ຫວຽດນາມ, ລາວ ທົບທວນກ່ຽວກັບການຕ້ານອາດສະຍາກຳ

NDO/VNA – ກະຊວງປ້ອງກັນຄວາມສະຫງົບຂອງຫວຽດນາມ ແລະ ລາວ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 10 ຂຶ້ນ ທີ່ວຽງຈັນ ໃນວັນທີ 9 ກໍລະກົດທີ່ຜ່ານມາ ເພື່ອທົບທວນພາລະກິດຮ່ວມໃນການຕ້ານອາດສະຍາກຳ.

ກອງປະຊຸມດັ່ງກ່າວແມ່ນພາຍໃຕ້ການເປັນປະທານຮ່ວມຂອງທ່ານພົນຕີ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມຕຳຫຼວດຂອງລາວ ແລະ ທ່ານພັນໂທ ວູ ງ໊ອກ ທາງ ຮອງປະທານສຳນັກງານຕຳຫຼວດສືບສວນຂອງຫວຽດນາມ. 

ໃນກອງປະຊຸມດັ່ງກ່າວ ເຈົ້າໜ້າທີ່ຝ່າຍລາວກ່າວວ່າ ປະເທດລາວໄດ້ຜະເຊີນກັບບັນຫາທ້າທາຍດ້ານອາດຊະຍາກຳຕ່າງໆເຊັ່ນ ບັນຫາຢາເສບຕິດ ແລະ ການຄ້າມະນຸດ, ການປຸ້ນຈີ້, ແລະ ອາດຊະຍາກຳທີ່ສັບຊ້ອນໂດຍນຳໃຊ້ເທັກໂນໂລຢີຍຸກໃໝ່.

ອ່ານຕໍ່…

ໂຕະຂ່າວ
https://en.nhandan.org.vn/politics/item/7675502-vietnam-laos-review-crime-fight.html