ເຈົ້າໜ້າທີ່ຍຶດຊັບສິນຜິດກົດໝາຍມູນຄ່າຫຼາຍຕື້ກີບ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ໄດ້ມີການຍຶດຊັບສິນທີ່ມີສ່ວນພົວພັນກ່ຽວຂ້ອງກັບຄະດີ ຊຶ່ງມີມູນຄ່າຫຼາຍຕື້ກີບ ຕາມທ່ານຮອງນາຍົກລັດຖະມົນຕີ. 

ຊັບສິນດັ່ງກ່າວລວມມີ ທີ່ດິນ 58 ຕອນ, ເຮືອນ ແລະ ອາຄານ 42 ຫຼັງ, ບ້ານພັກ 17 ແຫ່ງ, ໂຮງແຮມໜຶ່ງແຫ່ງ, ສາງໜຶ່ງແຫ່ງ,​ ຕະຫຼາດໜຶ່ງແຫ່ງ, ລົດໃຫຍ່ 157 ຄັນ, ລົດຈັກ 592 ຄັນ ພ້ອມດ້ວຍເງິນສົດ ແລະ ເງິນຝາກອີກຈຳນວນໜຶ່ງ,​ ທ່ານ ສົມດີ ດວງດີ ລາຍງານຕໍ່ສະພາແຫ່ງຊາດ.

ຊັບສິນດັ່ງກ່າວໄດ້ຖືກອາຍັດໂດຍເຈົ້າໜ້າທີ່ ເພື່ອຈຸດປະສົງໃນການສືບສວນສອບສວນກິດຈະກຳທີ່ຜິດຕໍ່ລະບຽບກົດໝາຍ ເຖິງວ່າສານຈະຍັງບໍ່ທັນມີການຕັດສິນລົງໂທດໃນຄະດີເຫຼົ່ານີ້.

ອ່ານຕໍ່…

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/lao-authorities-confiscate-billions-kip-worth-assets-99797