ຂປລ-ຂ່າວສານປະເທດລາວ

ມາເລເຊຍຈັດງານ "ນິທັດສະການການສຶກສາໃນມາເລເຊຍ 2018"

(ຂປລ) ສະຖານທູດມາເລເຊຍ ວຽງຈັນ ສປປ ລາວ ຮ່ວມກັບອົງການການສຶກສາມາເລເຊຍຈັດ “ນິທັດສະການການສຶກສາໃນມາເລເຊຍ 2018” ທີ່ໂຮງຮຽນມັດທະຍົມສົມບູນວຽງຈັນ ໃນວັນທີ 8 ກັນຍາ 2018. ເຂົ້າຮ່ວມໃນງານດັ່ງກ່າວມີແຂກ ແລະ ຜູ້ເຂົ້າຮ່ວມກວ່າ 400 ຄົນ ເຊິ່ງລວມມີລັດຖະກອນ, ຫົວໜ້າອຳນວນການໂຮງຮຽນ, ອຳນວຍການວິທະຍາໄລ, ທີ່ປຶກສານັກຮຽນ, ພະນັກງານ ແລະ ນັກຮຽນນັກສຶກສາຈາກສະຖາບັນຕ່າງໆໃນລາວ.ອ່ານຕໍ່ ...

ຂປລ

IFC ສືບຕໍ່ສະໜັບສະໜູນ ສປປ ລາວ ໃນການປັບປຸງບັນຍາການການລົງທຶນ, ການສົ່ງເສີມການຂະຫຍາຍຕົວແບບຍືນຍົງ ແລະ ທົ່ວເຖິງ

(ຂປລ) ອົງການ IFC, ສະມາຊິກກຸ່ມທະນາຄານໂລກ ເລັ່ງມືໃນການສະໜັບສະໜູນລັດຖະບານລາວເພື່ອປັບປຸງບັນຍາກາດການລົງທຶນ ແລະ ການເຮັດທຸລະກິດໃນລາວ. ສະພາບແວດລ້ອມການລົງທຶນທີ່ໂປ່ງໃສ ແລະ ສາມາດເຊື່ອຖືໄດ້ຈະຊ່ວຍດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI), ສ້າງວຽກເຮັດງານທຳ ແລະ ສົ່ງເສີມການຂະຫຍາຍຕົວແບບທົ່ວເຖິງ.ອ່ານຕໍ່ ...

KPL

ສະຫະລາດຊະອານາຈັກສືບຕໍ່ໃຫ້ການຊ່ວຍເຫຼືອໃນການເກັບກູ້ລະເບີດທີ່ຍັງບໍ່ທັນແຕກໃນລາວ

(ທ່ານ ມາກ ຟິວ ລັດຖະມົນຕີຕ່າງປະເທດອາຊີ ແລະ ປາຊິຟິກ ແຫ່ງລາດຊະອານາຈັກ)(ຂປລ) ໃນລະຫວ່າງການການຢ້ຽມຢາມລາວຄັ້ງທຳອິດໃນຫວ່າງບໍ່ດົນມານີ້ ຂ້າພະເຈົ້າໄດ້ຮັບຮູ້ພາບລວມກ່ຽວກັບສະພາບການເກັບກູ້ລະເບີດທີ່ຍັງບໍ່ທັນແຕກໃນລາວຈາກອົງການເກັບກູ້ລະເບີດແມັກ (ແມັກ) ແລະ ອົງການຮາໂລທຣັສ໌ (ຮາໂລ) ນອນນີ້ ຂ້າພະເຈົ້າຍັງໄດ້ໄປຢ້ຽມຢາມສູນຂໍ້ມູນຂ່າວສານຂອງອົງການເກັບກູ້ລະເບີດລາວທີ່ແຂວງຫຼວງພະບາງ ເພື່ອຮຽນຮູ້ກ່ຽວກັບການປະຕິບັດການເກັບກູ້ລະເບີດ. ມັນເປັນເລື່ອງທີ່ໜ້າສະເທືອນໃຈທັັງໆທີ່ປະເທດລາວໄດ້ຮັບເອກະລາດມາຫຼາຍທົດສະວັດ ແຕ່ປະຊາຊົນລາວຈຳນວນໜຶ່ງຍັງຄົງລົ້ມຕາຍ ແລະ ໄດ້ຮັບບາດເຈັບຈາກລະເບີດທີ່ຍັງບໍ່ທັນແຕກທີ່ຍັງຄົງຄ້າງ ແລະ ຖືກລືມເລືອນ, ຜູ້ປະສົບເຄາະສ່ວນໃຫຍ່ແມ່ນໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານທີ່ມາຈາກລະເບີດຕໍ່ຕ້ານຂ້າເສິກ.ໃນມື້ນີ້ ລັດຖະບານອັງກິດຢືນຢັນການສືບຕໍ່ຊ່ວຍເຫຼືອພາຍໃຕ້ໂຄງການເກັບກູ້ລະເບີດໂລກຄັ້ງທີສອງຕໍ່ກັບອົງການຮາໂລ ແລະ ແມັກ ເປັນມູນຄ່າລວມເກືອບ 46 ລ້ານປອນອັງກິດ ເພື່ອສະໜັບສະໜູນບັນດາໂຄງການເກັບກູ້ລະເບີດທົ່ວອາຟຣິກາ ແລະ ອາຊີ ເຊິ່ງເປັນສ່ວນໜຶ່ງຂອງສັນຍາການຊ່ວຍເຫຼືອຈຳນວນ 100 ລ້ານປອນໃນວຽກງານເກັບກູ້ລະເບີດພາຍໃນປີ 2020.ອ່ານຕໍ່ ...

ຂປລ

ນາຍົກຍົກຄວາມສຳເລັດອັນພົ້ນເດັ່ນຂອງໂຄງການໄຟຟ້ານ້ຳເທີນ 2

(ຂປລ) ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພິຈາລະນາໂຄງການເຂື່ອນໄຟຟ້ານ້ຳຕົກຂະໜາດໃຫຍ່, ເຂື່ອນໄຟຟ້ານ້ຳເທີນ 2, ເປັນຕົວຢ່າງທີ່ດີໃນແງ່ຂອງການພັດທະນາປະເທດຊາດ, ການສ້າງລາຍຮັບແຫ່ງງຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມ.ອ່ານຕໍ່ ...

ຂປລ

ລັດຖະບານສິງກະໂປໃຫ້ທຶນຝຶກອົບຮົມດ້ານທັກສະພາສາອັງກິດສຳລັບລັດຖະກອນ

(ຂປລ) ກະຊວງການຕ່າງປະເທດສິງກະໂປໃຫ້ທຶນການຝຶກອົບຮົມສຳລັບລັດຖະກອນລາວຈຳນວນ 31 ຄົນ ໃນຫຼັກສູດ “ພາສາອັງກິດພື້ນຖານ ແລະ ທັກສະໃນການສື່ສານ” ແຕ່ວັນທີ 13 ຫາ 31 ສິງຫາ 2018 ທີ່ຜ່ານມາ.ອ່ານຕໍ່ ...

ລັດຖະບານລາວໃຫ້ຄຳໝັ້ນໃນການຈັດການການຄ້າຂາຍສັດປ່າຜິດກົດໝາຍໃນກອງປະຊຸມຂ້າມປະເທດພາກພື້ນລຸ່ມແມ່ນ້ຳຂອງ

(ຂປລ) ອົງການອະນຸລັກສິ່ງແວດລ້ອມ WWF (ໃນວັນທີ 6 ກັນຍາ) ໄດ້ສະແດງຄວາມຍິນດີຕໍ່ລັດຖະບານລາວໃນການຈັດກອງປະຊຸມລະດັບພາກພື້ນທີ່ສຳຄັນກ່ຽວກັບການຄ້າສັດປ່າຂ້າມຊາຍແດນຜິດກົດໝາຍ ແລະ ຕໍ່ຄຳໝັ້ນຂອງລາວທີ່ຈະຈັດການກັບອາດຊະຍາກຳການຄ້າສັດປ່າ ເຊິ່ງສ້າງໄພຄຸກຄາມຕໍ່ພັນສັດປ່າໃກ້ສູນພັນ ເຊັ່ນ ຊ້າງ, ເສືອ, ໝີ ແລະ ລິ່ນ.ອ່ານຕໍ່ ...

ຂປລ

ເຈົ້າໜ້າທີ່ເກືອບ 20 ຄົນໄດ້ຮັບການຝຶກອົບຮົມກ່ຽວກັບເຕັກນິການສືບສວນອຸບັດຕິເຫດເຮືອບິນ

(ຂປລ) ກະຊວງການຕ່າງປະເທດສິງກະໂປໄດ້ໃຫ້ທຶນສຳລັບຫຼັກສູດຝຶກອົບຮົມໜຶ່ງອາທິດກ່ຽວກັບ “ເຕັກນິກການສຶບສວນອຸບັດຕິເຫດເຮືອບິນ” ສຳລັບເຈົ້າໜ້າທີ່ລາວຈຳນວນ 19 ຄົນແຕ່ວັນທີ 27-31 ສິງຫາ 2018 ທີ່ຜ່ານມາ.ອ່ານຕໍ່ ...

ຂປລ

ບໍລິສັດຈີເຟັງ ເຈົ້າຂອງໃໝ່ບໍ່ຄຳເຊໂປນ ມອບເຄື່ອງມືກູ້ໄພໃຫ້ແຂວງສະຫວັນນະເຂດ ແລະ ເມືອງວິລະບູລີ

(ຂປລ) ໃນວັນທີ 31 ສິງຫາທີ່ຜ່ານມາ ບໍລິສັດຂຸດຄົ້ນບໍ່ຄຳຈີເຟັງຈີຫຼົງ ຫຼືເອີ້ນສັ້ນໆວ່າບໍລິສັດຈີເຟັງ ເຈົ້າຂອງໃໝ່ກິດຈະການບໍລິສັດຂຸດຄົນບໍ່ແຮ່ລ້ານຊ້າງມິເນໂຣຈຳກັດ ໄດ້ມອບລົດກູ້ໄພສຸກເສີນສອງຄັນ ພ້ອມດ້ວຍອຸປະກອນການກູ້ໄພ ລວມມູນຄ່າ 100,000 ໂດລາສະຫະລັດ ໃຫ້ແກ່ມູນນິທິກູ້ໄພແຂວງສະຫວັນນະເຂດ ແລະ ໂຮງໝໍເມືອງວິລະບູລີ.ອ່ານຕໍ່ ...

ຂປລ

ການຮ່ວມມືຝຣັ່ງຍັງຄົງກ່ຽວຂ້ອງເລິກເຊິ່ງກັບຫ້ອງຮຽນສອງພາສາໃນການເວົ້າພາສາຝຣັ່ງ

(ຂປລ) ພັກແລ້ງປີ 2018 ຈະມີບັນຍາກາດທີ່ຄຶກຄັກສຳລັບຄູ ແລະ ນັກຮຽນຈຳນວນ 10 ຄົນໃນຂະແໜງການສອນພາສາເພື່ອການເວົ້າພາສາຝຣັ່ງ ເຊິ່ງລວມມີການນຳໃຊ້ພາບເຄື່ອນໄຫວ, ການພົບປະ, ການຝຶກອົບຮົມ ແລະ ການເດີນທາງຢ້ຽມຢາມປະເທດຝຣັ່ງ ເຊິ່ງໄດ້ຮັນທຶນແລກປ່ຽນການສຶກສາດ້ານພາສາຈາກສະຖານທູດຝຣັ່ງ.ອ່ານຕໍ່ ...

ຂປລ

ມາເລເຊຍບໍລິຈາກ 100,000 ໂດລາສະຫະລັດເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນລາວ

(ຂປລ) ທ່ານ ໂມດ ອາທານ ເອກອັກຄະລັດຖະທູດເມເລເຊຍປະຈຳລາວເຂົ້າພົບທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອແຈ້ງກ່ຽວກັບການມອບທຶນຊ່ວຍເຫຼືອຈຳນວນ 100,000 ໂດລາສະຫະລັດ ເພື່ອບັນເທົາທຸກຜູ້ປະສົບໄພນ້ຳຖ້ວມໃນລາວອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Fg5cK
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!