ພະລັງງານ

ພະລັງງານສຳລັບການຂົນສົ່ງ

ລາວມີສ່ວນຮ່ວມໃນການຂະຫຍາຍຕົວຂອງລົດໄຟຟ້າໃນພາກພື້ນ

ລາວໄດ້ເປີດໂຕໂຄງການລົດໄຟຟ້າໃໝ່, ຮ່ວມກັບບັນດາປະເທດເພື່ອນບ້ານໃນພາກພື້ນອາຊີຕາເວັນອອກສຽງໃຕ້ ໃນຂະນະທີ່ຕະຫຼາດລົດໄຟຟ້າກຳລັງຂະຫຍາຍຕົວ.ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ EV ລາວນະຄອນຫຼວງວຽງຈັນໄດ້ຮ່ວມກັນຈັດຕັ້ງໂຄງການດັ່ງກ່າວຂຶ້ນ, ເຊິ່ງມີຈຸດປະສົງເພື່ອສົມທຽບຕົ້ນທຶນຂອງການນຳໃຊ້ທີ່ແລ່ນດ້ວຍພະລັງງານໄຟຟ້າ ແລະ ແລ່ນດ້ວຍນ້ຳມັນເຊື້ອໄຟຈາກຊາກດຶກດຳບັນ, ກໍຄືມາດຕະການດ້ານຄວາມປອດໄພ ແລະ ເພື່ອຮັບປະກັນຄຸນນະພາບຂອງຍານພາຫະນະດັ່ງກ່າວ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/26/laos-to-join-regional-electric-vehicle-boom/

ລາວຫວັງເລີ່ມນຳໃຊ້ລົດໄຟຟ້າພາຍໃນປີໜ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຄາດວ່າຈະນຳເຂົ້າລົດໄຟຟ້າໃນປີໜ້າ ເພື່ອສະໜັບສະໜູນບາດກ້າວຂອງລັດຖະບານໃນການຫຼຸດຜ່ອນການນຳໃຊ້ເຊື້ອໄຟຈາກຊາກດຶກດຳບັນ.ການນຳເຂົ້າລົດໄຟຟ້າຈະດຳເນີນຕາມຄຳສັ່ງຂອງລັດຖະບານສຳລັບໂຄງການທົດລອງ, ທ່ານ ທອງຈັນ ສັນທະສິດ ຮອງປະທານບໍລິຫານບໍລິສັດລາວ ອີວີ ຈຳກັດ ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ໃນວັນພຸດນີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-hoping-spark-use-electric-vehicles-next-year-102441

ລາວເຂັ້ມງວດໃນການກວດສອບເພື່ອຮັບປະກັນວ່ານ້ຳມັນເຊື້ອໄຟໃນລາວສອດຄ່ອງຕາມມາດຕະຖານ

ວຽງຈັນ (ວຽງຈັນທາມສ໌/ANN) – ກົມມາດຕະຖານ ແລະ ວັດແທກ ພາຍໃຕ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະດຳເນີນການກວດການ້ຳມັນເຊື້ອໄຟຢູ່ຕາມປ້ຳນ້ຳມັນໃນທົ່ວປະເທດໃນປີນີ້ ເພື່ອຮັບປະກັນວ່າຜະລິດຕະພັນຕ່າງໆສອດຄ່ອງຕາມມາດຕະຖານທີ່ກຳນົດໂດຍລັດຖະບານ.ໃນປີ 2017, ທາງກົມໄດ້ກວດພົບຕົວຢ່າງຂອງນ້ຳມັນເຊື້ອໄຟທີ່ຜະສົມເຫຼົ້າ, ນ້ຳກົດ ຫຼື ນ້ຳມັດກາດ ໃນ 30% ຂອງປ້ຳນ້ຳມັນທັງໝົດທີ່ກວດສອບ, ແຕ່ມາໃນປີ 2018 ຕົວເລກດັ່ງກ່າວຫຼຸດລົງເຫຼືອພຽງ 10%. ອ່ານຕໍ່ ...

ໂຕະຂ່າວ

ລາວໄດ້ຮັບນ້ຳມັນນຳເຂົ້າຈາກຈີນຊຸດທຳອິດ

ບໍລິສັດລາວນຳເຂົ້ານ້ຳມັນກາຊວນມາດຕະຖານອາຍເສຍຢູໂຣ 5 ຈາກຈີນເປັນຄັ້ງທຳອິດ, ເຊິ່ງເປັນບາດກ້າວປະຫວັດສາດສຳລັບປະເທດລາວ ແລະ ເປັນການຂະຫຍາຍຕະຫຼາດການຄ້າລະຫວ່າງສອງຊາດ.ບໍລິສັດປີໂຕຣໄຊນາໄດ້ສົ່ງມອບນ້ຳມັນກາຊວນປະລິມານ 64 ໂຕນ ໃຫ້ແກ່ບໍລິສັດລັດວິສາຫະກິດການຄ້ານ້ຳມັນເຊື້ອໄຟແຫ່ງຊາດຂອງລາວ (NTP) ໃນອາທິດແລ້ວນີ້ ທີ່ຊາຍແດນລາວ-ຈີນ ພາຍໃຕ້ການຊ້ອງໜ້າຂອງເຈົ້າໜ້າທີ່ພາສີ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຈີນເລີ່ມສົ່ງອອກນຳມັນໃຫ້ລາວ

ບໍ່ເຕັນມ ລາວ, 31 ຕຸລາ (ຊິນຫົວ) — ການສົ່ງອອກນ້ຳມັນກັ່ນຂອງຈີນສູ່ຕະຫຼາດລາວຄັ້ງປະຖົມມະເລີກ ໄດ້ມີການສົ່ງມອບນ້ຳມັນກາຊວນຈຳນວນ 64 ໂຕນ ຈາກບໍລິສັດປີໂຕຣໄຊນາໃຫ້ກັບບໍລິສັດໃນລາວ ທີ່ຊາຍແດນລາວ-ຈີນ ໃນວັນພຸດທີ່ຜ່ານມານີ້.ບໍລິສັດປີໂຕຣໄຊນາສາກົນ (ຢຸນນານ) ຈຳກັດ, ສາຂາບໍລິສັດປີໂຕຣໄຊນາກຣຸບ, ໄດ້ທຳການສຶກສາ ແລະ ກະກຽມເປັນເວລາສອງປີນັບແຕ່ປີ 2016 ໃນການເຂົ້າເຖິງຕະຫຼາດນ້ຳມັນລາວ.ອ່ານຕໍ່ ...

ຢາງ ຢີ້

ລັດປິດຮັບຂໍ້ສະເໜີສຳລັບຜູ້ນຳເຂົ້າ ແລະ ສົ່ງອອກເຊື້ອໄຟລາຍໃໝ່

ເຈົ້າໜ້າທີ່ລະດັບສູງຂອງກະຊວງອຸດສາຫະກຳ ແລະ ການຄ້າລາຍງານວ່າ ລັດຖະບານຈະບໍ່ພິຈາລະນາຂໍ້ສະເໜີການລົງທຶນໃໝ່ຈາກຫົວໜ່ວຍທຸລະກິດ ທີ່ຕ້ອງການສ້າງຕັ້ງທຸລະກິດເພື່ອນຳເຂົ້າ/ສົ່ງອອກເຊື້ອໄຟ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ລາວເປັນປະເທດນ້ຳມັນແພງອັນດັບສອງໃນອາຊຽນ

ເຈົ້າໜ້າທີ່ກະຊວງພະລັງງານ ແລະ ບໍ່ແຮ່ເປີດເຜີຍວ່າລາວເປັນປະເທດອັນດັບສອງໃນບັນດາປະເທດອາຊຽນທີ່ມີການຊື້ຂາຍນ້ຳມັນເຊື້ອໄຟໃນລາຄາແພງສຸດ.ອ່ານຕໍ່ ...

ເດິລາວທຽນທາມສ໌

ລາຄານ້ຳມັນເຊື້ອໄຟປັບຂຶ້ນ ແລະ ອາດເພີ່ມສູງຂຶ້ນອີກ

ວັນເສົາ (26 ພຶດສະພາ), ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟໄດ້ປັບຕົວເພີ່ມຂຶ້ນ. ຕາມການອະນຸມັດຂອງກະຊວງອຸດສາຫະກຳ ແລະ ການຄ້າ, ບໍລິສັດນ້ຳມັນ ແລະ ປ້ຳນ້ຳມັນທົ່ວປະເທດ ໄດ້ປັບລາຄາຂາຍຍ່ອຍນ້ຳມັນເຊື້ອໄຟຂຶ້ນຕື່ມອີກ 200 ກີບ/ລິດ ສຳລັບແອັດຊັງພິເສດ, 100 ກີບ/ລິດ ສຳລັບແອັດຊັງທຳມະດາ ແລະ 100 ກີບ/ລິດ ສຳລັບນ້ຳມັນກາຊວນ.ອ່ານຕໍ່ ...

ເດິລາວທຽນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Ug3kA
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!