ການພັດທະນາດ້ານສັງຄົມ

ການສຶກສາ ແລະ ການຝຶກອົບຮົມ

ພາກວິຊາໃນ ມຊ, ນັກສຶກສາ ຮ່ວມສຶກສາການພັດທະນາໂດຍຊຸມຊົນ

ນັກຄົ້ນຄວ້າ, ຄູອາຈານ ແລະ ນັກສຶກສາໃນມະຫາວິທະຍາໄລແຫ່ງຊາດ​ (ມຊ) ໄດ້ຮຽນຮູ້ກ່ຽວກັບການພັດທະນາໂດຍຊຸມຊົນໃນງານສຳມະນາ ເຊິ່ງຈັດຂຶ້ນທີ່ນະຄອນຫຼວງວຽງຈັນໃນວັນທີ 21-23 ຕຸລານີ້.ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດ ‘ງານສຳມະນາກ່ຽວກັບການພັດທະນາໂດຍຊຸມຊົນ’ ຂຶ້ນທີ່ຄະນະວິທະຍາສາດ ແລະ ສິ່ງແວດລ້ອມ ມຊ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ນັກທຸລະກິດແນວໜ້າຂອງລາວ ເຂົ້າຝຶກອົບຮົມກ່ຽວກັບການບໍລິຫານແບບຍີ່ປຸ່ນ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ໄດ້ລິເລີ່ມຫຼັກສູດຝຶກອົບຮົມ “keiei-juku” ໃນວັນອັງຄານນີ້ ເຊິ່ງເປັນຊຸດຝຶກອົບຮົມທີສາມ ເພື່ອຊ່ວຍຍົກລະດັບທັກສະສຳລັບນັກທຸລະກິດລາວ ໃນດ້ານການຄຸ້ມຄອງ ແລະ ບໍລິຫານ.ການລິເລີ່ມການຝຶກອົບຮົມ keiei-juku ຂອງຍີ່ປຸ່ນ ແມ່ນຫຼັກສູດການພັດທະນາທັກສະການບໍລິຫານສະເພາະ ສຳລັບບໍລິຫານທຸລະກິດຂັ້ນສູງ.ອ່ານຕໍ່  ...

ໂຕະຂ່າວ

ບຸນມະໂຫລານສົ່ງເສີມການອ່ານວຽງຈັນ 2019 ຈະຈັດຂຶ້ນໃນທ້າຍເດືອນນີ້

(ຂປລ) ບຸນມະໂຫລານສົ່ງເສີມການອ່ານວຽງຈັນ ຄັ້ງທີສອງ ຈະຈັດຂຶ້ນໃນລະຫວ່າງວັນທີ 19 ຫາ 27 ຕຸລານີ້ ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມບົດບາດຂອງຄູອາຈານໃນລາວ ແລະ ລະດົມການຊ່ວຍເຫຼືອສຳລັບໂຮງຮຽນທີ່ຂາດແຄນ 500 ກວ່າແຫ່ງໃນນະຄອນຫຼວງວຽງຈັນ ທີ່ຍັງຂາດແຄນປື້ມເລື່ອງ ແລະ ອຸປະກອນການສຶກສາຕ່າງໆ.“ບຸນປຶ້ມດັ່ງກ່າວແມ່ນແນໃສ່ສົ່ງເສີມການອ່ານໃຫ້ຫຼາຍ, ເພື່ອເປີດໂອກາດໃຫ້ແກ່ປະຊາຊົນໄດ້ສຳຜັດກັບປຶ້ມອ່ານໃໝ່ໆຈາກທັງພາຍໃນ ແລະ ຕ່າງປະເທດ ແລະ ເພື່ອສົ່ງເສີມໃຫ້ມະຫາຊົນເຫັນຄວາມສຳຄັນຂອງການອ່ານ ແລະ ສົ່ງເສີມການເຂົ້າຮ່ວມໃນການສົ່ງເສີມການອ່ານ, ໂດຍສະເພາະແມ່ນເພື່ອຊ່ວຍເຫຼືອໂຮງຮຽນໃນນະຄອນຫຼວງວຽງຈັນໃຫ້ມີປຶ້ມອ່ານທີ່ຫຼາກຫຼາຍຂຶ້ນ,” ທ່ານ ສົມພອນ ສອນດາຣາ ຮອງຫົວໜ້າພະແນກສຶກສາປະຈຳນະຄອນຫຼວງວຽງຈັນກ່າວ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48714

ລັດຖະບານຈີນໃຫ້ທຶນການສຶກສາ 50 ທຶນສຳລັບນັກສຶກສາລາວ

ລັດຖະບານຈີນ ໃຫ້ທຶນການສຶກສາ 50 ທຶນສຳລັບນັກສຶກສາລາວທີ່ມີຜົນການຮຽນດີເດັ່ນ ແລະ ຜູ້ດ້ອຍໂອກາດທີ່ຢູ່ເຂດຫ່າງໄກສອກຫຼີກ ເພື່ອໃຫ້ເຂົາເຈົ້າໄດ້ມີໂອກາດໄປສຶກສາຂັ້ນປະລິນຍາຕີ ແລະ ປະລິນຍາໂທ ຢູ່ປະເທດຈີນ.ທຶນການສຶກສາດັ່ງກ່າວໄດ້ມີການປະກາດໃນອາທິດແລ້ວນີ້ ທີ່ສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ວິທະຍາເຂດດົງໂດກ ນະຄອນຫຼວງວຽງຈັນ, ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງອົງການຄົບຮອບ 15 ປີ.ສະຖາບັນຂົງຈື້ເປັນຜູ້ຄັດເລືອກຜູ້ຮັບທຶນຮອບສຸດທ້າຍ ເພື່ອໃຫ້ທຶນເຂົ້າຮຽນພາສາຈີນໃນມະຫາວິທະຍາໄລໃນປະເທດເພື່ອບ້ານ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ທະນາຄານ RHB ບໍລິຈາກໂຕະ, ຕັ່ງໃຫ້ແກ່ໂຮງຮຽນໃນຊຸມຊົນ

(ຂປລ) ທະນາຄານ RHB ລາວ ໄດ້ບໍລິຈາກໂຕະ, ຕັ່ງຈຳນວນ 20 ຊຸດ ມູນຄ່າ 12 ລ້ານກີບ ໃຫ້ແກ່ໂຮງຮຽນມັດທະຍົມເພຍວັດ ນະຄອນຫຼວງວຽງຈັນ ໃນວັນທີ 5 ຕຸລານີ້.ພິທີມອບອຸປະກອນດັ່ງກ່າວໄດ້ຈັດຂຶ້ນທີ່ໂຮງຮຽນດັ່ງກ່າວ ລະຫວ່າງທ່ານ ແດນນີ ຫຼິງ ຜູ້ອຳນວຍການທະນາຄານ RHB  ລາວ ແລະ ທ່ານ ຄຳວອນ ສໍຫຼວງໂຄງ ອຳນວຍການໂຮງຮຽນເພຍວັດ ພາຍໃຕ້ການຊ້ອງໜ້າຂອງຄູອາຈານ, ນັກຮຽນ ແລະ ພະນັກງານຈາກທະນາຄານ. ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48602

ນາຍົກນຳພາຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນສຸກແລ້ວນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ນຳພາເຈົ້າໜ້າທີ່ການສຶກສາທົ່ວປະເທດ ເພື່ອສະເຫຼືອສະຫຼອງວັນຄູແຫ່ງຊາດຄົບຮອບ 25 ​ປີ, ເຊິ່ງກົງກັບວັນທີ 7 ຕຸລາ.ໃນພິທີສະເຫຼີມສະຫຼອງທີ່ມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດົງໂດກ, ທ່ານ ທອງລຸນ ໃນນາມຕາງໜ້າລັດຖະບານ ໄດ້ກ່າວຄຳຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຮູ້ບຸນຄຸນໃນການປະກອບສ່ວນຂອງບັນດາຄູອາຈານ ຕໍ່ການພັດທະນາຊັບພະຍາກອນຂອງປະເທດຊາດ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/pm-leads-celebrations-national-teachers%E2%80%99-day-105662

ຫ້ອງຮຽນສອງພາສາລາວ-ຝຼັ່ງໄດ້ຮັບການຝຶກອົບຮົມ, ອຸປະກອນ

ພິທີເຊັນບົດບັນທຶກຄວາມເຂົ້າໃຈຂອງໂຄງການ ໄດ້ຈັດຂຶ້ນໃນວັນສຸກນີ້ ທີ່ກະຊວງສຶກສາທິການ ແລະ ກິລາ ເຊິ່ງເປັນການເປີດໂຄງການຢ່າງເປັນທາງການ ພາຍໃຕ້ການສະໜັບສະໜູນໂດຍສະຖານທູດຝຼັ່ງ ເພື່ອຍົກລະດັບການຮຽນການສອນວິຊາຄະນິດສາດ ແລະ ວິທະຍາສາດ ໃນຫ້ອງຮຽນສອງພາສາ ລາວ-ຝຼັ່ງ ຕາມແຜນພັດທະນາການສຶກສາຂອງລັດຖະບານ ເພື່ອຍົກລະດັບຄຸນນະພາບການສຶກສາ.ບົດບັນທຶກຄວາມເຂົ້າໃຈໂຄງການ ເຊິ່ງໄດ້ຜ່ານການລົງນາມໂດຍທ່ານນາງ ສີສຸກ ວົງວິຈິດ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ແລະທ່ານ ແພັດທຼິກ ໂຄແຮັນ ຫົວໜ້າຝ່າຍການຮ່ວມມືຂອງສະຖານທູດຝຼັ່ງປະຈຳ ສປປ ລາວ, ມີຈຸດປະສົງແນໃສ່ສະໜອງອຸປະກອນການຮຽນ-ການສອນໃໝ່ໃນວິຊາວິທະຍາສາດ (ປຶ້ມແບບຮຽນ, ອຸປະກອນ, ການເຊື່ອມຕໍ່ອິນເຕີເນັດ) ແລະ ໃຫ້ການຝຶກອົບຮົບການພັດທະນາແບບມືອາຊີບ ແລະ ການຝຶກອົບຮົມຄູສອນລາຍວິຊາເພີ່ມເຕີມ. ອ່ານຕໍ່ ...

Cameron Darke
https://laotiantimes.com/2019/10/04/lao-french-bilingual-classrooms-to-receive-training-equipment/

EU ແລະ UNICEF ບໍລິຈາກລົດຈັກ ແລະ ເຄື່ອງຄັອມພິວເຕີໃຫ້ກະຊວງສຶກສາ

(ຂປລ) ເພື່ອເປັນສ່ວນໜຶ່ງຂອງການຮ່ວມງານເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາ (PSES), ສະຫະພາບຢູໂຣບ (EU) ແລະ ອົງການຢູນິເຊັບ (UNICEF) ໄດ້ມອບອຸປະກອນໃຫ້ກະຊວງສຶກສາທິການ ແລະ ກິລາ (MoES) ມູນຄ່າລວມ US$ 121,000 ໂດລາ, ເຊິ່ງລວມມີ ລົດຈັກ 40 ຄັນ, ຄັອມພິວເຕີຕັ້ງໂຕະ 62 ຊຸດ, ແລະ ຄັອມພິວເຕີມືຖື 3 ເຄື່ອງ.ພິທີມອບຮັບເຄື່ອງອຸປະກອນດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ກະຊວງສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໃນວັນທີ 3 ຕຸລານີ້ ລະຫວ່າງທ່ານ ລີໂອ ເຟເບີ ເອກອັກຄະລັດຖະທູດຢູໂຣປະຈຳ ສປປ ລາວ, ທ່ານ ເອີຟານ ອັກຕາ ຜູ້ຕາງໜ້າອົງການຢູນິເຊັບປະຈຳ ສປປ ລາວ, ແລະ ທ່ານນາງ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48604

ນັກສຶກສາລາວໄດ້ຮຽນຮູ້ກ່ຽວກັບໂອກາດດ້ານການສຶກສາໃນປະເທດຍີ່ປຸ່ນ

ນັກສຶກສາລາວຈຳຳນວນຫຼາຍ ທີ່ພວມພິຈາລະນາການໄປສຶກສາຢູ່ປະເທດຍີ່ປຸ່ນ ແລະ ມີຄວາມສົນໃຈຢາກຮູ້ຂໍ້ມູນຂ່າວສານ ກ່ຽວກັບວິທີການໃນການໄປສຶກສາດັ່ງກ່າວ.ງານກິດຈະກຳຕະຫຼາດນັດການສຶກສາທີ່ປະເທດຍີ່ປຸ່ນ 2019 ເຊິ່ງຈັດຂຶ້ນໃນວັນພຸດຜ່ານມານີ້ ທີ່ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ນະຄອນຫຼວງວຽງຈັນ ໄດ້ເປີດໂອກາດໃຫ້ແກ່ນັກສຶກສາທີ່ຕ້ອງການຮຽນຮູ້ກ່ຽວກັບມະຫາວິທະຍາໄລຂອງຍີ່ປຸ່ນ ແລະ ຫຼັກສູດການສຶກສາຂອງເຂົາເຈົ້າ.ກິດຈະກຳດັ່ງກ່າວເປັນປະໂຫຍດສຳລັບຄູອາຈານ, ນັກຄົ້ນຄວ້າ, ມະຫາຊົນ ແລະ ນັກສຶກສາທີ່ມີຄວາມຕ້ອງການຢາກໄປສຶກສາຢູ່ປະເທດຍີ່ປຸ່ນ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ບໍລິສັດໄຟຟ້າຫົງສາໃຫ້ທຶນການສຶກສາ 40 ທຶນ ສຳລັບນັກຮຽນແຂວງໄຊຍະບູລີ

ບໍລິສັດໄຟຟ້າຫົງສາຈຳກັດ ໄດ້ໃຫ້ທຶນການສຶກສາຈຳນວນ 40 ທຶນ ມູນຄ່າລວມ 120 ລ້ານກີບ ສຳລັບນັກຮຽນມັດທະຍົມແຂວງໄຊຍະບູລີ ເພື່ອສະໜັບສະໜູນການສຶກສາໃນສົກຮຽນປະຈຸບັນ.ໃນນັ້ນ ທຶນການສຶກສາ 30 ທຶນ ມູນຄ່າ 90 ລ້ານກີບ ແມ່ນຈັດສັນສຳລັບຫົກໂຮງຮຽນຢູ່ເມືອງຫົງສາ, ທຶນການສຶກສາ 8 ທຶນ ມູນຄ່າ 24 ລ້ານກີບ ແມ່ນສຳລັບຫ້າໂຮງຮຽນຢູ່ເມືອງເງິນ, ແລະ ອີກສອງທຶນ ມູນຄ່າ 6​ ລ້ານກີບແມ່ນສຳລັບໜຶ່ງໂຮງຮຽນຢູ່ເມືອງຊຽງຮ່ອນ, ຕາມການເປີດເຜີຍຂ່າວຈາກບໍລິສັດຫົງສາ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

nKmr5
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!