News
เบเบฒเบเบเบถเบเบญเบปเบเปเบเปเบเบเบปเบกเบเปเบงเบเบชเปเบฒเบเบเบฑเบเบชเบฐเปเบซเปเบเบฒเบงเปเบธเปเบกเบฅเบฒเบง
ສະຖາບັນພັດທະນາຝີມືແຮງງານລາວ-ເກົາຫຼີ ພາຍໃຕ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເປີດຫຼັກສູດຝຶກອົບຮົມເພື່ອສ້າງທັກສະໃຫ້ແກ້ຊາວໜຸ່ມ ເພື່ອເປັນຊ່ອງທາງໃຫ້ເຂົາເຈົ້າຫຼຸດພົ້ນຈາກຄວາມທຸກຍາກ.ການລິເລີ່ມການຝຶກອົບຮົມດັ່ງກ່າວແມ່ນແນໃສ່ສ້າງຄວາມເຂັ້ມແຂງດ້ານທັກສະຊ່າງແຕ່ງຜົມເພື່ອຕອບສະໜອງຕະຫຼາດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊາວໜຸ່ມທີ່ບໍ່ມີວຽກເຮັດງານທຳ.ຜູ້ເຂົ້າຮ່ວມສາມາດຝຶກຝົນທັກສະໃນການຕັດຜົມ ແລະ ການຈັດຊົງຜົມຕ່າງໆໂດຍໃຊ້ຜົມປອມ.ອ່ານຕໍ່ ...
เปเบเบฑเบเปเบเปเบ เปเบชเบเบเบฐเปเบชเบตเบ
เบฅเบฒเบงเบเปเบญเบเบเบฒเบเบเบฒเบเบฅเบปเบเบเบถเบเปเบเบตเปเบกเปเบเบตเบกเปเบเบทเปเบญเบเบญเบเปเบเบเบเบปเบเบเบฐเปเบซเบเบเบเบฒเบเบเบฒเบเบเบฐเบชเบดเบเบณ
ວຽງຈັນ (ວຽງຈັນທາມສ໌/ANN) – ຄວາມຕ້ອງການສິນຄ້າພືດຜັກ ແລະ ຊີ້ນສັດໃນພາກພື້ນຍັງມີສູງ ແຕ່ວ່າລາວກໍ່ຍັງບໍ່ສາມາດລົງທຶນໃນທ່າແຮງຂອງຕົນເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດພາກພື້ນດັ່ງກ່າວ, ຕາມເຈົ້າໜ້າທີ່ການນຳ.ທ່ານ ປອ ບຸນກວ້າງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເນັ້ນເຖິງຄວາມຈຳເປັນຂອງລາວເພື່ອດຶງດູດການລົງທຶນໃນຂະແໜງກະສິກຳ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຕະຫຼາດການສົ່ງອອກ.ອ່ານຕໍ່ ...
เบชเบปเบกเบชเบฑเบ เบเบปเบเบเบฒเบง
http://annx.asianews.network/content/more-investment-needed-laos-reap-profits-agriculture-102737
เบเบฒเบเบเบถเบเบญเบปเบเบฎเบปเบกเบเบธเบฅเบฐเบเบดเบเบเปเบงเบเบชเบปเปเบเปเบชเบตเบกเบเบงเบฒเบกเบชเบฒเบกเบฒเบเบเปเบฒเบเบเบฒเบเบเบฐเบฅเบดเบเปเบเบฅเบฒเบง
ວຽງຈັນ (ວຽງຈັນທາມສ໌/ANN) – ຕາງໜ້າຂະແໜງທຸລະກິດຫຼາຍຮ້ອຍຄົນຈາກຫ້າແຂວງ ໄດ້ຮັບຜົນປະໂຫຍດຈາກຫຼັກສູດຝຶກອົບຮົມກ່ຽວກັບການພັດທະນາວິຊາຊີບ ແນໃສ່ສົ່ງເສີມການຄຸ້ມຄອງໃນສະຖານທີ່ເຮັດວຽກໃຫ້ມີປະສິດທິຜົນ.ນັບແຕ່ປີ 2016, ນັກຝຶກອົບຮົມກວ່າ 500 ຄົນ ຈາກບໍລິສັດຕ່າງໆໃນລາວໄດ້ເຂົ້າຮ່ວມການຝຶກອົບຮົມວິຊາຊີບພາຍໃຕ້ໂຄງການດັ່ງກ່າວ, ເຊິ່ງຈັດຕັ້ງໂດຍສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ (LNCCI) ແລະ ສະມາຄົມສົ່ງເສີມເທັກໂນໂລຢີ (ໄທ-ຍີ່ປຸ່ນ).ອ່ານຕໍ່ ...
เบเบธเบเปเบเบ เปเบเบกเบฐเบเบตเบงเบปเบ
http://annx.asianews.network/content/business-training-seeks-boost-lao-productivity-102734
เปเบกเปเบเบดเบเปเบเบเบปเบเบเบฐเบเบปเบเปเบชเบตเบกเบเบฐเบซเบเบฒเบเปเบฒเปเบฎเบเปเบเบเบฒเบเปเบฎเบฑเบเบงเบฝเบเบเบฒเบเบเบฒเบเบเบถเบเบญเบปเบเบฎเบปเบก
ລາວ ແລະ ສາທາລະນະລັດເກົາຫຼີຮ່ວມກັນສົ່ງເສີມໃຫ້ແມ່ຍິງທີ່ດ້ອຍໂອກາດໃນທົ່ວປະເທດ ເພື່ອຍົກລະດັບທັກສະໃຫ້ເຂົາເຈົ້າສາມາດສ້າງລາຍຮັບ ຜ່ານຫຼັກສູດການຝຶກອົບຮົມທີ່ອອກແບບສະເພາະ ເຊິ່ງຈັດຂຶ້ນຢູ່ນະຄອນວຽງຈັນ.ໂຄງການດັ່ງກ່າວແມ່ນການຮ່ວມມືລະຫວ່າງສູນຝຶກອົບຮົມສູນກາງສະຫະພັນແມ່ຍິງລາວ ແລະ ກະຊວງຄວາມສະເໝີພາບທາງເພດ ແລະ ຄອບຄົວແຫ່ງປະເທດເກົາຫຼີ ແນໃສ່ເພື່ອຍົກລະດັບທັກສະ, ຄວາມຮູ້ ແລະ ທ່າແຮງໃນການປະກອບອາຊີບໃຫ້ແກ່ແມ່ຍິງທີ່ດ້ອຍໂອກາດ ເພື່ອໃຫ້ເຂົາເຈົ້າຫຼຸດພົ້ນຈາກຄວາມທຸກຍາກ.ອ່ານຕໍ່ ...
เบชเบตเบฅเบฑเบเบเบฒ เบชเบธเบฅเบดเบเบปเบ
เบซเปเบญเบเบเบปเบเบฅเบญเบเบเปเบฒเบเบเบดเบเบดเปเบงเบเบเบดเบเบดเบเบญเบฅเปเปเบซเปเบเบเบณเบญเบดเบเบเบญเบเบฅเบฒเบงเบกเบตเบเบฒเบเปเบเบตเบเปเบเบขเปเบฒเบเปเบเบฑเบเบเบฒเบเบเบฒเบ
ຫ້ອງທົດລອງດ້ານນິຕິເວດດິຈິຕອລ໌ແຫ່ງທຳອິດຂອງລາວ ໄດ້ມີການເປີດໂຕຢ່າງເປັນທາງການໃນວັນສຸກນີ້ ທີ່ກົມຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ. ເຂົ້າຮ່ວມໃນພິທີດັ່ງກ່າວ ມີເຈົ້າໜ້າທີ່ຈາກກົມກອງ ແລະ ໂຄງການຕ້ານອາດສະຍາກຳອອນໄລໂລກ ຂອງຫ້ອງວ່າການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາດສະຍາກຳ (UNODC).ອ່ານຕໍ່ ...
เบงเบดเบชเบดเบ เปเบเบเบเบฐเบฅเบฒเบ
เบฅเบฐเบเบฑเบเบเปเบณเปเบเบตเปเบกเบชเบนเบเบเบถเปเบเปเบเบดเบเบฅเบฐเบเบฑเบเบชเปเบฝเบเบเปเปเปเบเบเปเบณเบเปเบงเบก
ປະລິມານຝົນທີ່ຕົກຕໍ່ເນື່ອງທາງພາກເໜືອເຖິງພາກກາງຂອງປະເທດ ເຮັດໃຫ້ລະດັບນ້ຳໃນແມ່ນ້ຳເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ, ກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດແຈ້ງເຕືອນ.ທາງກົມໄດ້ແຈ້ງວ່າລະດັບນ້ຳໃນແມ່ນ້ຳເຊບັ້ງໄຟ ເມືອງເຊບັ້ງໄຟ ແຂວງຄຳມ່ວນປະຈຸບັນວັດແທກໄດ້ 19.14 ແມັດ ເກີນລະດັບອັນຕະລາຍ 18.50 ແມັດ. ເຮັດໃຫ້ຂົວແມ່ນ້ຳເຊບັ້ງໄຟ ເມືອງມະຫາໄຊ ສ່ຽງຕໍ່ໄພນ້ຳຖ້ວມ.ອ່ານຕໍ່ ...
เบชเบตเบฅเบฑเบเบเบฒ เบชเบธเบฅเบดเบเบปเบ
เบฅเบฒเบงเบกเบตเบชเปเบงเบเบฎเปเบงเบกเปเบเบเบฒเบเบเบฐเบซเบเบฒเบเบเบปเบงเบเบญเบเบฅเบปเบเปเบเบเปเบฒเปเบเบเบฒเบเบเบทเปเบ
ລາວໄດ້ເປີດໂຕໂຄງການລົດໄຟຟ້າໃໝ່, ຮ່ວມກັບບັນດາປະເທດເພື່ອນບ້ານໃນພາກພື້ນອາຊີຕາເວັນອອກສຽງໃຕ້ ໃນຂະນະທີ່ຕະຫຼາດລົດໄຟຟ້າກຳລັງຂະຫຍາຍຕົວ.ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ EV ລາວນະຄອນຫຼວງວຽງຈັນໄດ້ຮ່ວມກັນຈັດຕັ້ງໂຄງການດັ່ງກ່າວຂຶ້ນ, ເຊິ່ງມີຈຸດປະສົງເພື່ອສົມທຽບຕົ້ນທຶນຂອງການນຳໃຊ້ທີ່ແລ່ນດ້ວຍພະລັງງານໄຟຟ້າ ແລະ ແລ່ນດ້ວຍນ້ຳມັນເຊື້ອໄຟຈາກຊາກດຶກດຳບັນ, ກໍຄືມາດຕະການດ້ານຄວາມປອດໄພ ແລະ ເພື່ອຮັບປະກັນຄຸນນະພາບຂອງຍານພາຫະນະດັ່ງກ່າວ.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/08/26/laos-to-join-regional-electric-vehicle-boom/
เปเบขเบเบฅเบฐเบกเบฑเบเบเบฐเบเบญเบเบชเปเบงเบ 4 เบฅเปเบฒเบเบขเบนเปเบฃเปเบเบเบฒเบเบเบถเบเบญเบปเบเบฎเบปเบกเบเบฒเบเบฎเปเบงเบกเบกเบทเบเบฒเบเบตเปเบเบฅเบฒเบง
(ຂປລ) ລັດຖະບານເຢຍລະມັນໄດ້ມອບທຶນຊ່ວຍເຫຼືອຈຳນວນ 4 ລ້ານຢູໂຣສຳລັບໂຄງການຝຶກອົບຮົມການຮ່ວມມືພາຄີ (DCT) ຜ່ານໂຄງການສົ່ງເສີມການສຶກສາວິຊາຊີບ ສປປ ລາວ (VELA) ໄລຍະທີ 2.ຂໍ້ຕົກລົງໂຄງການດັ່ງກ່າວໄດ້ມີການລົງນາມທີ່ນະຄອນຫຼວງວຽງຈັນ ໃນວັນທີ 23 ສິງຫານີ້ ໂດຍທ່ານ ນຸພາ ອຸດສາ ຫົວໜ້າກົມການສຶກສານອກລະບົບ ກະຊວງສຶກສາທິການ ແລະ ກິລາ, ທ່ານນາງ ສີສົມບູນ ອຸນະວົງ ຫົວໜ້າກົມການຮ່ວມມືສາກົນ, ທ່ານ ວູຟແກັງ ຮັນນິງ ຫົວໜ້າອົງການ GIZ ປະຈຳລາວ ແລະ ທ່ານ ອາເລັກຊານດຣາ ມອນເດັນ ຫົວໜ້າໂຄງການ VELA, GIZ.ອ່ານຕໍ່ ...
เปเบเบฐเบเปเบฒเบง เบเบเบฅ
http://kpl.gov.la/En/Detail.aspx?id=47743
เบฅเบฒเบงเบเบปเบเบฅเบฐเบเบฑเบเบเบงเบฒเบกเบชเบฒเบกเบฒเบเปเบซเปเปเบเบปเปเบฒเปเปเบฒเบเบตเปเบเบฒเบชเบตเปเบเบเบฒเบเบเบฑเบเบเบฑเปเบเบเบฐเบเบดเบเบฑเบเปเบเบเบเบฒเบเบเบนเปเบเบฐเบเบญเบเบเบฒเบเบเบธเบฅเบฐเบเบดเบเบเบตเปเบเปเบฒเบเบเบฒเบเบฎเบฑเบเบฎเบญเบ
(ຂປລ) ໃນວັນທີ 26 ສິງຫານີ້ ກົມພາສີ, ກະຊວງການເງິນ ຮ່ວມກັບອົງການພາສີໂລກ (WCO) ຈັດຕັ້ງຊຸດຝຶກອົບຮົມກ່ຽວກັບການນຳໃຊ້ມາດຕະຖານຜູ້ປະກອບການທຸລະກິດທີ່ຜ່ານການຮັບຮອງ (AEO) ເພື່ອພັດທະນາຄວາມສາມາດຂອງໜ່ວຍງານຄຸ້ມຄອງພາສີຂອງ ສປປ ລາວ ໃຫ້ສາມາດກວດສອບ, ກວດກາ ແລະ ອະນຸມັດການຂໍອະນຸມັດສະຖານະ AEO ຈາກຂະແໜງເອກະຊົນໄດ້ຢ່າງມີປະສິດທະພາບ.ຄວາມຮູ້ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບການຈັດຕັ້ງປະຕິບັດໂຄງການ AEO ຈະຊ່ວຍໃນການປັບປຸງສະພາບແວດລ້ອມດ້ານການຄ້າໃນ ສປປ ລາວ ໃຫ້ດຳເນີນໄປຢ່າງເໝາະສົມ ແລະ ກົມກຽວ.ອ່ານຕໍ່ ...
เปเบเบฐเบเปเบฒเบง เบเบเบฅ
http://kpl.gov.la/En/Detail.aspx?id=47745
เปเบเบปเปเบฒเปเปเบฒเบเบตเปเบเบฒเบชเบตเบเบฑเบเบเบฑเปเบเบเบดเบเบเบฐเบเบณเบชเบปเปเบเปเบชเบตเบกเบเบฒเบเบเปเบฒเบเบเบฒเบเบเบญเบเปเบเบดเบ
ວຽງຈັນ (ວຽງຈັນທາມສ໌/ANN) – ປ້າຍຂໍ້ມູນຂ່າວສານໄດ້ມີການຕິດຕັ້ງຢູ່ດ່ານຊາຍແດນເຂົ້າອອກປະເທດ ເພື່ອໃຫ້ຂໍ້ມູນແກ່ຜູ້ເດີນທາງ ກ່ຽວກັບລະບຽບການຂອງປະເທດລາວໃນການຖືຄອງ ແລະ ຂົນຍ້າຍເງິນຕາຕ່າງໆ.ການລິເລີ່ມດັ່ງກ່າວແມ່ນສ່ວນໜຶ່ງຂອງກິດຈະກຳການໂຄສະນາເພື່ອສົ່ງເສີມຄວາມຮູ້ຄວາມເຂົ້າໃຈໃນທົ່ວປະເທດ ໂດຍຫ້ອງການຕ້ານການຟອກເງິນ (AMLIO) ແລະ ເຈົ້າໜ້າທີ່ພາສີລາວ ຮ່ວມກັບສະຖາບັນເພື່ອການຊ່ວຍເຫຼືອດ້ານກົດໝາຍ ແລະ ສະໜັບສະໜູນວິຊາການ (ILSTA).ອ່ານຕໍ່ ...
เปเบเบฐเบเปเบฒเบง
http://annx.asianews.network/content/customs-officials-step-campaign-against-money-laundering-102627