ນາຍົກງົດກອງປະຊຸມປະຈຳເດືອນ, ນຳພາຄະນະລັດຖະບານຕິດຕາມໄພນ້ຳຖ້ວມທີ່ສະໜາມໄຊ

(ຂປລ) ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສັ່ງງົດກອງປະຊຸມປະຈຳເດືອນຕາມແຜນຂອງລັດຖະບານສຳລັບເດືອນສິງຫາ ແລະ ນຳພາສະມາຊິກຄະນະລັດຖະບານ ແລະ ພະນັກງານການນຳ ເດີນທາງໄປເມືອງສະໜາມໄຊ ເພື່ອຕິດຕາມພາລະກິດກູ້ໄພ ແລະ ບັນເທົາທຸກສຳລັບຜູ້ປະສົບເຄາະຈາກໄພນ້ຳຖ້ວມ. ການພັງທະລາຍຂອງສັນເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍໃນວັນຈັນນີ້ ໄດ້ເຮັດໃຫ້ເກີດນ້ຳຖ້ວມກະທັນຫັນໃນຫົກບ້ານຂອງເມືອງສະໜາມໄຊ ຄື ບ້ານໃຫຍ່ແທ້, ບ້ານຫີນລາດ, ບ້ານໃໝ່, ບ້ານທ່າແສງຈັນ ແລະ ບ້ານສະໝອງ. ເຊິ່ງບ້ານຫີນລາດ ແລະ ບ້ານໃໝ່ໄດ້ຮັບຜົນກະທົບໜັກກວ່າໝູ່.

ອ່ານຕໍ່…

ຂປລ