ຂປລ-ຂ່າວສານປະເທດລາວ

ສ ເກົາຫຼີມອບທຶນຊ່ວຍເຫຼືອສຳລັບເດັກທີ່ມີບັນຫາໂລກຫົວໃຈ

(ຂປລ) ລັດຖະບານສາທາລະນະລັດເກົາຫຼີ ມອບເງິນບໍລິຈາກຈຳນວນ  282 ລ້ານວອນເກົາຫຼີ (ຫຼືປະມານ 249,329 ໂດລາສະຫະລັດ) ເພື່ອຊ່ວຍເຫຼືອໃນການປິ່ນປົວຂັ້ນພື້ນຖານສຳລັບເດັກນ້ອຍທີ່ມີບັນຫາດ້ານໂລກຫົວໃຈ ໃນພື້ນທີ່ປະສົບໄພນ້ຳຖ້ວມແຂວງອັດຕະປື ທາງພາກໃຕ້ຂອງລາວ.ອ່ານຕໍ່ ...

ຂປລ

ຜົ້ງສາລີ

(ຂປລ) ໄຮ່ຊາສີ່ຮ້ອຍປີຊື່ດັງຕັ້ງຢູ່ທີ່ບ້ານກໍແມນ ເປັນບ້ານຊົນເຜົ່າຜູ້ນ້ອຍ ຫ່າງຈາກຕົວເມືອງຜົ້ງສາລີ 18 ກິໂລແມັດ, ເຊິ່ງຕາມຄຳເຫັນຂອງຜູ້ຊ່ຽວຊານດ້ານຊາ ອາດມີຕົ້ນຊາທີ່ເກົ່າແກ່ທີ່ສຸດໃນໂລກ.ລະບົບການຢັ່ງຮາກອັນກວ້າງໃຫຍ່ຂອງບັນດາຕົ້ນຊາອັນເກົ່າແກ່ນີ້ ຢັ່ງເລິກລົງໄປໃນຊັ້ນດິນທີ່ອຸດົມໄດ້ດ້ວຍແຮ່ທາດ ເຮັດໃຫ້ “ຊາຜົ້ງສາລີ” ມີກິ່ນຫອມ ແລະ ລົດຊາດທີ່ເປັນເອກະລັກສະເພາະ. ອ່ານຕໍ່ ...

ບັນນາທິການ ຂປລ

ຈະຈັດກອງປະຊຸມວິຊາການເພື່ອຫາລືກ່ຽວກັບການເຂົ້າເຖິງແຫຼ່ງທຶນຂອງທຸລະກິດ SME

(ຂປລ) ອົງການຮ່ວມມືດ້ານການເງິນສາກົນ-IFC , ໜຶ່ງໃນສະມາຊິກກຸ່ມທະນາຄານໂລກ ຈະຈັດກອງປະຊຸມວິຊາການຂະໜາດໃຫຍ່ ເພື່ອໃຫ້ບັນດາຕົວແທນຈາກທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ແລະ ຊ່ຽວຊານທາງດ້ານການເງິນ ຮ່ວມຫາລືວິທີການໃນການປັບປຸງການເຂົ້າເຖິງແຫຼ່ງທຶນຂອງ SMEs ທ້ອງຖິ່ນ.ອ່ານຕໍ່ ...

ບັນນາທິການ ຂປລ

ນັກພັດທະນາຍີ່ປຸ່ນເປີດຕົວໂຄງການ "ARATA Garden Residences” ທຳອິດໃນລາວ

(ຂປລ) ໂຄງການຈັດສັນທີ່ຢູ່ອາໄສຊຸມຊົນ “ARATA Garden Residences” ທີ່ຕັ້ງຢູ່ທາງດ້ານຫຼັງຂອງສູນການຄ້າລາວ-ໄອເຕັກ ຂ້າງບຶງທາດຫຼວງ ເມືອງໄຊເສດຖາ ຈະເລີ່ມດຳເນີນການກໍ່ສ້າງໃນຕົ້ນປີ 2019 ແລະ ຄາດວ່າຈະສຳເລັດພາຍໃນທ້າຍໄຕມາດທຳອິດຂອງປີ 2021.ARATA ແມ່ນໂຄງການທຳອິດໃນລາວຂອງບໍລິສັດ Creed ເຊິ່ງເປັນທຸລະກິດຮ່ວມປະສົມຮ່ວມກັບບໍລິສັດ “Aanandi Group” Co., Ltd ຂອງສິງກະໂປ.ອ່ານຕໍ່ ...

ຂປລ

INTERPOL ເລີ່ມໂຄງການເພື່ອຍົກລະດັບຄວາມສາມາດສຳລັບອົງການດ້ານການບັງຄັບໃຊ້ກົດໝາຍຂອງລາວ

(ຂປລ) INTERPOL ໄດ້ເປີດຕົວໂຄງການ iTWIN-ຍີ່ປຸ່ນ/ລາວ ເພື່ອແນໃສ່ສ້າງຄວາມເຂັ້ມແຂງທາງດ້ານຄວາມສາມາດໃນອົງກອນຄຸ້ມຄອງການປະຕິບັດກົດໝາຍ ແລະ ຄວາມປອດໄພຕາມຊາຍແດນ.ອ່ານຕໍ່ ...

ບັນນາທິການ ຂປລ

ລັດວິສາຫະກິດ EDL-Gen ລາວ ແລະ ບໍລິສັດ GE ສາກົນ ເຊັນ MOU ກ່ຽວກັບການພັດທະນາໂຄງການເຂື່ອນໄຟຟ້າແບບດິຈິຕອລ໌ໄລຍະທົດລອງ 

(ຂປລ) ໃນວັນທີ 8 ພະຈິກນີ້ ບໍລິສັດ GE ຂອງອາເມລິກາໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບລັດວະສາຫະກິດໄຟຟ້າລາວ EDL-Gen ກ່ຽວກັບການຈັດຝຶກອົບຮົມວິຊາການດ້ານອຸດສາຫະກຳດິຈິຕອລ໌ ໃຫ້ແກ່ພະນັງງານໄຟຟ້າລາວ ກໍຄືສືບຕໍ່ພັດທະນາພື້ນຖານໂຄງລ່າງດ້ານພະລັງງານໃນ ສປປ ລາວ.ອ່ານຕໍ່ ...

ບັນນາທິການ ຂປລ

ລັດວິສາຫະກິດລົດເມນະຄອນຫຼວງປັບຂຶ້ນຄ່າໂດຍສານ

(ຂປລ) ລັດວິສາຫະກິດລົດເມນະຄອນຫຼວງ (VSBE) ປັບຂຶ້ນຄ່າໂດຍສານເປັນສອງເທົ່າສຳລັບນັກຮຽນທີ່ນຳໃຊ້ລົດເມໂດຍສານສາຍທ່າງ່ອນ, ດົງໂດກ ແລະ ໂພນຕ້ອງ-ດົງໂດກ.ການຂຶ້ນຄ່າລົດເມດັ່ງກ່າວແມ່ນສຳລັບຜູ້ທີ່ນຳໃຊ້ບັດຂຶ້ນລົດເມໄຟຟ້າແບບຫົກເດືອນ ແລະ ໜຶ່ງປີ. ການປັບຂຶ້ນຄ່າໂດຍສານດັ່ງກ່າວແມ່ນມີຜົນຕັ້ງແຕ່ວັນທີ 5 ພະຈິກເປັນຕົ້ນໄປ.ອ່ານຕໍ່ ...

ຂປລ

ທະນາຄານ RHB ຊ່ວຍເຫຼືອແມ່ຍິງພິການລາວ

(ຂປລ) ທະນາຄານ RHB ມອບອຸປະກອນການຝຶກອົບຮົມ ແລະ ເຄື່ອງໃຊ້ປະຈຳວັນ ລວມມູນຄ່າ 20 ລ້ານກີບໃຫ້ແກ່ນັກຮຽນທີ່ສູນພັດທະນາແມ່ຍິງພິການລາວ.ອ່ານຕໍ່ ...

ຂປລ

Law App Developed With U.S. Funding Launched

(ຂປລ) ເຈົ້າໜ້າທີ່ລັດຖະບານສະຫະລັດ ແລະ ກະຊວງຍຸດຕິທຳຂອງລາວໄດ້ເປີດຕົວແອັບໂທລະສັບມືຖື ແນໃສ່ອຳນວຍຄວາມສະດວກໃຫ້ແກ່ການພັດທະນາດ້ານເສດຖະກິດຂອງລາວ ກໍ່ຄືດ້ານລະບຽບກົດໝາຍ ໃນວັນທີ 2 ພະຈິກທີ່ຜ່ານມາ ທີ່ວຽງຈັນ.ອ່ານຕໍ່ ...

ຂປລ

ເມືອງພຽງດຳເນີນການວາງແຜນການນຳໃຊ້ທີ່ດິນໃນ 700 ກວ່າຄົວເຮືອນ

(ຂປລ) ເຈົ້າໜ້າທີ່ແຂວງໄຊຍະບູລີ ແລະ ອົງການກອງທຶນອະນຸລັກທຳມະຊາດໂລກປະຈຳລາວ  (WWF-Laos) ຮ່ວມປະຊຸມທີ່ເມືອງພຽງທາງພາກເໜືອຂອງແຂວງໄຊຍະບູລີ ເພື່ອວາງແຜນກິດຈະກຳການນຳໃຊ້ທີ່ດິນພາຍໃນບ້ານນາແວນ ເຊິ່ງຈະດຳເນີນໄປຕະຫຼອດເດືອນພະຈິກປີນີ້.ອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

v8ux2
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!