ຊ່ຽວຊານຈັດການບັນຫາການລວມເປົ້າໝາຍການພັດທະນາສາກົນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງການຕ່າງໆກຳລັງຜະເຊີນກັບສິ່ງທ້າທາຍຫຼາຍຢ່າງໃນການຈັດຕັ້ງປະຕິບດເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະແມ່ນການລວມບັນດາຕົວຊີ້ວັດເຂົ້າກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (NSEDP).

ບັນຫາດັ່ງກ່າວ ແມ່ນຫົວຂໍ້ຫຼັກໃນການສົນທະນາປຶກສາຫາລືຂອງບັນດາຊ່ຽວຊານຈາກກພາກສ່ວນລັດຖະບານ ແລະ ອົງການຈັດຕັ້ງຕ່າງໆ ໃນກອງປະຊຸມທີ່ວຽງຈັນວານນີ້ ເພື່ອເຜີຍແຜ່ຜົນຂອງກອງປະຊຸມໂຕະມົນ 2018 ພາຍໃຕ້ການເປັນປະທານຂອງທ່ານ (ປອ) ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ.

ອ່ານຕໍ່…

ພົມພົງ ເຫຼົາອິນ