ສາທາລະນະສຸກ
ບັນຫາບູລິມະສິດດ້ານສຸຂະພາບ
ຈຳນວນກໍລະນີມີເຊື້ອໄຂ້ຍຸງ ເພິ່ມຂື້ນສູງເຖິງ 7,928 ກໍລະນີໃນລາວ, 12 ຄົນເສຍຊີວິດ
ຂ່າວສານຊິນຮົວ – ບັນດາກໍລະນີຖືເຊື້ອໃຂ້ຍຸງໃນ ສປປ ລາວ ເພິ່ມສູງຂື້ນເຖິງ 7,928 ຄົນ, ຊຶ່ງນັບແຕ່ເດືອນມັງກອນເປັນຕົ້ນມາ, ໃນນັ້ນມີ 12 ຄົນເສຍຊີວິດ, ອີງຕາມຂໍ້ມູນຈາກກະຊວງສາທາລະນະສຸກ. ອີງຕາມການລາຍງານຈາກສູນຂໍ້ມູນຂ່າວສານ ແລະ ການສຶກສາດ້ານສາທາລະນະສຸກລາຍງານໃນວັນພະຫັດທີ່ຜ່ານມານີ້ວ່າໃນນັ້ນຕົວເລກສູງສຸດຂອງຜູ້ປ່ວຍເຊື້ອພະຍາດໄຂ້ຍຸງແມ່ນມີໃນນະຄອນຫຼວງວຽງຈັນເຖິງ 1823 ກໍລະນີ. ອ່ານເພິ່ມເຕີມ. ...
huaxia
ລາວມີກໍລະນີຜູ້ຕິດເຊື້ອໄຂ້ປ່າ 5,600 ກວ່າກໍລະນີທົ່ວປະເທດສຳລັບປີນີ້
ແຂວງວຽງຈັນ: ລາວມີກໍລະນີຜູ້ຕິດເຊື້ອພະຍາດໄຂ້ປ່າ 5,600 ກວ່າກໍລະນີທົ່ວປະເທດສຳລັບປີນີ້, ແຕ່ບໍ່ພົບຜູ້ເສຍຊີວິດ ໃນຂະນະທີ່ຈຳນວນຜູ້ຕິດເຊື້ອຍັງສືບຫຼຸດລົງ.ຂໍ້ມູນດັ່ງກ່າວ ມີການເປີດເຜີຍໃນກອງປະຊຸມສະຫຼຸບວຽກງານ ຂອງກະຊວງສາທາລະນະສຸກໃນປີຜ່ານມາ ແລະ ຫາລືແຜນການສຳລັບປີ 2020 ຢູ່ເມືອງວັງວຽງ ແຂວວຽງຈັນ ໃນວັນທີ 16-20 ທັນວານີ້.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ອຳນາດການປົກຄອງ ຮ່ວມແຮງກັນຕ້ານການລະບາດຂອງເຊື້ອ HIV
ຄະນະກຳມະການຕ້ານ HIV/AIDS ສົ່ງເສີມໃຫ້ປະຊາຊົນກຸ່ມສ່ຽງຕໍ່ການຕິດເຊື້ອ HIV ເຂົ້າຮັບການກວດເລືອດ ແລະ ໃຫ້ຜູ້ທີ່ຕິດເຊື້ອ ເຂົ້າຮັບການປິ່ນປົວດ້ວຍຢາຕ້ານການຂະຫຍາຍຕົວຂອງພະຍາດ ເພື່ອສະກັດກັ້ນການລະບາດຂອງເຊື້ອໄວຣັສ໌ດັ່ງກ່າວ.ສຳລັບຜູ້ທີ່ຕ້ອງການກວດເລືອດ ສາມາດເຂົ້າຮັບການກວດໂດຍບໍ່ເສຍຄ່າ, ສ່ວນຜູ້ທີ່ຕິດເຊື້ອ ກໍສາມາດເຂົ້າຮັບການປິ່ນປົວໄດ້ຕາມສູນ HIV ໃກ້ບ້ານ ແລະ ໂຮງໝໍໃນນະຄອນຫຼວງວຽງຈັນ ແລະ ໂຮງໝໍແຂວງ. ສູນບໍລິການເຫຼົ່ານີ້ ມີການບໍລິການທີ່ເປັນກັນເອງ ພ້ອມທັງຮັບປະກັນການເກັບຂໍ້ມູນເປັນຄວາມລັບ.ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
ລາວມີຕົວເລກຜູ້ຕິດເຊື້ອໄຂ້ຍຸງກວ່າ 28,300 ກໍລະນີ
(ຂປລ) ນັບແຕ່ຕົ້ນປີ 2019 ປະເທດລາວມີຈຳນວນຜູ້ຕິດເຊື້ອໄຂ້ເລືອດອອກເພີ່ມຂຶ້ນເຖິງ 28,371 ກໍລະນີ ໃນນັ້ນມີຜູ້ເສຍຊີວິດ 60 ກໍລະນີ, ຕາມການລາຍງານຂອງກະຊວງສາທາລະນະສຸກ.ສະຖິຕິການຕິດເຊື້ອພະຍາດດັ່ງກ່າວແມ່ນສູງກວ່າຕົວເລກໃນໄລຍະດຽວກັນຂອງປີຜ່ານມາເຖິງຫ້າເທົ່າ, ເຊິ່ງມີຜູ້ຕິດເຊື້ອພຽງແຕ່ປະມານ 4,600 ກໍລະນີ ແລະ ມີຜູ້ເສຍຊີວິດ 14 ກໍລະນີ.ຍອດຕົວເລກຜູ້ເສຍຊີວິດຢູ່ແຂວງສະຫວັນນະເຂດຍັງຄົງສູງກວ່າຢູ່ແຂວງອື່ນ.ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47906
ແຂວງສະຫວັນນະເຂດໄດ້ຮັບການຊຸກຍູ້ໃຫ້ຍົກລະດັບການເບິ່ງແຍງສຸຂະພາບສຳລັບແມ່ມານ
ພະນັກງານທ້ອງຖິ່ນໄດ້ຮັບການຊຸກຍູ້ໃຫ້ຍົກລະດັບຄຸນນະພາບ ແລະ ເພີ່ມທະວີການເຂົ້າເຖິງການບໍລິການດ້ານສຸຂະພາບສຳລັບແມ່ ໃນເມືອງເປົ້າໝາຍຂອງແຂວງສະຫວັນນະເຂດໃຫ້ສອດຄ່ອງຕາມນະໂຍບາຍແຫ່ງຊາດ.ນີ້ແມ່ນຂໍ້ຄວາມຈາກທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໃນພິທີມອບລົດໂຮງໝໍໃຫ້ແກ່ເມືອງເປົ້າໝາຍອາທິດແລ້ວນີ້.ທ່ານໄດ້ໃຫ້ຄຳເຫັນວ່າ ລົດໂຮງໝໍດັ່ງກ່າວຈະຊ່ວຍຫຼຸດຜ່ອນອັດຕາການຕາຍຂອງແມ່. ທີ່ຜ່ານມາ ຍ້ອນການຂາດແຄນລົດໂຮງໝໍໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ຄວາມປອດໄພ ແລະ ຄຸະນນະພາບໃນການເບິ່ງແຍງແມ່ ແລະ ເດັກ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ເກົາຫຼີໃຕ້ສະໜັບສະໜູນພາລະກິດການສົ່ງເສີມສຸຂະພາບເດັກອ່ອນ ແລະ ເດັກນ້ອຍໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຮ່ວມມືສາກົນເກົາຫຼີ (KOICA) ຂອງປະເທດເກົາຫຼີໃຕ້ຈະໃຫ້ທຶນຊ່ວຍເຫຼືອປະມານ US$7.5 ລ້ານໂດລາສຳລັບປະເທດລາວແຕ່ປີ 2019 ຫາ 2023 ເພື່ອສົ່ງເສີມວຽກງານສຸຂະພາບແມ່, ເດັກເກີດໃໝ່ ແລະ ເດັກນ້ອຍໃນສາມແຂວງ.ຂໍ້ຕົກລົງກ່ຽວກັບທຶນຊ່ວຍເຫຼືອດັ່ງກ່າວໄດ້ມີການລົງນາມຢູ່ນະຄອນຫຼວງວຽງຈັນໃນວັນອັນຄານນີ້ ໂດຍທ່ານ ບຸນເພັງ ພິລາວົງ ຫົວໜ້າກົມອະນາໄມ ແລະ ສົ່ງເສີ່ມສຸຂະພາບ ກະຊວງສາທາລະນະສຸກ ແລະ ທ່ານ ຊຸງຊູ ໂອ ຫົວໜ້າອົງການ KOICA ປະຈຳລາວ. ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
http://annx.asianews.network/content/south-korea-backs-efforts-improve-newborn-and-child-health-102438
ມະຫາວິທະຍາໄລແພດສາດ ເນັ້ນເຖິງຄວາມຈຳເປັນໃນການເພີ່ມການໃຫ້ຂໍ້ມູນຂ່າວສານກ່ຽວກັບສຸຂະພາບໄວຈະເລີນພັນ
ເຈົ້າໜ້າທີ່ສາທາລະນະສຸກ ແລະ ອຳນາດການປົກຄອງທ້ອງຖິ່ນຄວນເພີ່ມທະວີສະໜອງຂໍ້ມູນດ້ານການບໍລິການສາທາລະນະສຸກກ່ຽວກັບໄວຈະເລີນພັນ ແລະ ເພດສຶກສາສຳລັບໄວໜຸ່ມເພື່ອຫຼຸດຜ່ອນອັດຕາການຖືພາໃນເວລາທີ່ບໍ່ພ້ອມ.ການຖືພາໃນເວລາທີ່ບໍ່ພ້ອມ ແມ່ນໜຶ່ງໃນສາເຫດໃຫ້ແມ່ຍິງບໍ່ສາມາດອອກໄປເຮັດວຽກນອກບ້ານ ແລະ ມີທ່າອ່ຽງຈຳກັດກ່ຽວກັບອຳນາດທາງການເງິນ. ຍິ່ງໄປກວ່ານັ້ນ, ພັນທະໃນການລ້ຽງລູກຍັງເປັນສາເຫດໃຫ້ແມ່ຍິງຜະເຊີນກັບການເລືອກປະຕິບັດໃນການເຂົ້າເຮັດວຽກ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ແພດເພີ່ມທະວີການສົ່ງເສີມການລ້ຽງລູກດ້ວຍນົມແມ່ໃນລາວ
ເຈົ້າໜ້າທີ່ສາທາລະນະສຸກ ຍອມຮັບວ່າພໍ່ແມ່ຈຳນວນຫຼາຍຍັງຄົງບໍ່ຮູ້ວ່າການເລີ່ມໃຫ້ນົມລູກດ້ວຍນົມແມ່ (ໃນຊົ່ວໂມງທຳອິດຫຼັງການເກີດ) ຈະຊ່ວຍສົ່ງເສີມສຸຂະພາບ ແລະ ຄວາມຢູ່ດີມີແຮງຂອງລູກໃນໄລຍະຍາວ, ເນື່ອງຈາກວ່ານ້ຳນົມເຫຼືອງ ຫຼື ນົມຢອດທຳອິດ ແມ່ນອຸດົມໄປດ້ວຍສານອາຫານທີ່ມີຄຸນຄ່າ ແລະ ຊ່ວຍສ້າງພູມຕ້ານທານພະຍາດໃຫ້ກັບເດັກໄດ້.ໂດຍສະເພາະເດັກນ້ອຍທີ່ໄດ້ຮັບການລ້ຽງດູດ້ວຍນົມແມ່ ສາມາດຫຼຸດຜ່ອນຄວາມສ່ຽງຕໍ່ການເປັນພະຍາດຕ່າງໆ ເຊັ່ນ ພະຍາດຫືດ, ເບົາຫວານ, ພະຍາດຕຸ້ຍ, ການຕິດເຊື້ອໃນລະບົບທາງເດີນອາຫານ ແລະ ພະຍາດຖອກທ້ອງ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ເມືອງໄຊທານີມີອັດຕາຜູ້ຕິດເຊື້ອໄຂ້ເລືອດອອກສູງສຸດເປັນປະຫວັດສາດ
ເມືອງໄຊທານີ ມີຈຳນວຍຜູ້ຕິດເຊື້ອໄຂ້ເລືອດອອກສູງສຸດເປັນປະຫວັດສາດໃນນະຄອນຫຼວງວຽງຈັນ, ໃນຂະນະທີ່ກໍລະນີຄົນເຈັບໃນນະຄອນຫຼວງຍັງຄົງເພີ່ມສູງຂຶ້ນ.ມາເຖິງວັນທີ 8 ກໍລະກົດ, ນະຄອນຫຼວງວຽງຈັນພົບຄົນເຈັບພະຍາດໄຂ້ເລືອດອອກທີ່ໄດ້ຮັບການບົ່ງມະຕິແລ້ວ 4,846 ກໍລະນີ ແລະ ມີຜູ້ເສຍຊີວິດ 13 ກໍລະນີຍ້ອນເຊື້ອພະຍາດດັ່ງກ່າວ.ສຳລັບເມືອງໄຊທານີ ມີຄົນເປັນໄຂ້ຍຸງ 1,469 ກໍລະນີ ແລະ ເສຍຊີວິດ 4 ກໍລະນີ, ຕາມການລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ກະຊວງສາທາເນັ້ນເຖິງຄວາມຈຳເປັນໃນການປິ່ນປົວພະຍາດໄຂ້ເລືອດອອກໃຫ້ຖືກວິທີ
ເຈົ້າໜ້າທີ່ສາທາລະນະສຸກ ແລະ ພະນັກງານການແພດໄດ້ຮັບຄຳແນະນຳ ເພື່ອຮັບປະກັນວ່າຄົນເຈັບພະຍາດໄຂ້ເລືອດອອກທັງໝົດຈະໄດ້ຮັບຕິດຕາມການປິ່ນປົວຕາມແຜນທີ່ກຳນົດໂດຍແພດຢ່າງໃກ້ຊິດ ເພື່ອຮັບປະກັນການຟື້ນຕົວຈາກການເຈັບປ່ວຍ.ທ່ານ ສຈ.ດຣ ຄຳເປ ພົງສະຫວັນ ປະທານສະມາຄົມແພດເດັກລາວ ແລະ ສະມາຊິກທິມສະກັດກັ້ນ ແລະ ຄວບຄຸມໄຂ້ເລືອດອອກ ກະຊວງສາທາລະນະສຸກ ໄດ້ກ່າວໂອ້ລົມຜ່ານສື່ມວນຊົນໃນວັນເສົາຜ່ານມາກ່ຽວກັບການປິ່ນປົວພະຍາດໄຂ້ເລືອດອອກ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ