ເປົ້າໝາຍການພັດທະນາແບບຍືນຍົງ

ລັດຖະບານ, ຄູ່ຮ່ວມພັດທະນາສາກົນ ທົບທວນຄວາມຄືບໜ້າໃນການດຳເນີນການເພື່ອບັນລຸເປົ້າໝາຍການພັດທະນາ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະສືບຕໍ່ດຳເນີນການເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໃນທຸກໆຂະແໜງການ ກໍຄືເສີມຂະຫຍາຍການສ້າງຄວາມສາມາດ ແລະ ຍົກລະດັບຄວາມຮູ້ ໃນຂົງເຂດການປ່ຽນແປງຂອງສະພາບອາກາດ.ໃນພິທີປິດກອງປະຊຸມໂຕະມົນ 2019 ໃນວັນອັງຄານນີ້, ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ ໜຶ່ງໃນບັນດາເປົ້າໝາຍການພັດທະນາທີ່ສຳຄັນທີ່ສຸດສຳລັບປະເທດລາວ ກໍຄືການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG) ແຫ່ງຊາດໃນຫົວຂໍ້ທີ່ມີຊື່ວ່າ “ມີຊີວິດທີ່ປອດໄພ ຈາກລະເບີດທີ່ບໍ່ທັນແຕກ.”ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ອອສ໌ເຕຼເລຍ ໃຫ້ທຶນຊ່ວຍເຫຼືອເພື່ອສົ່ງເສີມສຸຂະພາບ, ຄວາມສະເໝີພາບຍິງຊາຍ ຢູ່ແຂວງສະຫວັນນະເຂດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ອອສ໌ເຕຼເລຍ ໃຫ້ທຶນຊ່ວຍເຫຼືອກວ່າ 25 ຕື້ກີບ (4.2 ລ້ານໂດລາອອສ໌ເຕຼເລຍ) ເພື່ອການປັບປຸງຄວາມສະເໝີພາບໃນການເຂົ້າເຖິງ ແລະ ນຳໃຊ້ສຸຂາພິບານ ແລະ ສຸຂະອະນາໄມ ຢູ່ແຂວງສະຫວັນນະເຂດ.ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດໂຄງການສຸຂາພິບານ ແລະ ສຸຂະອະນາໄມແບບຍືນຍົງສຳລັບທຸກຄົນ ໄດ້ມີການລົງນາມຫວ່າງໝໍ່ໆມານີ້ ລະຫວ່າງທ່ານ ປອ. ບົງສຸວັນ ພັນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ ແລະ ທ່ານ ດຣ ແອລເລີດ ວັນ ເດນແຮັມ ຫົວໜ້າອົງການ SNV ປະຈຳລາວ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ວຽກງານໂພຊະນາການ, ນ້ຳ, ສຸຂາພິບານ ໄດ້ຮັບການເສີມຂະຫຍາຍ ພາຍໃຕ້ການທົບທວນໂຄງການ EU - ລາວ ກ່ຽວກັບເປົ້າໝາຍການພັດທະນາແບບຍືນຍົງ

(ຂປລ) ການເຂົ້າເຖິງໂພຊະນາການທີ່ຈຳເປັນ, ນ້ຳສະອາດ ແລະ ສຸຂາພິບານທີ່ພຽງພໍ ແມ່ນກຸນແຈໄປສູ່ການມີສຸຂະພາບ ແລະ ການດຳລົງຊີວິດທີ່ດີຂອງປະຊາກອກໃນທົ່ວໂລກ ໂດຍສະເພາະໃນປະເທດກຳລັງພັດທະນາໃນອາຊີໃຕ້ຄື ສປປ ລາວ.ນີ້ແມ່ນເປົ້າໝາຍລວມຂອງໂຄງການສົ່ງເສີມໂພຊະນາການ ແລະ ສ້າງພື້ນຖານໂຄງລ່າງ WASH (SUNWIP) ເຊິ່ງໄດ້ມີການຈັດກອງປະຊຸມປະຈຳປີຂຶ້ນທີ່ນະຄອນວຽງຈັນ ໃນວັນອັງຄານທີ 22 ຕຸລານີ້.ອ່ານຕໍ່ ...

ໂຕະຂ່າວ ຂປລ

ລາວເດີນໜ້າປະຕິບັດເພື່ອບັນລຸແຜນວາລະເປົ້າໝາຍ SDG ປີ 2030

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງການຕ່າງປະເທດ ແລະ ກົມການເສດຖະກິດ ແລະ ສັງຄົມ ສະຫະປະຊາຊາດ (UN-DESA) ສືບຕໍ່ການປຶກສາຫາລືກ່ຽວກັບແຜນການເພື່ອປັບປຸງການປະສານງານ ແລະ ການລວມເປົ້າໝາຍການພັດທະນາແບບຍືນຍົງ (SDGs) ເພື່ອຊ່ວຍໃຫ້ລາວບັນລຸແຜນວາລະປີ 2030.ກອງປະຊຸມໄລຍະ 2 ວັນ (ວັນທີ 3-4 ຕຸລາ) ພາຍໃຕ້ຫົວຂໍ້ “ກອງປະຊຸມແຫ່ງຊາດເພື່ອການກະກຽມດ້ານສະຖາບັນ ສຳລັບວາລະປີ 2030: ການປັບປຸງການປະສານງານ ແລະ ການລວມເປົ້າໝາຍ SDGs” ໄດ້ໄຂຂຶ້ນວານນິ້ ແລະ ສືບຕໍ່ການສົນທະນາກ່ຽວກັບການສ້າງຄວາມສາມາດ ແລະ ພື້ນຖານເພື່ອເລັ່ງມືໃນການປະຕິບັດເພື່ອບັນລຸ SDGs, ພາຍຫຼັງການຫາລືໃນເດືອນພຶດສະພາທີ່ຜ່ານມາ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-making-strides-towards-2030-sdg-agenda-105513

ອຳນາດການປົກຄອງທົບທວນໝາກຜົນ ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ SDGs

ເຈົ້າໜ້າທີ່ລັດຖະບານກວ່າ 70 ຄົນໄດ້ປະຊຸມກັນທີ່ວຽງຈັນວານນີ້ ເພື່ອທົບທວນໝາກຜົນ, ຄວາມຄືບໜ້າ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ສຳລັບສົກປີ 2018-2019.ກອງປະຊຸມປະຈຳປີຂອງຄະນະຊີ້ນຳການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດຂອງລາວຈົນເຖິງປີ 2030 ໄດ້ຈັດຂຶ້ນທີ່ສູນປະຊຸມ ແລະ ຝຶກອົບຮົມສາກົນ ນະຄອນຫຼວງວຽງຈັນ ເພື່ອທົບທວນຄວາມຄືບໜ້າ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດ ທັງມີການແລກປ່ຽນຄຳຄິດຄຳເຫັນຂອງຜູ້ເຂົ້າຮ່ວມກ່ຽວກັບແຜນໃນຕໍ່ໜ້າ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ລາວຮ່ວມມືກັບນາໆຊາດໃນການທົວທວນຈຸດຢືນກ່ຽວກັບວຽກງານສຸຂາພິບານ ແລະ ນ້ຳ

ລາວຮ່ວມມືກັບນາໆຊາດ ແລະ ຄູ່ຮ່ວມພັດທະນາໃນກອງປະຊຸມຂະແໜງລັດຖະມົນຕີ (SMM) ເຊິ່ງຈັດຂຶ້ນໂດຍເຄືອຂ່າຍການຮ່ວມມືນ້ຳ ແລະ ສຸຂາພິບານເພື່ອທຸກຄົນ ທີ່ເມືອງຊັນໂຈເຊ, ປະເທດຄອສ໌ຕາຣິກາ ໃນວັນທີ 4-5 ເມສານີ້.ຫົວຂໍ້ຂອງກອງປະຊຸມແມ່ນກ່ຽວກັບການສະໜັບສະໜູນການບັນລຸເປົ້າໝາຍທີ່ກ່ຽວຂ້ອງກັບນ້ຳ, ສຸຂາພິບານ ແລະ ສຸຂະອະນາໄມ (WASH) ໃນເປົ້າໝາຍການພັດທະນາແບບຍືນຍົງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຊ່ຽວຊານຈັດການບັນຫາການລວມເປົ້າໝາຍການພັດທະນາສາກົນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງການຕ່າງໆກຳລັງຜະເຊີນກັບສິ່ງທ້າທາຍຫຼາຍຢ່າງໃນການຈັດຕັ້ງປະຕິບດເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະແມ່ນການລວມບັນດາຕົວຊີ້ວັດເຂົ້າກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (NSEDP).ບັນຫາດັ່ງກ່າວ ແມ່ນຫົວຂໍ້ຫຼັກໃນການສົນທະນາປຶກສາຫາລືຂອງບັນດາຊ່ຽວຊານຈາກກພາກສ່ວນລັດຖະບານ ແລະ ອົງການຈັດຕັ້ງຕ່າງໆ ໃນກອງປະຊຸມທີ່ວຽງຈັນວານນີ້ ເພື່ອເຜີຍແຜ່ຜົນຂອງກອງປະຊຸມໂຕະມົນ 2018 ພາຍໃຕ້ການເປັນປະທານຂອງທ່ານ (ປອ) ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ກອງປະຊຸມກ່ຽວກັບຂໍ້ມູນແຜນທີ່ຈັດຂຶ້ນທີ່ນະຄອນວຽງຈັນ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະຜູ້ແທນຈາກປະເທດລາວ ແລະ ບັນດາປະເທດສະມາຊິກອາຊຽນ ໄດ້ປະຊຸມກັນທີ່ວຽງຈັນມື້ວານນີ້ ເພື່ອແບ່ງປັນແນວຄິດກ່ຽວກັບການນຳໃຊ້ຂໍ້ມູນຂ່າວສານແຜນທີ່ ເພື່ອສົ່ງເສີມການພັດທະນາແບບຍືນຍົງ.ຜູ້ເຂົ້າຮ່ວມກອງປະຊຸມໄດ້ຫາລືກ່ຽວກັບວ່າ ຂໍ້ມູນຂ່າວສານກ່ຽວກັບແຜນທີ່ຈະສາມາດປະກອບສ່ວນຄືແນວໃດເຂົ້າໃນໂຄງສ້າງຕົວຊີ້ວັດທີ່ໄດ້ຕົກລົງກັນ ເພື່ອການຕິດຕາມຄວາມຄືບໜ້າໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs).ອ່ານຕໍ່ ...

ໂຕະຂ່າວ

ລາວ ແລະ ກຳປູເຈຍຮ່ວມມືໃນໂຄງການກ່ຽວກັບຊັບພະຍາກອນແຫຼ່ງນ້ຳຂ້າມຊາຍແດນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ກຳປູເຈຍໄດ້ຕົກລົງກ່ຽວກັບການປະຕິບັດການຮ່ວມ ກ່ຽວກັບບູລິມະສິດຕົ້ນຕໍຂອງໂຄງການຮ່ວມມືໃນການພັດທະນາ ແລະ ການຄຸ້ມຄອງຊັບພະຍາກອນແຫຼ່ງນ້ຳຂ້າມຊາຍແດນ.ຕົວແທນຈາກສອງຊາດໄດ້ຮ່ວມຫາລືແຜນການໃນກອງປະຊຸມຂອງຄະນະກວດສອບລະດັບພາກພື້ນ, ເຊິ່ງໄດ້ກຳນົດເອົາການທ່ອງທ່ຽວແບບອະນຸລັກ ແລະ ການຄຸ້ມຄອງການປະມົງເປັນບູລິມະສິດສູງສຸດສຳລັບໂຄງການ ລະຫວ່າງແຂວງສະຕັງເຕຣັງຂອງກຳປູເຈຍ ແລະ ແຂວງຈຳປາສັກຂອງລາວ.ອ່ານຕໍ່ ...

ໂຕະຂ່າວ

ເຢຍລະມັນສະໜັບສະໜູນລາວໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ

ເຢຍລະມັນຕົກລົງໃຫ້ທຶນຊ່ວຍເຫຼືອກວ່າ 487 ຕື້ກີບ (50 ລ້ານຢູໂຣ) ເພື່ອເສີມຂະຫຍາຍການຮ່ວມມືກັບລາວ ເພື່ອກ້າວໄປສູ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ.ທຶນຊ່ວຍເຫຼືອຂອງເຢຍລະມັນດັ່ງກ່າວແມ່ນເພື່ອສະໜັບສະໜູນໂຄງການຕ່າງໆໃນຂະແໜງການພັດທະນາຊົນນະບົດ, ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ, ການພັດທະນາເສດຖະກິດແບບຍືນຍົງ, ແລະ ການຟື້ນຟູພື້ນຖານໂຄງລ່າງໃນແຂວງອັດຕະປື.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

YXPrM
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!