ວິທະຍາສາດ ແລະ ເຕັກໂນໂລຊີ

ຮອງນາຍົກແນະນຳກ່ຽວກັບການພັດທະນາ ICT ໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) — ວານນີ້ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີໄດ້ແນະນຳຂະແໜງການໄປສະນີ ແລະ ໂທລະຄົມມະນາຄົມ ໃຫ້ສືບຕໍ່ພັດທະນາ ແລະ ຂະຫຍາຍພື້ນຖານໂຄງລ່າງທາງດ້ານເຕັກໂນໂລຊີຂໍໍ້ມູນຂ່າວສານ ແລະ ການຄົມມະນາຄົມແຫ່ງຊາດ.ໂດຍສະເພາະທ່ານໄດ້ສົ່ງເສີມກ່ຽວກັບການສືບຕໍ່ການນຳໃຊ້ເຕັກໂນໂລຊີໃໝ່ໆ ເຂົ້າໃນການເຊື່ອມຕໍ່ກັບພາກພື້ນ ແລະ ບັນດາປະເທດ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ງານແຂ່ງຂັນຫຸ່ນຍົນລາວມີແຜນຈັດໃນເດືອນມີນາ 2020

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ໄດ້ແຈ້ງການກ່ຽວກັບການຈັດງານອອກແບບຫຸ່ນຍົນແຫ່ງຊາດຄັ້ງທີ 15 ໃນເດືອນມີນາປີໜ້າ.ການແຈ້ງການດັ່ງກ່າວແມ່ນຢູ່ໃນກອງປະຊຸມວິຊາການໄລຍະ 2 ວັນກ່ຽວກັບການນຳໃຊ້ໜ່ວຍປະມວນຜົນຂະໜາດນ້ອຍໃນການອອກແບບຫຸ່ນຍົນ ເຊິ່ງເລີ່ມຂຶ້ນໃນມື້ວານນີ້ ທີ່ນະຄອນວຽງຈັນ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ລັດຖະບານລາວມອບຫຼຽນກາໃຫ້ແກ່ນັກຄົ້ນຄວ້າດີເດັ່ນຈາກລາດຊະອານາຈັກ

ລັດຖະບານລາວໄດ້ມອບຫຼຽນກາແຮງງານໃຫ້ແກ່ນັກຄົ້ນຄວ້າຈາກລາດຊະອານາຈັກ ເພື່ອຊົມເຊີຍຕໍ່ຜົນງານການປະກອບສວ່ນດີເດັ່ນທີ່ທ່ານໄດ້ສ້າງກ່ຽວກັບຄຸນນະພາບໃນຫ້ອງທົດລອງ ແລະ ລະບົບຄຸ້ມຄອງຂໍ້ມູນໃນຫ້ອງທົດລອງຈຸລະຊີບໂຮງໝໍມະໂຫສົດ ວຽງຈັນ.ພິທີມອບຫຼຽນກາດັ່ງກ່າວໃຫ້ແກ່ທ່ານ (ສຈ) ເດວິດ ອະລັນ ເບຣດ ດານສ໌ ແມ່ນຈັດໂດຍທ່ານ (ຮສ) ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໃນວັນອັງຄານທີ່ 12 ມີນາ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລາວຕ້ອງການຊ່ຽວຊານດິຈິຕອລເພື່ອຂັບເຂື່ອນການພັດທະນາ: ຕາມລັດຖະມົນຕີ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຕ້ອງຜະລິດຊ່ຽວຊານທາງດິຈິຕອລ ເພື່ອສ້າງພື້ນຖານດ້ານເຕັກໂນໂລຊີທີ່ເຂັ້ມແຂງເພື່ອການນຳໃຊ້ ແລະ ການບໍລິການ  ເພື່ອສະໜອງກັບຄວາມຕ້ອງການໃນການພັດທະນາປະເທດຊາດໃນອະນາຄົດ, ຕາມເຈົ້າໜ້າທີ່ການນຳ.ທ່ານ ສຈ ປອ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຄຳແນະນະໃນກອງປະຊຸມການນຳໃຊ້ເຕັກໂນໂລຊີດິຈິຕອລ ແລະ ຍຸກອຸດສາຫະກຳ 4.0 ທີ່ວຽງຈັນວານນີ້.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວ, ຫວຽດນາມສືບຕໍ່ກາານຮ່ວມມືກ່ຽວກັບລັດຖະບານອີເລັກໂທຣນິກ ແລະ ຄວາມປອດໄພໃນໂລກໄຊເບີ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ຫວຽດນາມໄດ້ຕົກລົງສືບຕໍ່ການຮ່ວມມືໃນການພັດທະນາດ້ານຄວາມປອດໄພໃນໂລກໄຊເບີ, ລັດຖະບານອີເລັກໂທຣນິກ ແລະ ການບໍລິການເຄືອຂ່າຍໄປສະນີ.ຂໍ້ຕົກລົງກ່ຽວກັບການສືບຕໍ່ໃນການຮ່ວມມືດ້ານຄວາມປອດໄພໃນໂລກໄຊເບີ, ລັດຖະບານອີເລັກໂທຣນິກ ແລະ ການບໍລິການເຄືອຂ່າຍໄປສະນີ ໄດ້ເຮັດຂຶ້ນໃນມື້ວານນີ້ ລະຫວ່າງກະຊວງໄປສະນີ ແລະ ໂທລະຄົມມະນາຄົມຂອງລາວ ແລະ ກະຊວງຂໍ້ມູນຂ່າວສານ ແລະ ການສື່ສານຂອງຫວຽດນາມ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ຊຳຊຸງເປີດໂຄງການສະຖາບັນເຕັກໂນສຳລັບນັກພັດທະນາ App ລາວ

ໂຄງການສະຖາບັນຊຳຊຸງ-ລາວເຕັກໂນ 2019 ຈະເປີດຫຼັກສູດຝຶກອົບຮົມກ່ຽວກັບການຂຽນ app  ແລະ ທັກສະພື້ນຖານໃນການຂຽນໂປຣແກຣມສຳລັບ Android ໃຫ້ແກ່ນັກພັດທະນາໂປຣແກຣມໜຸ່ມລາວ ແລະ ຜູ້ທີ່ສົນໃຈກ່ຽວກັບ app.ປະຈຸບັນມີການເປີດຮັບສະໝັກໂດຍບໍ່ເສຍຄ່າໃຊ້ຈ່າຍ, ຜູ້ທີ່ສົນໃຈສາມາດເຂົ້າສະໝັກຕາມເວັບໄຊ . ຮັບຈຳນວນຈຳກັດພຽງ 40 ຄົນ.ອ່ານຕໍ່ ...

The Laotian Times

ໜ່ວຍທຸລະກິດໃນລາວຈັດການກັບສິ່ງທ້າທາຍໃນການຫັນສູ່ການດຳເນີນການແບບດິຈິຕອລ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ປະກອບການທຸລະກິດໃນລາວ ໄດ້ຮຽນຮູ້ກ່ຽວກັບເຕັກໂນໂນຊີຫຼ້າສຸດ ເພື່ອຍົກລະດັບທັກສະກ່ຽວກັບ ‘ທຸລະກິດຍຸກ 4.0’ ໃນກອງປະຊຸມສຳມະນາທີ່ວຽງຈັນ ເພື່ອຮັບປະກັນການເຂົ້າເຖິງລູກຄ້າຢ່າງມີປະສິດທິຜົນ.ທັກສະໃໝ່ທີ່ໄດ້ຈາກກອງປະຊຸມສຳມະນາໃນຫົວຂໍ້ ‘ທຸລະກິດໃໝ່ໃນຍຸກ 4.0’ ໃນອາທິດແລ້ວນີ້, ແນໃສ່ການສົ່ງເສີມທຸລະກິດທ້ອງຖິ່ນໃຫ້ນຳໃຊ້ເຕັກໂນໂລຊີເຂົ້າໃນການສົ່ງເສີມການຂາຍ.ອ່ານຕໍ່ ...

ໂຕະຂ່າວ

ລາວເປີດຕົວເວັບໄຊຊັບສິນທາງປັນຍາໃໝ່

(ຂປລ) ໃນວັນທີ 20 ກຸມພານີ້ ໄດ້ມີການເປີດຕົວເວັບໄຊກ່ຽວກັບລະບົບຂໍ້ມູນຊັບສິນທາງປັນຍາໃໝ່ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນ.ເປັນປະທານໃນພິທີດັ່ງກ່າວມີທ່ານ ປອ ຄັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ,ປປ ກະຊວງວະທິຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ດານຽວ ຟິຊແພດທຣິກ ຫົວໜ້າຝ່າຍ ອົງການຊ່ວຍເຫຼືອເພື່ອການພັດທະນາສາກົນສະຫະລັດ (USAID) ໂຄງການ LUNAII.ທ່ານສາມາດເຂົ້າຊົມເວັບໄຊຂອງກົມຊັບສິນທາງປັນຍາໄດ້ທີ່ https://dip.gov.laອ່ານຕໍ່ ...

ຂປລ

ງານ ICT Expo ຈະວາງສະແດງຜົນງານທາງດິຈິຕອລຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງໄປສະນີ ແລະ ໂທລະຄົມມະນາຄົມມີແຜນຈັດງານ ICT Expo ເພື່ອວາງສະແດງຜົນງານໃໝ່ໆດ້ານ ແອບພລິເຄຊັນ, ອຸປະກອນ, ໂທລະຄົມ, ທຸລະກິດການຄ້ານອອນໄລ (e-commerce) ແລະ ເຕັກໂນໂລຊີດ້ານການເງິນ ເພື່ອກະກຽມຄວາມພ້ອມສູ່ຍຸກອຸດສາຫະກຳດິຈິຕອລ.ທ່ານ ປອ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ເປີດເຜີຍໃນກອງປະຊຸມຕໍ່ສື່ມວນຊົນ ກ່ຽວກັບງານວາງສະແດງ Information and Communications Technology (ICT) Expo ຂອງລາວ ເຊິ່ງຈະມີຂຶ້ນໃນວັນທີ  12-16 ມິຖຸນາ ທີ່ສູນການຄ້າລາວໄອເຕັກ ວຽງຈັນ.ອ່ານຕໍ່ ...

ໂຕະຂ່າວ

ທະນາຄານລາວແກ້ໄຂຂໍ້ຜິດພາດກ່ຽວກັບການຈ່າຍອາກອນທີ່ດິນ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (BCEL) ກຳລັງປັບປຸງລະບົບຖານຂໍ້ມູນ ຫຼັງຈາກທີ່ຜູ້ນຳໃຊ້ລະບົບການຈ່າຍອາກອນອອນໄລບາງຄົນພົບວ່າລາຍລະອຽດກ່ຽວກັບໃບຕາດິນຂອງຕົນບໍ່ຖືກຕ້ອງ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

td35A
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!