ລາວຈະທົດລອງວິທີການທີ່ຜ່ານການຢັ້ງຢືນເພື່ອຫຼຸດຜ່ອນພາວະທຸພະໂພຊະນາການ

(ຂປລ) ສປປ ລາວຈະທົດລອງວິທີການປະສົມປະສານ ແລະ ອ້າງອີງຫຼັກຖານແບບໃໝ່ ເພື່ອຫຼຸດຜ່ອນພາວະເຕ້ຍໃນສີ່ແຂວງພາກເໜືອພາຍໃຕ້ການຊ່ວຍເຫຼືອຂອງທະນາຄານໂລກ.

ຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກຳ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງສາທາລະນະສຸກ ພ້ອມດ້ວຍທະນາຄານໂລກ ໄດ້ປະຊຸມກັນໃນມື້ນີ້ເພື່ອຫາລືກ່ຽວກັບຍຸດທະສາດດັ່ງກ່າວ ເຊິ່ງບໍ່ພຽງແຕ່ແນໃສ່ໂຄງການດ້ານສຸຂະພາບ ແຕ່ຍັງລວມເອົາວຽກງານການຜະລິດສະບຽງອາຫານ, ສຸຂາພິບານ, ແລະ ສະຫວັດດີການສັງຄົມ.

ອ່ານຕໍ່…

ຂປລ