ເມືອງໄຊທານີມີອັດຕາຜູ້ຕິດເຊື້ອໄຂ້ເລືອດອອກສູງສຸດເປັນປະຫວັດສາດ

ເມືອງໄຊທານີ ມີຈຳນວຍຜູ້ຕິດເຊື້ອໄຂ້ເລືອດອອກສູງສຸດເປັນປະຫວັດສາດໃນນະຄອນຫຼວງວຽງຈັນ, ໃນຂະນະທີ່ກໍລະນີຄົນເຈັບໃນນະຄອນຫຼວງຍັງຄົງເພີ່ມສູງຂຶ້ນ.

ມາເຖິງວັນທີ 8 ກໍລະກົດ, ນະຄອນຫຼວງວຽງຈັນພົບຄົນເຈັບພະຍາດໄຂ້ເລືອດອອກທີ່ໄດ້ຮັບການບົ່ງມະຕິແລ້ວ 4,846 ກໍລະນີ ແລະ ມີຜູ້ເສຍຊີວິດ 13 ກໍລະນີຍ້ອນເຊື້ອພະຍາດດັ່ງກ່າວ.

ສຳລັບເມືອງໄຊທານີ ມີຄົນເປັນໄຂ້ຍຸງ 1,469 ກໍລະນີ ແລະ ເສຍຊີວິດ 4 ກໍລະນີ, ຕາມການລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ.

ອ່ານຕໍ່…

ເພັດໂພໄຊ ແສງປະເສີດ