ສາທາລະນະສຸກ

ບັນຫາບູລິມະສິດດ້ານສຸຂະພາບ

ກະຊວງສືບຕໍ່ຄວາມພະຍາຍາມໃນການຈຳກັດການລະບາດຂອງພະຍາດໄຂ້ເລືອດອອກ

ບັນດາຄອບຄົວໃນແຕ່ລະຊຸມຊົນ ຮ່ວມກັບເຈົ້າໜ້າທີ່ສາທາລະນະສຸກ ກຳລັງຮ່ວມແຮງກັນໃນການກຳຈັດແຫຼ່ງເພາະພັນຂອງຍຸງລາຍ ເພື່ອຊ່ວຍສະກັດກັ້ນການລະບາດຂອງພະຍາດໄຂ້ເລືອດອອກ.ເຈົ້າໜ້າທີ່ສາທາລະນະສຸກໄດ້ມີການຮ່ວມງານຢ່າງໃກ້ຊິດກັບພະແນກສາທາລະນະສຸກສູນກາງ ແລະ ແຂວງ ເພື່ອຕິດຕາມຈຳນວນກໍລະນີຄົນເຈັບພະຍາດໄຂ້ເລືອດອອກ ແລະ ກຳຈັດແຫຼ່ງເພະາພັນຂອງຍຸງລາຍ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວຊຸກຍູ້ໃຫ້ສະກັດກັ້ນການແຜ່ຂະຫຍາຍພັນຂອງຍຸງລາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວບ້ານພ້ອມດ້ວຍເຈົ້າໜ້າທີ່ປະມານ 300 ຄົນໄດ້ລວມໂຕກັນຢູ່ເມືອງໄຊທານີ ໃນວັນເສົາຜ່ານມາ ເພື່ອໂຄສະນາສົ່ງເສີມໃຫ້ປະຊາຊົນທຸກຄົນປະກອບສ່ວນໃນການສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັສ໌ໄຂ້ຍຸງ.ເຈົ້າໜ້າທີ່ສາທາໄດ້ລົງໂຄສະນາຕາມຖະໜົນບ້ານໄຊສົມບູນ ໂດຍນຳໃຊ້ລົດກະບະ ເພື່ອໂຄສະນາລົນນະລົງກ່ຽວກັບວິທີການໃນການປ້ອງກັນ ແລະ ຈຳກັດການແຜ່ຂະຫຍາຍຂອງພະຍາດໄຂ້ຍຸງລາຍ ພ້ອມທັງວິທີສະກັດກັ້ນການແຜ່ພັນຂອງຍຸງລາຍ.ນັບແຕ່ຕົ້ນປີມາເຖິງວັນທີ 25 ກໍລະກົດນີ້ ໃນທົ່ວປະເທດມີຜູ້ຕິດເຊື້ອໄຂ້ເລືອດອອກແລ້ວ 17,403 ຄົນ ແລະ ເສຍຊີວິດ 39 ຄົນ, ຕາມການລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/public-urged-prevent-dengue-mosquitoes-breeding-101011

ກະຊວງສາທາລາວງານຍອດຜູ້ເສຍຊີວິດ, ຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມຂຶ້ນ

(ຂປລ) ກໍລະນີຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນພະຍາດໄຂ້ເລືອດອອກເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງນັບແຕ່ວັນທີ 29 ທັນວາ 2018 ມາເຖິງປະຈຸບັນ ມີຜູ້ຕິດເຊື້ອກວ່າ 15,500 ກໍລະນີ ແລະ ຜູ້ເສຍຊີວິດ 35 ກໍລະນີ ຕາມການລາຍງານຂອງກະຊວງສາທາລະນະສຸກ.ຈຳນວນຄົນເຈັບທີ່ເສຍຊີວິດຍ້ອນພະຍາດດັ່ງກ່າວຢູ່ແຂວງສະຫວັນນະເຂດແມ່ນສູງທີ່ສຸດທຽບກັບບັນດາແຂວງໃນທົ່ວປະເທດ.ແຂວງສະຫວັນນະເຂດພົບຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວ 11 ກໍລະນີ, ນະຄອນຫຼວງວຽງຈັນ 7 ກໍລະນີ, ແຂວງຈຳປາສັກ 5 ກໍລະນີ, ແຂວງສາລະວັນ 3 ກໍລະນີ, ແຂວງຄຳມ່ວນ 4 ກໍລະນີ, ແຂວງບໍລິຄຳໄຊ 2 ກໍລະນີ ແລະ ແຂວງໄຊຍະບູລີ 1 ກໍລະນີ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47198

ພົບເຊື້ອພະຍາດໄຂ້ປ່າທີ່ດື້ຢາໃນລາວ

ການຄົ້ນຄວ້າຫຼ້າສຸດເຜີຍວ່າ ພົບການລະບາດຂອງເຊື້ອພະຍາດໄຂ້ປ່າທີ່ດື້ຢາໃນລາວ ແລະ ປະເທດຕ່າງໆໃນອາຊີຕາເວັກອອກສຽງໃຕ້.ກຸ່ມນັກວິໄຈຈາກປະເທດອັງກິດ ແລະ ໄທ ໄດ້ທຳການວິເຄາະຕົວຢ່າງເຊື້ອຈາກຄົນເຈັບພະຍາດໄຂ້ປ່າທົ່ວອາຊີຕາເວັນອອກສຽງໃຕ້ ແລະ ພົບວ່າເຊື້ອດັ່ງກ່າວໄດ້ມີການແຜ່ລະບາດຈາກກຳປູເຈຍໄປຫາໄທ, ຫວຽດນາມ ແລະ ລາວ, ຕາມບົດຄົ້ນຄວ້າທີ່ຕີພິມໃນວາລະສານ Lancet Infectious Diseases.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/23/drug-resistant-malaria-found-in-laos/

ພະຍາດໄຂ້ເລືອດອອກຊະນິດຮ້າຍແຮງລະບາດໃນລາວ ໃນຂະນະທີ່ຈຳນວນກໍລະນີຄົນເຈັບເພີ່ມສູງຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ປະເທດລາວກຳລັບຜະເຊີນກັບການລະບາດຂອງພະຍາດໄວຣັສ໌ໄຂ້ເລືອດອອກທີ່ຮ້າຍແຮງໃນລະດູຝົນປີນີ້.ສູນວິເຄາະ ແລະ ລະບາດວິທະຍາແຫ່ງຊາດໄດ້ຢືນຢັນວ່າ ກຸ່ມເຊື້ອໄວຣັສ໌ໄຂ້ເລືອດອອກປະເພດ 2 ແລະ 4 ແມ່ນເປັນສາເຫດຕົ້ນຕໍຂອງພະຍາດໄຂ້ເລືອດອອກໃນຈຳນວນກໍລະນີຄົນເຈັບກ່ວາ 14,000 ກໍລະນີ, ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຈຳນວນ 31 ກໍລະນີ.ໂດຍສະເພາະ ກຸ່ມເຊື້ອປະເພດ 2 ເປັນສາເຫດຂອງພະຍາດໄຂ້ເລືອດອອກເຊິ່ງມີອັດຕາການຕາຍທີ່ສູງ. ຈາກການວິເຄາະກຸ່ມເຊື້ອປະເພດ 2 ດັ່ງກ່າວສະແດງໃຫ້ເຫັນວ່າເຊື້ອໄວຣັສ໌ ໄດ້ມີການກາຍພັນ. ທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່ານະຄອນຫຼວງວຽງຈັນພົບການລະບາດຂອງເຊື້ອໄວຣັສ໌ໄຂ້ຍຸງປະເພດສອງເຊິ່ງເປັນຊະນິດທີ່ຮ້າຍແຮງທີ່ສຸດ. ແຂວງຈຳປາສັກ, ສະຫວັນນະເຂດ ແລະ ແຂວງພາກໃຕ້ອື່ນໆ ກໍພົບກໍລະນີຜູ້ຕິດເຊື້ອໄວຣັສ໌ປະເພດ 2 ດັ່ງກ່າວເຊັ່ນດຽວກັນ.ອ່ານຕໍ່ ...

ໄຊຊະນະ ລືໄກ
http://annx.asianews.network/content/severe-form-dengue-strikes-cases-continue-mount-laos-100345

ອັດຕາການຕາຍຂອງແມ່ນໃນລາວຫຼຸດລົງ ແຕ່ຍັງສູງທຽບກັບພາກພື້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ອັດຕາການຕາຍຂອງແມ່ໃນລາວຫຼຸດລົງຫ້າເທົ່າ ແລະຈຳນວນແພດຜະດຸງຄັນກໍເພີ່ມຂຶ້ນກວ່າ 2,500 ຄົນໃນຊ່ວງ 25 ປີຜ່ານມາ, ເຈົ້າໜ້າທີ່ລະດັບສູງກ່າວວານນີ້.ລາວໄດ້ປະສົບຜົນສຳເລັດທີ່ພົ້ນເດັ່ນໃນຫຼາຍດ້ານ ນັບຕັ້ງແຕ່ໄດ້ມີການຈັດຕັ້ງປະຕິບັດແຜນດຳເນີນງານທີ່ຮັບຮອງໂດຍລັດຖະບານຈາກ 179 ປະເທດໃນກອງປະຊຸມວ່າດ້ວຍປະຊາກອນ ແລະ ການພັດທະນາສາກົນ (ICPD) ທີ່ກຸງໄຄໂຣ ປະເທດອີຢິບ ໃນປີ 1994.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/maternal-death-rate-declines-remains-high-region-100020

ໂຮງໝໍແຂວງຈຳປາສັກຕ້ອງການຕຽງເສີມເພື່ອຮອງຮັບການລະບາດຂອງພະຍາດໄຂ້ເລືອດອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງໝໍແຂວງຈຳປາສັກຮຽກຮ້ອງໃຫ້ມະຫາຊົນບໍລິຈາກຕຽງນອນສຳລັບຮອງຮັບຄົນເຈັບພະຍາດໄຂ້ເລືອດອອກ. ໃນຊ່ວງອາທິດທີ່ຜ່ານມາ ທາງໂຮງໝໍໄດ້ມີການຮັບຄົນເຈັບຈຳນວນຫຼາຍ ເນື່ອງຈາກຈຳນວນຄົນເຈັບພະຍາດໄຂ້ເລືອດອອກໄດ້ເພີ່ມສູງຂຶ້ນຢ່າງວ່ອງໄວ.ທ່ານ ຮສ.ປອ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລົງຢ້ຽມຢາມເຈົ້າໜ້າທີ່ສາທາລະນະສຸກແຂວງຈຳປາສັກໃນວັນພຸດຜ່ານມາ ເພື່ອຫາລືກ່ຽວກັບການລະບາດຂອງພະຍາດໄຂ້ເລືອດອອກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/champassak-hospital-appeals-more-beds-amid-dengue-outbreak-100018

ສະຫະລັດສົ່ງເສີມນັກວິທະຍາສາດໜຸ່ມໃນການຕ້ານພະຍາດທີ່ເກີດຈາກຍຸງໃນລາວ

(ຂປລ) ສະຫະລັດສືບຕໍ່ແບ່ງປັນຄວາມຮູ້ ແລະ ການຮ່ວມມືກັບນັກວິທະຍາສາດໜຸ່ມລາວກ່ຽວກັບບັນຫາທ້າທາຍດ້ານສຸຂະພາບທີ່ສຳຄັນ.ໃນວັນທີ 1 ກໍລະກົດນີ້ ພະນັກງານຈາກສະຖານທູດສະຫະລັດ, ກະຊວງສາທາລະນະສຸກ ແລະ ມະຫາວິທະຍາໄລແຫ່ງຊາດ ໄດ້ຕ້ອນຮັບກຸ່ມນັກວິທະຍາສາດ 33 ຄົນຈາກລາວ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ເພື່ອສະເຫຼີມສະຫຼອງການເປີດໂຄງການລິເລີ່ມໃນພາກພື້ນລຸ່ມແມ່ນ້ຳຂອງຂອງນັກວິທະຍາສາດໜຸ່ມ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=46986

ສະຫະລັດມອບມຸ້ງ 174,000 ດາງເພື່ອຊ່ວຍໃນການສະກັດກັ້ນການລະບາດຂອງພະຍາດໄຂ້ປ່າໃນລາວ

(ຂປລ) ທ່ານ ເຣນາ ພິດເຊີ ເອກອັກຄະລັດຖະທູດສະຫະລັດປະຈຳລາວໄດ້ມອບມຸ້ງກັນຍຸງປະມານ 174,000 ດາງໃຫ້ແກ່ທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທີ່ນະຄອນຫຼວງວຽງຈັນໃນວັນທີ 9 ກໍລະກົດຜ່ານມາ.ມຸ້ງກັນຍຸງຈຳນວນດັ່ງກ່າວຈະໄດ້ນຳໄປແຈກຢາຍໃຫ້ແກ່ຊຸມຊົນໃນຊົນນະບົດ ຢູ່ໃນພື້ນທີ່ແຂວງຈຳປາສັກທາງພາກໃຕ້ ທີ່ມີກໍລະນີຜູ້ຕິດເຊື້ອໄຂ້ຍຸງສູງ.ອ່ານຕໍ່  ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=46995

ກະຊວງແຈ້ງເຕືອນທົ່ວປະເທດໃຫ້ລະວັງພະຍາດໄຂ້ເລືອດອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງສາທາລະນະສຸກ ໄດ້ແນະນຳໃຫ້ປະຊາຊົນທົ່ວປະເທດ ທຳລາຍແຫຼ່ງເພາະພັນຂອງຍຸງ ເນື່ອງຈາກການລະບາດຂອງພະຍາດໄຂ້ເລືອດອອກໃນປະຈຸບັນເຮັດໃຫ້ມີຜູ້ເສຍຊີວິດແລ້ວ 27  ກໍລະນີ ແລະ ຕິດເຊື້ອຫຼາຍກວ່າ 11,000 ກໍລະນີໃນປີນີ້.ກະຊວງໄດ້ອອກແຈ້ງເຕືອນໃນອາທິດນີ້ຫຼັງຈາກພົບກໍລະນີຜູ້ຕິດເຊື້ອເພີ່ມສູງຂຶ້ນ. ກໍລະນີການຕິດເຊື້ອ ແລະ ການຕາຍສ່ວນໃຫຍ່ແມ່ນພົບຢູ່ໃນນະຄອນຫຼວງວຽງຈັນ ແລະ ແຂວງທາງພາກໃຕ້.ອ່ານຕໍ່ ...

ໄຊຊະນະ ລືໄກ
http://annx.asianews.network/content/lao-ministry-issues-nationwide-dengue-warning-99798

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

CaPcn
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!