ອຳນາດການປົກຄອງ ຮ່ວມແຮງກັນຕ້ານການລະບາດຂອງເຊື້ອ HIV

ຄະນະກຳມະການຕ້ານ HIV/AIDS ສົ່ງເສີມໃຫ້ປະຊາຊົນກຸ່ມສ່ຽງຕໍ່ການຕິດເຊື້ອ HIV ເຂົ້າຮັບການກວດເລືອດ ແລະ ໃຫ້ຜູ້ທີ່ຕິດເຊື້ອ ເຂົ້າຮັບການປິ່ນປົວດ້ວຍຢາຕ້ານການຂະຫຍາຍຕົວຂອງພະຍາດ ເພື່ອສະກັດກັ້ນການລະບາດຂອງເຊື້ອໄວຣັສ໌ດັ່ງກ່າວ.

ສຳລັບຜູ້ທີ່ຕ້ອງການກວດເລືອດ ສາມາດເຂົ້າຮັບການກວດໂດຍບໍ່ເສຍຄ່າ, ສ່ວນຜູ້ທີ່ຕິດເຊື້ອ ກໍສາມາດເຂົ້າຮັບການປິ່ນປົວໄດ້ຕາມສູນ HIV ໃກ້ບ້ານ ແລະ ໂຮງໝໍໃນນະຄອນຫຼວງວຽງຈັນ ແລະ ໂຮງໝໍແຂວງ. ສູນບໍລິການເຫຼົ່ານີ້ ມີການບໍລິການທີ່ເປັນກັນເອງ ພ້ອມທັງຮັບປະກັນການເກັບຂໍ້ມູນເປັນຄວາມລັບ.

ອ່ານຕໍ່…

ແກ້ວວຽງຄອນ ບຸນວິເສດ