ຂປລ-ຂ່າວສານປະເທດລາວ

ເຈົ້າໜ້າທີ່ລະດັບສູງຈາກສະຫະລັດພົບປະລັດຖະບານລາວກ່ຽວກັບຍຸດທະສາດອິນໂດ-ປາຊິຟິກ

(ຂປລ) ໃນວັນທີ 14-16 ຕຸລາ, ເຈົ້າໜ້າທີ່ລະດັບສູງຈາກກະຊວງການຕ່າງປະເທດສະຫະລັດ ໄດ້ຢ້ຽມຢາມລາວເພື່ອທົບທວນຄວາມຄືບໜ້າຕໍ່ເນື່ອງດ້ານການພົວພັນສອງຝ່າຍ ແລະ ແນະນຳເຈົ້າໜ້າທີ່ລາວກ່ຽວກັບຍຸດທະສາດອິນໂດ-ປາຊິຟິກ.ອ່ານຕໍ່ ...

ຂປລ

ສະຫະລັດຊ່ວຍເຫຼືອລັດຖະບານລາວໃນການສ້າງຄວາມເຂັ້ມແຂງດ້ານການບັງຄັບໃຊ້ກົດໝາຍ ແລະ ຄວາມໝັ້ນຄົງຕາມຊາຍແດນ

(ຂປລ) ສະຫະລັດ ແລະ ສປປ ລາວ ລົງນາມໃນຂໍ້ຕົກລົງສະບັບດັດແກ້ ລະຫວ່າງສະຖານທູດສະຫະລັດປະຈຳນະຄອນວຽງຈັນ ແລະ ກົມພາສີ ກະຊວງການເງິນ ແຫ່ງ ສປປ ລາວ ເພື່ອສ້າງຄວາມເຂັ້ມແຂງໃນຂົງເຂດວຽກງານການບັງຄັບໃຊ້ກົດໝາຍ ແລະ ຄວາມໝັ້ນຄົງຕາມຊາຍແດນປະເທດ.ອ່ານຕໍ່ ...

ຂປລ

ຝຣັ່ງ ແລະ ຢູນິເຊັບ ສືບຕໍ່ພາລະກິດສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການປົກປ້ອງເດັກນ້ອຍໃນ ສປປລາວ

(ຂປລ) ໃນວັນທີ 10 ຕຸລາຜ່ານມາ, ທ່ານ ຟຣໍລອງຊ໌ ຊອງບລັງ-ຣິສ໌ແລ ເອກອັກຄະລັດຖະທູດຝຣັ່ງປະຈຳ ສປປ ລາວ ແລະ ທ່ານ ອົກຕາວຽງ ບີໂວ ຜູ້ຕາງໜ້າອົງການຢູນິເຊັບ ໄດ້ລົງນາມໃນຂໍ້ຕົກລົງສະບັບໃໝ່ ເພື່ອສືບຕໍ່ເຮັດວຽກຮ່ວມກັນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການປົກປ້ອງເດັກນ້ອຍ ໃນ ສປປ ລາວ ເຊິ່ງແນໃສ່ການສ້າງ ແລະ ຈັດຕັ້ງປະຕິບັດໂຄງສ້າງການຄຸ້ມຄອງກ່ຽວກັບການຮັບລ້ຽງເດັກແຫ່ງຊາດ ແລະ ສາກົນ.ອ່ານຕໍ່  ...

ຂປລ

ການພັດທະນາການແຈ້ງຂ່າວສານໄພພິບັດ

(ຂປລ) ວັນທີ 13 ຕຸລາຂອງແຕ່ລະປີ ແມ່ນວັນສາກົນເພື່ອການຫຼຸດຜ່ອນຄວາມສ່ຽງຕໍ່ໄພພິບັດ ແລະ ວັນຄຸ້ມຄອງໄພພິບັດອາຊຽນ.ໃນ ສປປ ລາວ – ຕໍ່ກັບຜົນກະທົບຈາກພະຍຸເຂດຮ້ອນ ສົນຕິນ ແລະ ເບບິນກາ ແລະ ໄພນ້ຳຖ້ວມໃນທຸກໆແຂວງທົ່ວປະເທດ – ມື້ນີ້ເປັນໂອກາດອັນດີທິ່ຈະສົ່ງເສີມຄວາມຮູ້ໃຫ້ແກ່ມະຫາຊົນ ກ່ຽວກັບການຫຼຸດຜ່ອນຄວາມສ່ຽງໄພພິບັດ ເພື່ອຮັບປະກັນ ແລະ ສົ່ງເສີມການມີສ່ວນຮ່ວມຂອງໝົດທຸກຄົນ. ຄຳຂັວນໃນປີນີ້ “ການຫຼຸດຜ່ອນການສູນເສຍທາງດ້ານເສດຖະກິດຈາກໄພພິດ” ແມ່ນມີຄວາມໝາຍຄວາມສຳຄັນກວ່າທຸກໆປີ ແລະ ເປັນລາຍການທີ່ສຳຄັນໃນວາລະການຫາລື ສຳລັບ ສປປ ລາວ.ອ່ານຕໍ່ ...

ຂປລ

ລັດຖະມົນຕີວິທະຍາສາດ ແລະ ເຕັກໂນໂລຊີ ສົ່ງເສີມການເພີ່ມທະວີການປະກອບສ່ວນໃນການພັດທະນາດ້ານວິທະຍາສາດ ແລະ ເຕັກໂນໂລຊີ

(ຂປລ) ທ່ານ ບໍ່ວຽງຄຳ ວົງດາຣາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮຽກຮ້ອງໃຫ້ຖັນແຖວພະນັກງານ, ນັກຮຽນນັກສຶກສາ, ນັກຄົ້ນຄວ້າ ແລະ ນັກວິທະຍາສາດ ສືບຕໍ່ການຄົ້ນຄວ້າ ແລະ ເສີມຂະຫຍາຍຄວາມຮູ້ຄວາມສາມາດ ເພື່ອຜົນປະໂຫຍດໃນການພັດທະນາວຽກງານວິທະຍາສາດ ແລະ ເຕັກໂນໂລຊີໃນລາວ.ອ່ານຕໍ່ ...

ຂປລ

ລາວ ຍີ່ປຸ່ນຕີລາຄາສູງຕໍ່ການຮ່ວມມືສອງຝ່າຍ

(ຂປລ) ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະ ທ່ານ ຊິນໂຊ ອາເບ  ນາຍົກລັດຖະມົນຕີຍີ່ປຸ່ນ ຕີລາຄາສູງຕໍ່ການຮ່ວມມີສອງຝ່າຍລະຫວ່າງສອງປະເທດ ພາຍໃຕ້ໂຄງສ້າງການຮ່ວມມື ແມ່ຂອງ-ຍີ່ປຸ່ນ, ໂດຍສະເພາະການຈັດຕັ້ງປະຕິບັດກິຈະກຳພາຍໃຕ້ຍຸດທະສາດໂຕກຽວ 2015 ແລະ ແຜນດຳເນິນງານເພື່ອຜັນຂະຫຍາຍຍຸດທະສາດໂຕກຽວ 2016-2018.ອ່ານຕໍ່  ...

ຂປລ

ລາວຈະຊ່ວຍເຫຼືອບັນເທົາທຸກອິນໂດເນເຊຍ 100,000 ໂດລາ

(ຂປລ) ລັດຖະບານ ສປປ ລາວ ຈະມອບເງິນຊ່ວຍເຫຼືອ 100,000 ໂດລາສະຫະລັດ ເພື່ອຊ່ວຍເຫຼືອບັນເທົາທຸກສຳລັບຜູ້ປະສົບໄພແຜ່ນດິນໄຫວ ແລະ ຊຶນາມິທີ່ຜ່ານມາ ທີ່ສຸລາເວສີ ປະເທດອິນໂດເນເຊຍ.ອ່ານຕໍ່ ...

ຂປລ

ອົດສະຕຣາລີສືບຕໍ່ສະໜັບສະໜູນພາລະກິດຟື້ນຟູຫຼັງໄພພິບັດທີ່ສະໜາມໄຊ

(ຂປລ) ທ່ານ ຢີນເບີນາດ ຄາຣາສ໌ໂກ ເອກອັກຄະລັດຖະທູດອົສ໌ຕຣາລີປະຈຳລາວ ໄດ້ເດີນທາງຢ້ຽມຢາມເມືອງສະໜາມໄຊ ແຂວງອັບຕະປື ໃນດືອນແລ້ວນີ້ ເພື່ອພົບປະກັບອຳນາດການປົກຄອງທ້ອງຖິ່ນ ແລະ ຢ້ຽມຊົມກິດຈະກຳການຊ່ວຍເຫຼືອຊຸດໃໝ່ຂອງລັດຖະບານອົສ໌ຕຣາລີ ໃນການສົ່ງເສີມພາລະກິດຟື້ນຟູຊີວິດການເປັນຢູ່ຂອງຜູ້ປະສົບໄພພິບັດນ້ຳຖ້ວມ.ອ່ານຕໍ່ ...

ຂປລ

ການຄ້າສອງຝ່າຍ ລາວ-ເກົາຫຼີໃຕ້ ທະລຸ 120 ລ້ານໂດລາສະຫະລັດ

(ຂປລ) ການຄ້າສອງຝ່າຍລະຫວ່າງສາທາລະນະລັດເກົາຫຼີ ແລະ ລາວໃນປີ 2017 ທະລຸ 120 ລ້ານໂດລາສະຫະລັດ, ຕາມການລາຍງານຂອງອົງການສົ່ງເສີມການຄ້າ-ການລົງທຶນເກົາຫຼີ.ອ່ານຕໍ່ ...

ຂປລ

ບໍລິສັດໄຟຟ້າຫົງສາສົ່ງເສີມການພັດທະນານັກສຶກສາຊັບພະວິຊາລາວ

(ຂປລ) ບໍລິສັດໄຟຟ້າຫົງສາ ເຈົ້າຂອງໂຮງງານໄຟຟ້າພະລັງຖ່ານຫີນຂະໜາດ 1,878-ເມກາວັດ ທີ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບວິທະຍາໄລສັບພະວິຊາ ເພື່ອຊ່ວຍເຫຼືອການຝຶກອົບຮົມນັກສຶກສາ.ອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

XmZzg
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!