Law and judiciary

ວຽກງານການຕ້ານການຄ້າຢາເສບຕິດເນັ້ນໃສ່ການຄວບຄຸມການຂ້າມຂົວແບບເປັນກຸ່ມ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຊິກກຸ່ມເຮັດວຽກຂອງຂະແໜງຄວບຄຸມຢາເສບຕິດ ໄດ້ລົງຢ້ຽມຢາມຂົວມິດຕະພາບລາວ-ໄທ ນະຄອນຫຼວງວຽງຈັນ ໃນອາທິດຜ່ານມາ ເພື່ອປັບປຸງຄວາມເຂົ້າໃຈກ່ຽວກັບບົດບາດຂອງເຈົ້າໜ້າທີ່ພາສີ ແລະ ກວດຄົນເຂົ້າເມືອງ ໃນການຕ້ານການຄ້າຂາຍຢາເສບຕິດ.ເຂົ້າຮ່ວມໃນພິທີດັ່ງກ່າວມີທ່ານ ພຸດສະຫວັດ ສູນທາລາ ຮອງຫົວໜ້າຫ້ອງການຄະນະກຳມະການຄວບຄຸມ ແລະ ກວດສອບຢາເສບຕິດແຫ່ງຊາດ, ທ່ານ ຢີນ-ເບີນາດ ຄາຣາຊ໌ໂກ ເອກອັກຄະລັດຖະທູດອອສ໌ເຕຣເລຍປະຈຳລາວ ພ້ອມດ້ວຍຕາງໜ້າຄະນະທູດປະເທດຕ່າງໆ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/anti-drug-trafficking-efforts-highlighted-control-group%E2%80%99s-bridge-visit-100122

ຫວຽດນາມ, ລາວ ທົບທວນກ່ຽວກັບການຕ້ານອາດສະຍາກຳ

NDO/VNA – ກະຊວງປ້ອງກັນຄວາມສະຫງົບຂອງຫວຽດນາມ ແລະ ລາວ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 10 ຂຶ້ນ ທີ່ວຽງຈັນ ໃນວັນທີ 9 ກໍລະກົດທີ່ຜ່ານມາ ເພື່ອທົບທວນພາລະກິດຮ່ວມໃນການຕ້ານອາດສະຍາກຳ.ກອງປະຊຸມດັ່ງກ່າວແມ່ນພາຍໃຕ້ການເປັນປະທານຮ່ວມຂອງທ່ານພົນຕີ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມຕຳຫຼວດຂອງລາວ ແລະ ທ່ານພັນໂທ ວູ ງ໊ອກ ທາງ ຮອງປະທານສຳນັກງານຕຳຫຼວດສືບສວນຂອງຫວຽດນາມ. ໃນກອງປະຊຸມດັ່ງກ່າວ ເຈົ້າໜ້າທີ່ຝ່າຍລາວກ່າວວ່າ ປະເທດລາວໄດ້ຜະເຊີນກັບບັນຫາທ້າທາຍດ້ານອາດຊະຍາກຳຕ່າງໆເຊັ່ນ ບັນຫາຢາເສບຕິດ ແລະ ການຄ້າມະນຸດ, ການປຸ້ນຈີ້, ແລະ ອາດຊະຍາກຳທີ່ສັບຊ້ອນໂດຍນຳໃຊ້ເທັກໂນໂລຢີຍຸກໃໝ່.ອ່ານຕໍ່ ...

ໂຕະຂ່າວ
https://en.nhandan.org.vn/politics/item/7675502-vietnam-laos-review-crime-fight.html

ເຈົ້າໜ້າທີ່ຍຶດຊັບສິນຜິດກົດໝາຍມູນຄ່າຫຼາຍຕື້ກີບ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ໄດ້ມີການຍຶດຊັບສິນທີ່ມີສ່ວນພົວພັນກ່ຽວຂ້ອງກັບຄະດີ ຊຶ່ງມີມູນຄ່າຫຼາຍຕື້ກີບ ຕາມທ່ານຮອງນາຍົກລັດຖະມົນຕີ. ຊັບສິນດັ່ງກ່າວລວມມີ ທີ່ດິນ 58 ຕອນ, ເຮືອນ ແລະ ອາຄານ 42 ຫຼັງ, ບ້ານພັກ 17 ແຫ່ງ, ໂຮງແຮມໜຶ່ງແຫ່ງ, ສາງໜຶ່ງແຫ່ງ,​ ຕະຫຼາດໜຶ່ງແຫ່ງ, ລົດໃຫຍ່ 157 ຄັນ, ລົດຈັກ 592 ຄັນ ພ້ອມດ້ວຍເງິນສົດ ແລະ ເງິນຝາກອີກຈຳນວນໜຶ່ງ,​ ທ່ານ ສົມດີ ດວງດີ ລາຍງານຕໍ່ສະພາແຫ່ງຊາດ.ຊັບສິນດັ່ງກ່າວໄດ້ຖືກອາຍັດໂດຍເຈົ້າໜ້າທີ່ ເພື່ອຈຸດປະສົງໃນການສືບສວນສອບສວນກິດຈະກຳທີ່ຜິດຕໍ່ລະບຽບກົດໝາຍ ເຖິງວ່າສານຈະຍັງບໍ່ທັນມີການຕັດສິນລົງໂທດໃນຄະດີເຫຼົ່ານີ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/lao-authorities-confiscate-billions-kip-worth-assets-99797

ສະພາແຫ່ງຊາດ, ອົງການອອກສ໌ຟາມເປີດຕົວໂຄງການສົ່ງເສີມການມີສ່ວນຮ່ວມຂອງພົນລະເມືອງ

ສະພາແຫ່ງຊາດ ແລະ ອົງການອອກສ໌ຟາມ ເປີດຕົວໂຄງການຮ່ວມມືເພື່ອເສີມຂະຫຍາຍການສ້າງຄວາມສາມາດຂອງໜ່ວຍງານຮ່າງກົດໝາຍຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຫາລື ແລະ ຮັບຟັງບັນຫາຂອງຜູ້ມີສ່ວນຮ່ວມແຕ່ລະໜ່ວຍງານ.ທ່ານ ບຸນທັນ ບຸນວິໄລ ຫົວໜ້າເລຂາທິການການຮ່ວມມືສາກົນ ແລະ ຄຸ້ມຄອງໂຄງການຂອງສະພາແຫ່ງຊາດ ແລະ ທ່ານ ທິໂບ ຮັນເກ ອຳນວນການອົງການອອກສ໌ຟາມປະຈຳລາວ ໄດ້ກ່າວຄຳເຫັນ ເພື່ອເປີດກອງປະຊຸມວານນີ້ ເຊິ່ງເປັນການເລີ່ມຕົ້ນໂຄງການການຮ່ວມມືເພື່ອສົ່ງສີມການມີສ່ວນຮ່ວມຂອງພົນລະເມືອງ (PACE) ເຊິ່ງຈະດຳເນີນໄປເຖິງປີ 2021.ອ່ານຕໍ່  ...

ເອກະພອນ ພູທອນສີ

ລາວ, ອົງການຈັດຕັ້ງສາກົນຫາລືວິທີການເພື່ອຕ້ານອາດສະຍາກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຍຄວາມ, ເຈົ້າໜ້າທີ່ຕຸລາການ ແລະ ເຈົ້າໜ້າທີ່ກົດໝາຍຈາກສູນກາງ ແລະ ແຂວງ ແລະ ອົງການຈັດຕັ້ງສາກົນໄດ້ປະຊຸມທີ່ແຂວງຊຽງຂວາງ ເພື່ອຫາລືວິທີການໃນການສົ່ງເສີມຄວາມສາມາດ ເພື່ອຕ້ານການກໍ່ອາດສະຍາກຳຂ້າມຊາດ ລວມທັງການຄ້າຢາເສບຕິດ, ການຄ້າມະນຸດ ແລະ ການຟອກເງິນ.ກອງປະຊຸມຄັ້ງທີສອງເພື່ອຕິດຕາມວຽກງານໃນຫົວຂໍ້ດັ່ງກ່າວ ໄດ້ຈັດຂຶ້ນຢູ່ໂພນສະຫວັນ ແຂວງຊຽງຂວາງ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/laos-international-organisations-discuss-ways-combat-crime-99526

ຕຳຫຼວດຈໍລະຈອນວຽງຈັນເລີ່ມປະຕິບັດມາດຕະການລົງໂທດທີ່ເຂັ້ມງວມກວ່າເດີມຕໍ່ຜູ້ທີ່ເມົາແລ້ວຂັບຂີ່

ຕຳຫຼວດຈໍລະຈອນນະຄອນຫຼວງວຽງຈັນຈະເລີ່ມເຂັ້ມງວດໃນການປັບໃໝ ແລະ ຍຶດໃບຂັບຂີ່ຂອງຜູ້ທີ່ເມົາແລ້ວຂັບຂີ່ ເພື່ອຫຼຸດຜ່ອນຈຳນວນອຸບັດຕິເຫດຕາມທ້ອງຖະໜົນໃນນະຄອນຫຼວງວຽງຈັນ.ຕາມບົດລາຍງານທີ່ຜ່ານມາຂອງເຈົ້າໜ້າທີ່, ການຂັບຂີ່ລົດໃນຂະນະມືນເມົາເປັນສາເຫດຫຼັກຂອງການອຸບັດຕິເຫດບົນທ້ອງຖະໜົນ. ສະນັ້ນ ໃນກອງປະຊຸມສະໄໝສາມັນຄັ້ງທີ 5 ຂອງສານປະຊາຊົນນະຄອນຫຼວງວຽງຈັນຈຶ່ງໄດ້ພິຈາລະນາ ແລະ ຮັບຮອງເອົາມາດຕະການເພື່ອແກ້ໄຂບັນຫາດັ່ງກ່າວ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ນາຍົກຮຽກຮ້ອງການຮ່ວມມືເພື່ອຕ້ານບັນຫາຢາເສບຕິດ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມມືກັນປະກອບສ່ວນໃນການຕ້ານການຄ້າຢາເສບຕິດ.ທ່ານ ທອງລຸນ ໄດ້ກ່າວຄຳຮຽກຮ້ອງດັ່ງກ່າວໃນວັນອັງຄານຜ່ານມາ ເຊິ່ງກົງກັບວັນຕ້ານການນຳໃຊ້ ແລະ ຊື້ຂາຍຢາເສບຕິດສາກົນ ຄົບຮອບ 32 ປີ ເຊິ່ງວຽນມາບັນຈົບຄົບຮອບໃນວັນທີ 26 ມິຖຸນານີ້.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/laos-pm-calls-joint-effort-combat-drugs-problem-99159

ລາວ, ໄທເສີມຂະຫຍາຍວຽກງານການຮ່ວມມືດ້ານຄວາມປອດໄພຊາຍແດນ 

ວຽງຈັນ (ວຽງຈັນທາມສ໌/ANN) — ລັດຖະບານລາວ ແລະ ໄທ ຈະສືບຕໍ່ຊ່ວຍເຫຼືອເຊິ່ງກັນແລະກັນໃນດ້ານຄວາມປອດໄພຊາຍແດນ ແລະ ການປ້ອງກັນອາດສະຍາກຳຂ້າມຊາດ, ໂດຍສະເພາະຢູລຽບເຂດຊາຍແດນແຂວງໄຊຍະບູລີ ແລະ ຈັງຫວັດນ່ານ.ຂໍ້ຕົກລົງການຮ່ວມມືດັ່ງກ່າວໄດ້ມີການລົງນາມທີ່ບໍລິສັດໄຟຟ້າຫົງສາ ຈຳກັດ ແຂວງໄຊຍະບູລີ ໃນອາທິດແລ້ວນີ້ ລະຫວ່າງທ່ານພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ແລະ ທ່ານ ວໍຣະກິດຕິ ສີທິບພະກອນ ຜູ້ວ່າລາດຊະການຈັງຫວັດນ່ານ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/laos-thailand-extend-partnership-border-security-cooperation-99102

ສະພາແຫ່ງຊາດອະນຸມັດກົດໝາຍວ່າດ້ວຍຄ່າທຳນຽມສານສະບັບດັດແກ້

ສະພາແຫ່ງຊາດໄດ້ອະນຸມັດກົດໝາຍວ່າດ້ວຍຄ່າທຳນຽມສານ ສະບັບດັດແກ້ ວານນີ້ ເພື່ອສະທ້ອນສະພາບຄວາມເປັນຈິງຂອງລາວ ທັງຮັບປະກັນຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບໃນການເກັບຄ່າທຳນຽມ ແລະ ຄ່າໃຊ້ຈ່າຍອື່ນໆທີ່ກ່ຽວຂ້ອງ.ກົດໝາຍສະບັບດັດແກ້ດັ່ງກ່າວໄດ້ກຳນົດຫຼັກການ ແລະ ມາດຕະການກ່ຽວກັບການເກັບກຳ ແລະ ການຈ່າຍຄ່າທຳນຽມສານ ເພື່ອຮັບປະກັນການເກັບຄ່າທຳນຽມສານຢ່າງສະໝ່ຳສະເໝີໃນທົ່ວປະເທດ, ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ອຳນາດການປົກຄອງທີ່ກ່ຽວຂ້ອງໃນການປະຕິບັດພາລະບົດບາດໃນການຮັບປະກັນຄວາມເປັນທຳ ແລະ ເພື່ອປະກອບສ່ວນໃນງົບປະມານພາກລັດ.ອ່ານຕໍ່ ...

ສົມສັກ ພົງຂາວ

ອາຊຽນ, ຈີນສົ່ງເສີມການຝຶກອົບຮົມເຈົ້າໜ້າທີ່ຕຳຫຼວດເພື່ອຕ້ານອາດຊະຍາກຳຂ້າມຊາຍແດນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຮ່ວມມືກັບຈີນ, ປະເທດສະມາຊິກອາຊຽນ ແລະ ປະເທດເພື່ອນບ້ານ ຫາລືກ່ຽວກັບການສະໜັບສະໜູນສອງຝ່າຍໃນການສ້າງສະຖາບັນ ແລະ ສູນຝຶກອົບຮົມຕຳຫຼວດ.ການຮ່ວມມືດັ່ງກ່າວໄດ້ມີການຫາລືໃນລະຫວ່າງກອງປະຊຸມໂຕະມົນ ເພື່ອຍົກລະດັບຄວາມສາມາດດ້ານການບັງຄັບໃຊ້ກົດໝາຍ ຂອງປະທານສະຖາບັນຕຳຫຼວດຈີນ-ອາຊຽນ ແລະ ປະເທດເພື່ອນບ້ານຄັ້ງທີ 3 ທີ່ວຽງຈັນ ໃນວັນອັງຄານຜ່ານມານີ້.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/asean-china-bolster-police-training-against-cross-border-crime-98721

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

CRL2U
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!