ວິທະຍາສາດ ແລະ ເຕັກໂນໂລຊີ

ລາວເປີດນຳໃຊ້ການບໍລິການອີວີຊາ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວກຳລັງຈະເປັນອີກໜຶ່ງປະເທດທີ່ອະນຸຍາດໃຫ້ນັກທ່ອງທ່ຽວສາມາດສະໝັກວິຊາແບບອອນໄລ, ເພື່ອຈຸດປະສົງເພີ່ມປະລິມານນັກທ່ອງທ່ຽວຕ່າງປະເທດ.ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າຈາກຂະແໜງການຕ່າງໆ ເຂົ້າຮ່ວມເປັນສັກຂີພະຍານໃນພິທີກົດປຸ່ມເພື່ອເປີດການໃຫ້ບໍລິການອີວີຊາ ເຊິ່ງຈັດຂຶ້ນທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/e-visas-introduced-make-life-easier-tourists-99877

ງານວາງສະແດງໄອຊີທີເນັ້ນນຳສະເໜີຄວາມສາມາດທາງດິຈິຕອລ໌ຂອງລາວ

ກະຊວງໄປສະນີ ແລະ ໂທລະຄົມມະນາຄົມໄດ້ເປັນເຈົ້າພາບຈັດງານວາງສະແດງເທັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ທີ່ວຽງຈັນ ແຕ່ວັນທີ 26-30 ມິຖຸນານີ້ ເພື່ອຈັດສະແດງນະວັດຕະກຳດ້ານເທັກໂນໂລຢີ ແລະ ດິຈິຕອລ໌ຫຼ້າສຸດ.ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ທ່ານ ປອ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ເຂົ້າຮ່ວມພິທີເປີດງານຢ່າງເປັນທາງການທີ່ໂຮງແຮມດອນຈັນພາເລັສ໌ ໃນວັນອັງຄານຜ່ານມານີ້.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ກອງປະຊຸມປະເທດອາຊຽນສົ່ງເສີມການນຳໃຊ້ເທັກໂນໂລຢີ ຄລາວ ຄອມພິວຕິງ ໃນລະດັບພາກພື້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຮ່ວມຫາລືກັບບັນດາປະເທດສະມາຊິກອາຊຽນ ເພື່ອຊຸກຍູ້ການຈັດການດ້ານນະໂຍບາຍຂອງລັດ ແລະ ຂອບການຄຸ້ມຄອງເພື່ອສົ່ງເສີມການນຳໃຊ້ເທັກໂນໂລຢີ ຄລາວ ຄອມພິວຕິງ.ກອງປະຊຸມໄລຍະສອງວັນດັ່ງກ່າວ ທີ່ນະຄອນວຽງຈັນ ເຊິ່ງຈັດໂດຍກະຊວງໄປສະນີ ແລະ ໂທລະຄົມມະນາຄົວລາວ ມີຜູ້ເຂົ້າຮ່ວມ 60 ກວ່າຄົນຈາກບັນດາປະເທດສະມາຊິກອາຊຽນ, ຊ່ຽວຊານຈາກຍີ່ປຸ່ນ, ເຈົ້າໜ້າຈາກທີ່ກະຊວງຕ່າງໆ, ພ້ອມດ້ວຍຕາງໜ້າບໍລິສັດໂທລະຄົມ ແລະ ໄອຊີທີ ແລະ ຈະສຳເລັດໃນມຶ້ນີ້ .ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/asean-meeting-promotes-regional-cloud-computing-98859

ເອເວີເຣັກສ໌ ຖະແຫຼງການຮ່ວມມືກັບທະນາຄານພັດທະນາລາວ

ບໍລິສັດ ອີວີເອັກສ໌ ໂຮດິງ ຈຳກັດ (EVX Holdings, Pte. Ltd.) ຜູ້ໃຫ້ບໍລິການ ບລ໋ອກເຊນ ຂອງປະເທດສິງກະໂປ ດຳເນີນການໃນນາມຂອງ ເອເວີເຣັກສ໌, ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັບທະນາຄານພັດທະນາລາວ ເພື່ອພັດທະນາ ແລະ ຈັດຕັ້ງເທັກໂນໂນຢີ ບລ໋ອກເຊນ ເພື່ອການຈ່າຍເງິນຂ້າມຊາຍແດນ ແລະ ການເງິນເພື່ອການຄ້າ.ອ່ານຕໍ່ ...

Diana Ngo
https://coinjournal.net/everex-announces-collaboration-with-lao-development-bank/

ລາວກະກຽມແຜນແມ່ບົດສຳລັບລະບົບຂໍ້ມູນຂ່າວສານທາງພູມິສາດ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ຮ່າງແຜນແມ່ບົດລຳລັບການສ້າງຕັ້ງ ແລະ ການໃຊ້ປະໂຫຍດຈາກລະບົບຂໍ້ມູນຂ່າວສານ ແລະ ພື້ນຖານໂຄງລ່າງດ້ານທີ່ຕັ້ງແຫ່ງຊາດ ໃນປະເທດລາວ.ກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານຂັ້ນສຸດທ້າຍກ່ຽວກັບໂຄງການ ໄດ້ຈັດຂຶ້ນທີ່ວຽງຈັນ ໃນວັນສຸກແລ້ວນີ້, ເຊິ່ງຈັດໂດຍກົມທີ່ດິນພາຍໃຕ້ກະຊວງ ແລະ ໜ່ວຍງານການຮ່ວມມືດ້ານທີ່ດິນ ແລະ ຕາຕະລາງຂໍ້ມູນຂ່າວສານທາງພູມີສາດເກົາຫຼີ (LX) ພາຍໃຕ້ກະຊວງທີ່ດິນ, ພື້ນຖານໂຄງລ່າງ ແລະ ການຂົນສົ່ງ, ສາທາລະນະລັດເກົາຫຼີ.ອ່ານຕໍ່ ...

ເພັດສະໝອນ ຈັນດາລາ

ສູນກາງຊາວໜຸ່ມໄດ້ຮັບການສົ່ງເສີມດ້ານເທັກໂນໂລຢີຜ່ານສູນ IT ແຫ່ງໃໝ່

ສູນເທັກໂນໂລຢີຂໍ້ມູນຂ່າວສານເພື່ອເດັກ-ໄວໜຸ່ມ ພາຍໃຕ້ທຶນຊ່ວຍເຫຼືອກວ່າ US$3 ລ້ານໂດລາຈາກອົງການຮ່ວມມືສາກົນເກົາຫຼີ (KOICA) ເພື່ອຊ່ວຍເຫຼືອສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ໄດ້ເປີດຂຶ້ນຢ່າງເປັນທາງການ ທີ່ນະຄອນວຽງຈັນໃນອາທິດນີ້.ເປົ້າໝາຍຂອງສູນດັ່ງກ່າວແມ່ນເພື່ອຍົກລະດັບຄວາມຮູ້ ແລະ ທັກສະດ້ານ IT ໃຫ້ແກ່ຊາວໜຸ່ມລາວ ເພື່ອເພີ່ມທະວີການມີສ່ວນຮ່ວມຂອງເຂົາເຈົ້າໃນການສ້າງສາພັດທະນາປະເທດຊາດ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ການປັບປຸງລະບົບຂໍ້ມູນຂ່າວສານແມ່ນ້ຳຂອງໄດ້ຮັບທຶນຊ່ວຍເຫຼືອຈາກອອສ໌ເຕຣເລຍ

(ຂປລ) ລັດຖະບານອອສ໌ເຕຣເລຍໄດ້ອະນຸມັດທຶນຊ່ວຍເຫຼືອຈຳນວນ AUD 430,000 ໂດລາອອສ໌ເຕຣເລຍ (ຫຼືປະມານ USD 300,000 ໂດລາ່ສະຫະລັດ) ໃຫ້ແກ່ຄະນະກຳມາທິການແມ່ນ້ຳຂອງ (MRC) ເພື່ອຈັດຕັ້ງປະຕິບັດການລິເລີ່ມໃນການສ້າງຄວາມເຂັ້ມແຂງດ້ານຂໍ້ມູນ, ການຈຳລອງແບບ ແລະ ລະບົບຂໍ້ມູນຂ່າວສານ ເພື່ອເພື່ອທະວີການສະໜອງຂໍ້ມູນຂ່າວສານເປັນໄລຍະໆໃຫ້ແກ່ມະຫາຊົນ ແລະ ປະເທດສະມາຊິກ MRC.ຕາມຈົດໝາຍຈາກສະຖານທູດອອສ໌ເຕຣເລຍປະຈຳນະຄອນວຽງຈັນ ເຖິງເລຂາທິການ MRC ໃນວັນທີ 9 ພຶດສະພາ 2019, ທຶນດັ່ງກ່າວຈະມາຈາກກົມການຕ່າງປະເທດ ແລະ ການຄ້າອອສ໌ເຕຣເລຍ ເຊິ່ງຈະມາໃນຮູບຂອງການຊ່ວຍເຫຼືອດ້ານວິຊາການ.ໂຄງການດັ່ງກ່າວຈະມີການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງໂດຍອົງການ eWater ເຊິ່ງເປັນອົງການທີ່ບໍ່ຫວັງຜົນກຳໄລຂອງລັດຖະບານອອສ໌ເຕຣເລຍ ນັບແຕ່ນີ້ໄປຈົນເຖິງເດືອນທັນວາປີ 2020.ອ່ານຕໍ່ ...

ຂປລ

ລາວຕ້ອງການເທັກໂນໂລຢີດິຈິຕອລ໌ ເພື່ອຂັບເຂື່ອນການພັດທະນາ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈຳເປັນຕ້ອງນຳໃຊ້ທ່າແຮງຈາກເທັກໂນໂລຊີດິຈິຕອລ໌ ເພື່ອຂັບເຂື່ອນການພັດທະນາດ້ານເສດຖະກິດ ແລະ ຕ້ອງມີລະບົບທີ່ພຽງພໍເພື່ອຂ້າມຜ່ານສິ່ງທ້າທາຍໃນອະນາຄົດ.ນີ້ແມ່ນຂໍ້ຄວາມຈາກທ່ານ ຫຸມພັນ ອິນທິລາດ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ໃນລະຫວ່າງກອງປະຊຸມສຳມະນາ ການຫັນສູ່ຍຸກອຸດສາຫະກຳ 4.0 ທີ່ວຽງຈັນ ອາທິດແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ

ລັດຖະບານຊຸກຍູ້ໃຫ້ມີການແກ້ໄຂບັນຫາກ່ຽວກັບການຄ້າອີເລັກໂທຣນິກ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຕ້ອງແກ້ໄຂສິ່ງທ້າທາຍຫຼາຍຢ່າງ ເພື່ອເສີມຂະຫຍາຍຄວາມພະຍາຍາມໃນການພັດທະນາວຽກງານການຄ້າອີເລັກໂທຣນິກ (e-commerce) ໃຫ້ມີປະສິດທິພາບ ແລະ ເພື່ອເພີ່ມປະສິດທິຜົນທາງການຄ້າ, ຕາມບົດລາຍງານຫຼ້າສຸດ.ໃນບົດລາຍງານປີ 2018, ພາຍໃຕ້ການສະໜັບສະໜູນຂອງທະນາຄານໂລກ, ລັດຖະບານອອສ໌ເຕຣເລຍ, ເຢຍລະມັນ, ສະຫະພາບຢູໂຣບ ແລະ ໄອແລນ ໄດ້ສະແດງໃຫ້ເຫັນສິ່ງທ້າທາຍຕົ້ນຕໍຂອງລາວຄື ຂໍ້ຈຳກັດດ້ານການເຂົ້າເຖິງອິນເຕີເນັດ, ຄ່າບໍລິການອິນເຕີເນັດທີ່ສູງ ແລະ ຄວາມບໍ່ພຽງພໍທາງດ້ານລະບຽບການ.ນອກນີ້ ບັນຫາຄວາມບໍ່ພຽງພໍດ້ານພື້ນຖານໂຄງລ່າງໄອທີ ກໍຄືຕົ້ນທຶນການອຳນວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງທີ່ສູງ ຍັງເປັນອຸປະສັກຕໍ່ການພັດທະນາດ້ານ e-commerce ຕາມບົດລາຍງານໃນຫົວຂໍ້ “ການສ້າງປະໂຫຍດຈາກ E-commerce“.ອ່ານຕໍ່ບົດລາຍງານທີ່ກ່ຽວຂ້ອງ (ພາສາອັງກິດ)Digital Connectivity in Lao PDR Lagging Behind Peers : A Short Assessment with Policy Recommendations to ...

ເອກະພອນ ພູທອນສີ

ລາວເດີນໜ້າແຜນພັດທະນາລະບົບສາກລົດໄຟຟ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວໄດ້ເດີນໜ້າພັດທະນາລະບົບລົດໄຟຟ້າ ດ້ວຍການເປີດຕົວໂຄງການທົດລອງສຳລັບສະຖານນີສາກແບັດເຕີຣີລົດໄຟຟ້າ.ກະຊວງພະລັງງານ ແລະ ບໍ່ແຮ່ ຈະຮ່ວມມືກັບຂະແໜງເອກະຊົນໃນການດຳເນີນໂຄງການ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການສົ່ງເສີມການນຳໃຊ້ລົດໄຟຟ້າໃນລາວ ແລະ ສະໜັບສະໜູນບາດກ້າວຂອງລັດຖະບານໃນການຫຼຸດຜ່ອນການນຳໃຊ້ພະລັງງານເຊື້ອເພິງ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

zmShB
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!