ລັດຖະບານຈີນໃຫ້ທຶນການສຶກສາ 50 ທຶນສຳລັບນັກສຶກສາລາວ

ລັດຖະບານຈີນ ໃຫ້ທຶນການສຶກສາ 50 ທຶນສຳລັບນັກສຶກສາລາວທີ່ມີຜົນການຮຽນດີເດັ່ນ ແລະ ຜູ້ດ້ອຍໂອກາດທີ່ຢູ່ເຂດຫ່າງໄກສອກຫຼີກ ເພື່ອໃຫ້ເຂົາເຈົ້າໄດ້ມີໂອກາດໄປສຶກສາຂັ້ນປະລິນຍາຕີ ແລະ ປະລິນຍາໂທ ຢູ່ປະເທດຈີນ.

ທຶນການສຶກສາດັ່ງກ່າວໄດ້ມີການປະກາດໃນອາທິດແລ້ວນີ້ ທີ່ສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ວິທະຍາເຂດດົງໂດກ ນະຄອນຫຼວງວຽງຈັນ, ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງອົງການຄົບຮອບ 15 ປີ.

ສະຖາບັນຂົງຈື້ເປັນຜູ້ຄັດເລືອກຜູ້ຮັບທຶນຮອບສຸດທ້າຍ ເພື່ອໃຫ້ທຶນເຂົ້າຮຽນພາສາຈີນໃນມະຫາວິທະຍາໄລໃນປະເທດເພື່ອບ້ານ.

ອ່ານຕໍ່…

ສັງຄົມໄຊ ບຸບຜານຸວົງ