ຂປລ-ຂ່າວສານປະເທດລາວ

ບໍລິສັດໄທບໍລິຈາກເງິນຊ່ວຍເຫຼືອບັນເທົາທຸກ 173,000 ໂດລາສະຫະລັດ ສຳລັບຜູ້ປະະສົບໄພນ້ຳຖ້ວມໃນລາວ

(ຂປລ) ບໍລິສັດພະລັງງານບ້ານຜື (BPP) ປະເທດໄທບໍລິຈາກທຶນຊ່ວຍເຫຼືອບັນເທົາທຸກຈຳນວນ 5.5 ລ້ານບາດ ຫຼືປະມານ 173,000 ໂດລາສະຫະລັດ ເພື່ອຊ່ວຍເຫຼືອຜູ້ປະະສົບໄພນ້ຳຖ້ວມໃນລາວ.ອ່ານຕໍ່ ...

ຂປລ

ກອງປະຊຸມປຶກສາຫາລືຜູ້ມີສ່ວນຮ່ວມແມ່ນ້ຳຂອງລະດັບພາກພື້ນຄັ້ງທີ 5 ຈັດຂຶ້ນທີ່ວຽງຈັນ

(ຂປລ) ກອງປະຊຸມປຶກສາຫາລືຜູ້ມີສ່ວນຮ່ວມລະດັບພາກພື້ນຄັ້ງທີ 5 ຂອງຄະນະກຳມາທິການແມ່ນ້ຳຂອງໄດ້ຈັດຂຶ້ນທີ່ວຽງຈັນ ໃນວັນທີ 20-21 ກັນຍານີ້ ເພື່ອເປີດໂອກາດໃຫ້ແກ່ຜູ້ມີສ່ວນຮ່ວມທຸກພາກສ່ວນໃນການຫາລື, ທົບທວນ ແລະ ມີສ່ວນຮ່ວມໃນແຜນການສຳລັບໂຄງການເຂື່ອນໄຟຟ້ານ້ຳຂອງທີ່ປາກລາຍທີ່ນຳສະເໜີ.ອ່ານຕໍ່ ...

ຂປລ

ລາວຈະທົດລອງວິທີການທີ່ຜ່ານການຢັ້ງຢືນເພື່ອຫຼຸດຜ່ອນພາວະທຸພະໂພຊະນາການ

(ຂປລ) ສປປ ລາວຈະທົດລອງວິທີການປະສົມປະສານ ແລະ ອ້າງອີງຫຼັກຖານແບບໃໝ່ ເພື່ອຫຼຸດຜ່ອນພາວະເຕ້ຍໃນສີ່ແຂວງພາກເໜືອພາຍໃຕ້ການຊ່ວຍເຫຼືອຂອງທະນາຄານໂລກ.ຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກຳ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງສາທາລະນະສຸກ ພ້ອມດ້ວຍທະນາຄານໂລກ ໄດ້ປະຊຸມກັນໃນມື້ນີ້ເພື່ອຫາລືກ່ຽວກັບຍຸດທະສາດດັ່ງກ່າວ ເຊິ່ງບໍ່ພຽງແຕ່ແນໃສ່ໂຄງການດ້ານສຸຂະພາບ ແຕ່ຍັງລວມເອົາວຽກງານການຜະລິດສະບຽງອາຫານ, ສຸຂາພິບານ, ແລະ ສະຫວັດດີການສັງຄົມ.ອ່ານຕໍ່ ...

ຂປລ

ກະຊວງການເງິນຮຽກຮ້ອງໃຫ້ພິຈາລະນາການງົດອາກອນທີ່ດິນສຳລັບພື້ນທີ່ປະສົບໄພນ້ຳຖ້ວມ

(ຂປລ) ກອງປະຊຸມສະໃໝສາມັນຄັ້ງທີສອງລະຫວ່າງຄະນະລັດຖະບານ ແລະ ເຈົ້າແຂວງ ປີ 2018 ຮຽກຮ້ອງໃຫ້ບັນດາຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນ ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການຜະລິດກະສິກຳໃນລະດູແລ້ງ ເພື່ອຊົດເຊີຍຕໍ່ຄວາມເສຍຫາຍທີ່ເກີດຈາກໄພພິບັດ.ອ່ານຕໍ່ ...

ຂປລ

AFD, FFEM, WCS ສະໜັບສະໜູນການອະນຸລັກຊີວະນາໆພັນໃນພື້ນທີ່ປ່າສະຫງວນອິນໂດ-ພະມ້າ

(ຂປລ) ອົງການພັດທະນາຝຣັ່ງ (AFD), ອົງການສິ່ງແວດລ້ອມໂລກຝຣັ່ງ (FFEM) ແລະ ອົງການອະນຸລັກສັດປ່າ (WCS) ໄດ້ລົງນາມຂໍ້ຕົກລົງດ້ານການເງິນເພື່ອສົ່ງເສີມກິດຈະກຳການອະນຸລັດສັດປ່າໄລຍະ 4 ປີ ຢູ່ໃນຫົກເຂດຊີວະນາໆພັນທີ່ສຳຄັນໃນລາວ, ມຽນມາ, ແລະ ກຳປູເຈຍ ເຊິ່ງກວມເອົາ 14 ເຂດປ່າສະຫງວນ.ອ່ານຕໍ່ ...

ຂປລ

ການລົງທຶນໃນການທ່ອງທ່ຽວແບບອະນຸລັກທີ່ແຂວງສະຫວັນນະເຂດ ເພື່ອສົ່ງເສີມການພັດທະນາແບບຍືນຍົງ ແລະ ຫຼຸດຜ່ອນຄວາມທຸກຍາກ

(ຂປລ) ສປປ ລາວ ມີການພັດທະນາຢ່າງວ່່ອງໄວໃນຊ່ວງທົດສະວັດທີ່ຜ່ານມາ, ເຊິ່ງສ່ວນໃຫຍ່ແມ່ນອີງໃສ່ລາຍຮັບຈາກຊັບພະຍາກອນທຳມະຊາດໃນການຂັບເຂື່ອນການຂະຫຍາຍຕົວຂອງເສດຖະກິດ. ລັດຖະບານລາວສົ່ງເສີມການລົງທຶນທີ່ມີຄວາມຮັບຜິດຊອບໃນທົ່ວປະເທດ ເພື່ອຮັບປະກັນວ່າປະຊາຊົນລາວທຸກຖ້ວນໜ້າຈະໄດ້ຮັບຜົນປະໂຫຍດຈາກການລົງທຶນທີ່ມີຄຸນນະພາບ, ທັງສົ່ງເສີມການພັດທະນາສີຂຽວ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ ເພື່ອໃຫ້ສອດຄ່ອງຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 8.ອ່ານຕໍ່ ...

ຂປລ

ບຣູໄນບໍລິຈາກເງິນ 100,000 ໂດລາສະຫະລັດເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນລາວ

(ຂປລ) ໃນວັນທີ 13 ກັນຍາ, ທ່ານ ນາແອັມ ຊອນເລ ໄດ້ມອບທຶນຈຳນວນ 100,000 ໂດລາສະຫະລັດໃຫ້ແກ່ລັດຖະບານລາວ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື ແລະ ທົ່ວທຸກພາກຂອງປະເທດລາວ.ອ່ານຕໍ່  ...

ຂປລ

ພິພິດຕະພັນລາວ ແລະ ຈີນເສີມຂະຫຍາຍການຮ່ວມມື

(ຂປລ) ພິພິດຕະພັນແຫ່ງຊາດລາວລົງນາມໃນຂໍ້ຕົກລົງກັບພິພິດຕະພັນໜານໜິງແຫ່ງສາທາລະນະລັດປະຊາຊົນຈີນເພື່ອຮັດແໜ້ນການຮ່ວມມື.ອ່ານຕໍ່ ...

ຂປລ

ກອງປະຊຸມສະພາເສດຖະກິດໂລກ: ທ່ານນາຍົກທອງລຸນສະເໜີສິ່ງທ້າທາຍໃນການປະຕິວັດອຸດສາຫະກຳ 4.0

(ຂປລ) ຕໍ່ທີ່ປະຊຸມສະພາເສດຖະກິດໂລກອາຊຽນຄັ້ງທີ 27 ທີ່ນະຄອນຫຼວງຮ່າໂນ້ຍປະເທດຫວຽດນາມ ຄັ້ງວັນທີ 12 ກັນຍາ, ທ່ານ ທອງລຸນ ສີສຸລິດ ໄດ້ຍົກສິ່ງທ້າທາຍ ແລະ ໂອກາດໃນຍຸກແຫ່ງການປະຕິວັດອຸດສາຫະກຳ 4.0 ທີ່ປະເທດລາວ ແລະ ປະເທດສະມາຊິກອາຊຽນຜະເຊີນ ພ້ອມທັງການກະກຽມຄວາມພ້ອມຂອງລາວໃນການຮັບມືກັບສິ່ງທ້າທາຍດັ່ງກ່າວໃນຊຸມປີທີ່ຈະມາເຖິງ.ອ່ານຕໍ່ ...

ຂປລ

ການສົ່ງເສີມສິນຄ້າໄທໃນລາວ

(ຂປລ) ຜູ້ຜະລິດສິນຄ້າ ແລະ ຜູ້ປະກອນການກວ່າ 50 ຫົວໜ່ວຍຈາກຈັງຫວັດພາກໃຕ້ຂອງປະເທດໄທເຂົ້າຮ່ວມໃນງານວາງສະແດງສຸດຍອດຜະລິດຕະພັນຈາກພາກໃຕ້ຂອງໄທ@ວຽງຈັນ ເຊິ່ງຈັດຂຶ້ນທີ່ນະຄອນວຽງຈັນ. ງານດັ່ງກ່າວຈະຈັດໄປຈົນເຖິງວັນທີ່ 15 ກັນຍາ ທີ່ສູນການຄ້າວຽງຈັນເຊັນເຕີ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

KETtM
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!