ສະຫະລາດຊະອານາຈັກສືບຕໍ່ໃຫ້ການຊ່ວຍເຫຼືອໃນການເກັບກູ້ລະເບີດທີ່ຍັງບໍ່ທັນແຕກໃນລາວ

(ທ່ານ ມາກ ຟິວ ລັດຖະມົນຕີຕ່າງປະເທດອາຊີ ແລະ ປາຊິຟິກ ແຫ່ງລາດຊະອານາຈັກ)

(ຂປລ) ໃນລະຫວ່າງການການຢ້ຽມຢາມລາວຄັ້ງທຳອິດໃນຫວ່າງບໍ່ດົນມານີ້ ຂ້າພະເຈົ້າໄດ້ຮັບຮູ້ພາບລວມກ່ຽວກັບສະພາບການເກັບກູ້ລະເບີດທີ່ຍັງບໍ່ທັນແຕກໃນລາວຈາກອົງການເກັບກູ້ລະເບີດແມັກ (ແມັກ) ແລະ ອົງການຮາໂລທຣັສ໌ (ຮາໂລ) ນອນນີ້ ຂ້າພະເຈົ້າຍັງໄດ້ໄປຢ້ຽມຢາມສູນຂໍ້ມູນຂ່າວສານຂອງອົງການເກັບກູ້ລະເບີດລາວທີ່ແຂວງຫຼວງພະບາງ ເພື່ອຮຽນຮູ້ກ່ຽວກັບການປະຕິບັດການເກັບກູ້ລະເບີດ. ມັນເປັນເລື່ອງທີ່ໜ້າສະເທືອນໃຈທັັງໆທີ່ປະເທດລາວໄດ້ຮັບເອກະລາດມາຫຼາຍທົດສະວັດ ແຕ່ປະຊາຊົນລາວຈຳນວນໜຶ່ງຍັງຄົງລົ້ມຕາຍ ແລະ ໄດ້ຮັບບາດເຈັບຈາກລະເບີດທີ່ຍັງບໍ່ທັນແຕກທີ່ຍັງຄົງຄ້າງ ແລະ ຖືກລືມເລືອນ, ຜູ້ປະສົບເຄາະສ່ວນໃຫຍ່ແມ່ນໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານທີ່ມາຈາກລະເບີດຕໍ່ຕ້ານຂ້າເສິກ.

ໃນມື້ນີ້ ລັດຖະບານອັງກິດຢືນຢັນການສືບຕໍ່ຊ່ວຍເຫຼືອພາຍໃຕ້ໂຄງການເກັບກູ້ລະເບີດໂລກຄັ້ງທີສອງຕໍ່ກັບອົງການຮາໂລ ແລະ ແມັກ ເປັນມູນຄ່າລວມເກືອບ 46 ລ້ານປອນອັງກິດ ເພື່ອສະໜັບສະໜູນບັນດາໂຄງການເກັບກູ້ລະເບີດທົ່ວອາຟຣິກາ ແລະ ອາຊີ ເຊິ່ງເປັນສ່ວນໜຶ່ງຂອງສັນຍາການຊ່ວຍເຫຼືອຈຳນວນ 100 ລ້ານປອນໃນວຽກງານເກັບກູ້ລະເບີດພາຍໃນປີ 2020.

ອ່ານຕໍ່…

ຂປລ