ພະຍາດໄຂ້ເລືອດອອກຊະນິດຮ້າຍແຮງລະບາດໃນລາວ ໃນຂະນະທີ່ຈຳນວນກໍລະນີຄົນເຈັບເພີ່ມສູງຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ປະເທດລາວກຳລັບຜະເຊີນກັບການລະບາດຂອງພະຍາດໄວຣັສ໌ໄຂ້ເລືອດອອກທີ່ຮ້າຍແຮງໃນລະດູຝົນປີນີ້.

ສູນວິເຄາະ ແລະ ລະບາດວິທະຍາແຫ່ງຊາດໄດ້ຢືນຢັນວ່າ ກຸ່ມເຊື້ອໄວຣັສ໌ໄຂ້ເລືອດອອກປະເພດ 2 ແລະ 4 ແມ່ນເປັນສາເຫດຕົ້ນຕໍຂອງພະຍາດໄຂ້ເລືອດອອກໃນຈຳນວນກໍລະນີຄົນເຈັບກ່ວາ 14,000 ກໍລະນີ, ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຈຳນວນ 31 ກໍລະນີ.

ໂດຍສະເພາະ ກຸ່ມເຊື້ອປະເພດ 2 ເປັນສາເຫດຂອງພະຍາດໄຂ້ເລືອດອອກເຊິ່ງມີອັດຕາການຕາຍທີ່ສູງ. ຈາກການວິເຄາະກຸ່ມເຊື້ອປະເພດ 2 ດັ່ງກ່າວສະແດງໃຫ້ເຫັນວ່າເຊື້ອໄວຣັສ໌ ໄດ້ມີການກາຍພັນ. ທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່ານະຄອນຫຼວງວຽງຈັນພົບການລະບາດຂອງເຊື້ອໄວຣັສ໌ໄຂ້ຍຸງປະເພດສອງເຊິ່ງເປັນຊະນິດທີ່ຮ້າຍແຮງທີ່ສຸດ. ແຂວງຈຳປາສັກ, ສະຫວັນນະເຂດ ແລະ ແຂວງພາກໃຕ້ອື່ນໆ ກໍພົບກໍລະນີຜູ້ຕິດເຊື້ອໄວຣັສ໌ປະເພດ 2 ດັ່ງກ່າວເຊັ່ນດຽວກັນ.

ອ່ານຕໍ່…

ໄຊຊະນະ ລືໄກ
http://annx.asianews.network/content/severe-form-dengue-strikes-cases-continue-mount-laos-100345