ບໍລິສັດໄຟຟ້າຫົງສາໃຫ້ທຶນການສຶກສາ 40 ທຶນ ສຳລັບນັກຮຽນແຂວງໄຊຍະບູລີ

ບໍລິສັດໄຟຟ້າຫົງສາຈຳກັດ ໄດ້ໃຫ້ທຶນການສຶກສາຈຳນວນ 40 ທຶນ ມູນຄ່າລວມ 120 ລ້ານກີບ ສຳລັບນັກຮຽນມັດທະຍົມແຂວງໄຊຍະບູລີ ເພື່ອສະໜັບສະໜູນການສຶກສາໃນສົກຮຽນປະຈຸບັນ.
ໃນນັ້ນ ທຶນການສຶກສາ 30 ທຶນ ມູນຄ່າ 90 ລ້ານກີບ ແມ່ນຈັດສັນສຳລັບຫົກໂຮງຮຽນຢູ່ເມືອງຫົງສາ, ທຶນການສຶກສາ 8 ທຶນ ມູນຄ່າ 24 ລ້ານກີບ ແມ່ນສຳລັບຫ້າໂຮງຮຽນຢູ່ເມືອງເງິນ, ແລະ ອີກສອງທຶນ ມູນຄ່າ 6 ລ້ານກີບແມ່ນສຳລັບໜຶ່ງໂຮງຮຽນຢູ່ເມືອງຊຽງຮ່ອນ, ຕາມການເປີດເຜີຍຂ່າວຈາກບໍລິສັດຫົງສາ.
ພົມພົງ ເຫຼົາອິນ