ມາເລເຊຍຈັດງານ “ນິທັດສະການການສຶກສາໃນມາເລເຊຍ 2018”

(ຂປລ) ສະຖານທູດມາເລເຊຍ ວຽງຈັນ ສປປ ລາວ ຮ່ວມກັບອົງການການສຶກສາມາເລເຊຍຈັດ “ນິທັດສະການການສຶກສາໃນມາເລເຊຍ 2018” ທີ່ໂຮງຮຽນມັດທະຍົມສົມບູນວຽງຈັນ ໃນວັນທີ 8 ກັນຍາ 2018. ເຂົ້າຮ່ວມໃນງານດັ່ງກ່າວມີແຂກ ແລະ ຜູ້ເຂົ້າຮ່ວມກວ່າ 400 ຄົນ ເຊິ່ງລວມມີລັດຖະກອນ, ຫົວໜ້າອຳນວນການໂຮງຮຽນ, ອຳນວຍການວິທະຍາໄລ, ທີ່ປຶກສານັກຮຽນ, ພະນັກງານ ແລະ ນັກຮຽນນັກສຶກສາຈາກສະຖາບັນຕ່າງໆໃນລາວ.

ຂປລ