ກະຊວງແຈ້ງເຕືອນທົ່ວປະເທດໃຫ້ລະວັງພະຍາດໄຂ້ເລືອດອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງສາທາລະນະສຸກ ໄດ້ແນະນຳໃຫ້ປະຊາຊົນທົ່ວປະເທດ ທຳລາຍແຫຼ່ງເພາະພັນຂອງຍຸງ ເນື່ອງຈາກການລະບາດຂອງພະຍາດໄຂ້ເລືອດອອກໃນປະຈຸບັນເຮັດໃຫ້ມີຜູ້ເສຍຊີວິດແລ້ວ 27  ກໍລະນີ ແລະ ຕິດເຊື້ອຫຼາຍກວ່າ 11,000 ກໍລະນີໃນປີນີ້.

ກະຊວງໄດ້ອອກແຈ້ງເຕືອນໃນອາທິດນີ້ຫຼັງຈາກພົບກໍລະນີຜູ້ຕິດເຊື້ອເພີ່ມສູງຂຶ້ນ. ກໍລະນີການຕິດເຊື້ອ ແລະ ການຕາຍສ່ວນໃຫຍ່ແມ່ນພົບຢູ່ໃນນະຄອນຫຼວງວຽງຈັນ ແລະ ແຂວງທາງພາກໃຕ້.

ອ່ານຕໍ່…

ໄຊຊະນະ ລືໄກ
http://annx.asianews.network/content/lao-ministry-issues-nationwide-dengue-warning-99798