ຫ້ອງຮຽນສອງພາສາລາວ-ຝຼັ່ງໄດ້ຮັບການຝຶກອົບຮົມ, ອຸປະກອນ

ພິທີເຊັນບົດບັນທຶກຄວາມເຂົ້າໃຈຂອງໂຄງການ ໄດ້ຈັດຂຶ້ນໃນວັນສຸກນີ້ ທີ່ກະຊວງສຶກສາທິການ ແລະ ກິລາ ເຊິ່ງເປັນການເປີດໂຄງການຢ່າງເປັນທາງການ ພາຍໃຕ້ການສະໜັບສະໜູນໂດຍສະຖານທູດຝຼັ່ງ ເພື່ອຍົກລະດັບການຮຽນການສອນວິຊາຄະນິດສາດ ແລະ ວິທະຍາສາດ ໃນຫ້ອງຮຽນສອງພາສາ ລາວ-ຝຼັ່ງ ຕາມແຜນພັດທະນາການສຶກສາຂອງລັດຖະບານ ເພື່ອຍົກລະດັບຄຸນນະພາບການສຶກສາ.

ບົດບັນທຶກຄວາມເຂົ້າໃຈໂຄງການ ເຊິ່ງໄດ້ຜ່ານການລົງນາມໂດຍທ່ານນາງ ສີສຸກ ວົງວິຈິດ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ແລະທ່ານ ແພັດທຼິກ ໂຄແຮັນ ຫົວໜ້າຝ່າຍການຮ່ວມມືຂອງສະຖານທູດຝຼັ່ງປະຈຳ ສປປ ລາວ, ມີຈຸດປະສົງແນໃສ່ສະໜອງອຸປະກອນການຮຽນ-ການສອນໃໝ່ໃນວິຊາວິທະຍາສາດ (ປຶ້ມແບບຮຽນ, ອຸປະກອນ, ການເຊື່ອມຕໍ່ອິນເຕີເນັດ) ແລະ ໃຫ້ການຝຶກອົບຮົບການພັດທະນາແບບມືອາຊີບ ແລະ ການຝຶກອົບຮົມຄູສອນລາຍວິຊາເພີ່ມເຕີມ. 

ອ່ານຕໍ່…

Cameron Darke
https://laotiantimes.com/2019/10/04/lao-french-bilingual-classrooms-to-receive-training-equipment/