ່ງຈະຕັດຂະໜານກັບຖະໜົນໄກສອນພົມວິຫານ ຈະຕົກຢູ່ປະມານ 40 ລ້ານໂດລາສະຫະລັດເປັນຢ່າງຕ່ຳ.ອ່ານຕໍ່ ...

ຂປລ

ຄະນະສົນທິສັນຍາຢູເອັນ ພິຈາລະນາບົດລາຍງານກ່ຽວກັບສິດທິມະນຸດຂອງລາວ

(ຂປລ) ຄະນະຜູ້ແທນລາວ ນຳໂດຍທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ປະທານຄະນະກຳມະການກວດກາແຫ່ງຊາດດ້ານສິດທິມະນຸດ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 23 ວ່າດ້ວຍສິດທິມະນຸດຂອງອົງການສະຫະປະຊາຊາດ ທີ່ນະຄອນເຈັນນີວາ ຄັ້ງວັນທີ 11-12 ກໍລະກົດ 2018 ເພື່ອປຶກສາຫາລືບົດລາຍງາຍເບື້ອງຕົ້ນຂອງ ສປປ ລາວ ພາຍໃຕ້ກະຕິກາລະຫວ່າງປະເທດວ່າດ້ວຍສິດທິພົນລະເມືອງ ແລະ ສິດທິທາງການເມືອງ (ICCPR)  ເຊິ່ງລາວໄດ້ຮ່ວມເປັນສະມາຊິກແຕ່ປີ 2009.ອ່ານຕໍ່ ...

ຂປລ

ບໍລິສັດຜະລິດເຫຍື້ອເຈ້ຍແຫ່ງທຳອິດໃນລາວທົດລອງທຳການຜະລິດ

(ຂປລ) ບໍລິສັດຊັນເປເປີໂຮລດິງລາວ ບໍລິສັດຜະລິດເຫຍື້ອເຈ້ຍແຫ່ງທຳອິດໃນ ສປປ ລາວ ໄດ້ເລີ່ມຂະບວນການທົດລອງການຜະລິດໄລຍະສາມເດືອນ ຫຼັງຈາກໃຊ້ເວລາສິບປີໃນການດຳເນີນການສຶກສາຄວາມເປັນໄປໄດ້, ການປູກຕົ້ນວິກ ແລະ ການສ້າງໂຮງງານຜະລິດເຫຍື້ອເຈ້ຍ. ບໍລິສັດໄດ້ລົງທຶນຈຳນວນ 432 ລ້ານໂດລາສະຫະລັດໃນການກໍ່ສ້າງໂຮງງານເຈ້ຍດັ່ງກ່າວ ພ້ອມດ້ວຍອຸປະກອນ ແລະ ເຄື່ອງຈັກທີ່ທັນສະໄໝລະດັບໂລກ. ການກໍ່ສ້າງໃຊ້ເວລາ 16 ເດືອນ.ອ່ານຕໍ່ ...

ຂປລ

ລາວ ແລະ ຄູ່ຮວມພັດທະນາຈະທົບທວນຄວາມຄືບໜ້າໃນການພັດທະນາປະເທດໃນທ້າຍເດືອນພະຈິກ

(ຂປລ) ກອງປະຊຸມໂຕະມົນປະຈຳປີ ເພື່ອທົບທວນໄລຍະເຄິ່ງພາກຂອງການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 8 ແລະ ຄວາມຄືບໜ້າໃນການພັດທະນາແບບຍືນຍົງ ແລະ ປະສິດທິພາບໃນການຮ່ວມພັດທະນາ ຈະຈັດຂຶ້ນຢູ່ວຽງຈັນໃນທ້າຍເດືອນພະຈິກ 2018.ອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

5KFG9
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!