News

ນັກສ້າງຮູບເງົາຢູ່ອາເມລິກາຂົນຂວາຍທຶນເພື່ອສ້າງຮູບເງົາສາລະຄະດີກ່ຽວກັບສົງຄາມລັບໃນລາວ

ນັກສ້າງຮູບເງົາເຈົ້າຂອງລາງວັນພູລີເຊີ ເອຣິນ ແມັກກ໊ອຟ ກຳລັງດຳເນີນກິດຈະກຳຂົນຂວາຍແຫຼ່ງທຶນອິນດີໂກໂກ ໄລຍະ 30 ວັນ ເພື່ອຊ່ວຍສົມທົບທຶນຈຳນວນ 37,000 ໂດລາ ເພື່ອສ້າງຮູບເງົາສາລະຄະດີໃນຝັນ ທີ່ສະທ້ອນການຖິ້ມລະເບີດປິດລັບໃນລາວ, ເຊິ່ງເປັນສາກສົງຄາມລັບສຸດຍອດທີ່ເຂັ້ມຂຸ້ນໃນໄລຍະຂັດແຍ່ງກັບຫວຽດນາມ.ອ່ານຕໍ່ ...

ເດີລາວທຽນທາມສ໌

ລາວແລະກອງທຶນອະນຸລັກທຳມະຊາດໂລກສືບຕໍ່ຮ່ວມມືກ່ຽວກັບການຕັດໄມ້ໄຜ່, ຫວາຍ

ລັດຖະບານລາວ ແລະ ກອງທຶນອະນຸລັກທຳມະຊາດໂລກໄດ້ຕົກລົງຈັດຕັ້ງປະຕິບັດໂຄງການຕັດ ແລະ ຜະລິດໄມ້ໄຜ່-ຫວາຍແບບຍືນຍົງໄລຍະທີ 5. ບົດບັນທຶກຄວາມເຂົ້າໃຈຂອງໂຄງການດັ່ງກ່າວໄດ້ມີການລົງນາມກັນໃນວັນຈັນທີ່ຜ່ານມານີ້ ທີ່ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ທີ່ວຽງຈັນ.ອ່ານຕໍ່ ...

ວຽງຈັນທາມສ໌

ອຳນາດການປົກຄອງຂັ້ນແຂວງຈາກລາວ, ໄທ ປຶກສາຫາລືເພື່ອສະກັດກັ້ນການຄ້າມະນຸດ

ອຳນາດການປົກຄອງແຂວງຈຳປາສັກ ປະເທດລາວ ແລະ ຈັງຫວັດອຸບົນລາດຊະທານີ ປະເທດໄທ ສືບຕໍ່ຮ່ວມມືກັນໃນໂຄງການປົກປ້ອງແຮງງານແມ່ຍິງ ແລະ ເດັກນ້ອຍຈາກການຄ້າປະເວນີທີ່ຜິດກົດໝາຍ ແລະ ການຄ້າມະນຸດ. ຕາມການລາຍງານຂອງສຳນັກຂ່າວຈຳປາໃໝ່, ການປະຊຸມດັ່ງກ່າວໄດ້ຈັດຂຶ້ນທີ່ຈັງຫວັດອຸບົນລາດຊະທານີ ເພື່ອແລກປ່ຽນປະສົບການ ແລະ ທັກສະຕ່າງໆໃນການຈັດການກັບການຄ້າມະນຸດໃນພື້ນທີ່ຊາຍແດນລະຫວ່າງສອງແຂວງ.ອ່ານຕໍ່ ...

ວຽງຈັນທາມສ໌

ນາຍົກກ່າວ: ເສັ້ນທາງລົດໄຟຈະສ້າງຜົນປະໂຫຍດທາງດ້ານເສດຖະກິດ ແລະ ການພັດທະນາ

ສຳນັກຂ່າວນິເຄອິຂອງຍີ່ປຸ່ນໄດ້ລາຍງານໃນວານນີ້ວ່າ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວໃນກອງປະຊຸມທີ່ປະເທດຍີ່ປຸ່ນວ່າ ເສັ້ນທາງລົດໄຟລາວ-ຈີນ ເຊິ່ງເປັນສ່ວນໜຶ່ງການລິເລີ່ມເສັ້ນທາງເຊື່ອມໂຍງດ້ານການຄ້າຂອງຈີນ ຈະສ້າງຜົນປະໂຫຍດໃຫຍ່ຫຼວງຕໍ່ເສດຖະກິດ ແລະ ພາບລວມການພັດທະນາຂອງລາວ. ຈາກເປົ້າໝາຍການຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາທີ່ສຸດ ທ່ານນາຍົກໄດ້ກ່າວໃນກອງປະຊຸມວ່າດ້ວຍອະນາຄົດຂອງອາຊີ ທີ່ກຸງໂຕກຽວວ່າ ລັດຖະບານລາວມີເຈດຈຳນົງຫັນປ່ຽນປະເທດລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໄປສູ່ປະເທດທີ່ເປັນຂົວຕໍ່ເຊື່ອມໂຍງພາກພື້ນ ແລະ ການສ້າງເສັ້ນທາງລົດໄຟນີ້ແມ່ນໜຶ່ງໃນບາດກ້າວສຳຄັນຂອງແຜນການດັ່ງກ່າວ.ອ່ານຕໍ່ ...

ວຽງຈັນທາມສ໌

ເຢຍລະມັນໃຫ້ທຶນກູ້ຢືມເພື່ອຊ່ວຍເຫຼືອວຽກງານດ້ານທັນຕະກຳໃນລາວ

ສະຖາບັນຕຣີນອນ ຄອລເລຈຽມ ແພລກຕິຄັມ ແຫ່ງປະເທດເຢຍລະມັນໃຫ້ທຶນຊ່ວຍເຫຼືອປະມານ 1 ລ້ານໂດລາສະຫະລັດ (ຫຼືກວ່າ 8 ຕື້ກີບ) ແກ່ລາວ ເພື່ອປັບປຸງການບໍລິການດ້ານສຸຂະພາບຊ່ອງປາກ ແຕ່ປີ 2018-2021. ພິທີເຊັນຂໍ້ຕົກລົງໄລຍະ 3 ຂອງໂຄງການຍົກລະດັບວຽກງານດ້ານທັນຕະກຳດັ່ງກ່າວ ໄດ້ຈັດຂຶ້ນທີ່ວຽງຈັນ ໃນວັນຈັນທີ່ຜ່ານມາ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ສະເໜີໃຫ້ລັດຖະບານນຳໃຊ້ຄັງສຳຮອງເພື່ອກົດລາຄານ້ຳມັນທີ່ດີດຕົວ

(ຂປລ) ນັກເສດຖະສາດສະເໜີໃຫ້ລັດຖະບານນຳໃຊ້ຄັງສຳຮອງຕ່າງປະເທດເພື່ອກົດລາຄານ້ຳມັນເຊື້ອໄຟທີ່ຖີບຕົວສູງຂຶ້ນ ທັງເຕືອນວ່າການເພີ່ມຂຶ້ນຂອງລາຄານ້ຳມັນດັ່ງກ່າວອາດເຮັດໃຫ້ເກີດໄພເງິນເຟີ້.ອ່ານຕໍ່ ...

ຂປລ

ສະພາແຫ່ງຊາດຫາລືຮ່າງແຜນແມ່ບົດກ່ຽວກັບການນຳໃຊ້ທີ່ດິນ

ໃນມື້ວານນີ້ ສະມາຊິກສະພາແຫ່ງຊາດໄດ້ຮຽກຮ້ອງໃຫ້ລັດຖະບານທຳການປັບປຸງການຄຸ້ມຄອງ ແລະ ຈັດສັນທີ່ດິນໃຫ້ເໝາະສົມກັບຈຸດປະສົງການນຳໃຊ້ຕ່າງໆ ເມື່ອນັກກົດໝາຍຫາລືແຜນແມ່ບົດແຫ່ງຊາດກ່ຽວກັບການຈັດສັນທີ່ດິນ.ອ່ານຕໍ່ ...

ວຽງຈັນທາມສ໌

ລັດຖະບານຊຸກຍູ້ການຄຸ້ມຄອງການນຳໃຊ້ຢາປາບສັດຕູພືດ ແລະ ຢາຂ້າຫຍ້າ

ສະພາແຫ່ງຊາດໄດ້ຮຽກຮ້ອງໃຫ້ລັດຖະບານດຳເນີນການຄວບຄຸມການນຳໃຊສານເຄມີໃນການກະສິກຳ ແລະ ສະກັດກັ້ນການນຳເຂົ້າຢາຂ້າຫຍ້າ ແລະ ຢາປາບສັດຕູພືດທີ່ບໍ່ຖືກຕາມລະບຽບກົດໝາຍ.ອ່ານຕໍ່ ...

ສົມສັກ ພົງຂາວ

ໂຄງການລົງທຶນຂອງລັດມີມູນຄ່າເກີນຈິງເຖິງພັນຕື້ກີບ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວຕໍ່ທີ່ປະຊຸມສະພາແຫ່ງຊາດໃນວັນສຸກແລ້ວນີ້ວ່າໂຄງການລົງທຶນຂອງລັດຖະບານໃນຊຸມປີທີ່ຜ່ານມາມີມູນຄ່າເກີນຈິງເຖິງໜຶ່ງພັນຕື້ກີບ. ນີ້ແມ່ນຜົນຈາກການກວດສອບລັດຖະບານອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ບໍລິສັດໄມ້ສະເຫຼີມສະຫຼອງວັນປູກຕົ້ນໄມ້ດ້ວຍການປູກໄມ້

ໃນອາທິດແລ້ວນີ້ ບໍລິສັດກະສິກຳປ່າໄມ້ບູຣະພາ ໄດ້ປູກໄມ້ວິກ, ໄມ້ກະຖິນນະລົງ, ໄມ້ແຕ້ຫໍ້ ແລະ ໄມ້ຂະຍູງ ໃນສວນໄມ້ປູກທົດລອງແບບປະສົມປະສານ ເພື່ອສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ. ປ່າໄມ້ປູກທົດລອງຂະໜາດ 18 ເຮັກຕານີ້ແມ່ນຕັ້ງຢູ່ບ້ານແສນອຸດົມ, ເມືອງໄຊທານີ, ວຽງຈັນ, ມີຈຸດປະສົງເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນທ້ອງຖິ່ນ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

XY4Pw
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!