ລາວຊຸກຍູ້ໃຫ້ສະກັດກັ້ນການແຜ່ຂະຫຍາຍພັນຂອງຍຸງລາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວບ້ານພ້ອມດ້ວຍເຈົ້າໜ້າທີ່ປະມານ 300 ຄົນໄດ້ລວມໂຕກັນຢູ່ເມືອງໄຊທານີ ໃນວັນເສົາຜ່ານມາ ເພື່ອໂຄສະນາສົ່ງເສີມໃຫ້ປະຊາຊົນທຸກຄົນປະກອບສ່ວນໃນການສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັສ໌ໄຂ້ຍຸງ.

ເຈົ້າໜ້າທີ່ສາທາໄດ້ລົງໂຄສະນາຕາມຖະໜົນບ້ານໄຊສົມບູນ ໂດຍນຳໃຊ້ລົດກະບະ ເພື່ອໂຄສະນາລົນນະລົງກ່ຽວກັບວິທີການໃນການປ້ອງກັນ ແລະ ຈຳກັດການແຜ່ຂະຫຍາຍຂອງພະຍາດໄຂ້ຍຸງລາຍ ພ້ອມທັງວິທີສະກັດກັ້ນການແຜ່ພັນຂອງຍຸງລາຍ.

ນັບແຕ່ຕົ້ນປີມາເຖິງວັນທີ 25 ກໍລະກົດນີ້ ໃນທົ່ວປະເທດມີຜູ້ຕິດເຊື້ອໄຂ້ເລືອດອອກແລ້ວ 17,403 ຄົນ ແລະ ເສຍຊີວິດ 39 ຄົນ, ຕາມການລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ.

ອ່ານຕໍ່…

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/public-urged-prevent-dengue-mosquitoes-breeding-101011