Law and judiciary

ເຈົ້າໜ້າທີ່ລາດຕະເວນແຂວງບໍ່ແກ້ວ ຍືດຢາບ້າໄດ້ 2.5 ລ້ານເມັດ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນພຸດນີ້ ທະຫານຊາຍແດນແຂວງບໍ່ແກ້ວ ໄດ້ບຸກຍືດຢາບ້າກວ່າ 2.5 ລ້ານເມັດ ທີ່ບັນທຸກມາໃນເຮືອຍາວສອງລຳເພື່ອຂ້າມແມ່ນ້ຳຂອງຢູ່ເມືອງຫ້ວຍຊາຍ ຫຼັງຈາກທີ່ຜູ້ຂັບເຮືອໄຫວໂຕຫຼົບໜີໄປ.ເຈົ້າໜ້າທີ່ຕຳຫຼວດຄວບຄຸມຢາເສບຕິດໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ ໃນມື້ວານນີ້ວ່າ ໃນຂະນະລາດຕະເວນຕາມລຳແມ່ນ້ຳຂອງ ເຈົ້າໜ້າທີ່ທະຫານໄດ້ພົບເຫັນເຮືອຕ້ອງສົງໄສ. ຈຶ່ງໄດ້ຂໍກວດຄົ້ນ, ເຊິ່ງເຮືອສອງລຳດັ່ງກ່າວໄດ້ເຂົ້າທຽບຝັ່ງ ແລະ ຄົນຂັບທັງສອງໄດ້ຫຼົບໜີໄປ.ຈາກການກວດຄົ້ນເຮືອດັ່ງກ່າວ ພົບຢາບ້າ 2,560,000 ເມັດ ນ້ຳໜັກລວມ 290 ກິໂລ, ຈຶ່ງໄດ້ມອບໃຫ້ຫ້ອງການຄວບຄຸມ ແລະ ກວດກາຢາເສບຕິແຂວງບໍ່ແກ້ວ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/bokeo-border-patrol-seizes-over-25-million-amphetamine-pills-102987

ນັກຄ້າຢາສັນຊາດລາວຖືກຕັດສິນປະຫານຊີວິດໃນຂໍ້ຫາຄ້າຢາເສບຕິດ 300 ກິໂລ

ໃນວັນທີ 28 ສິງຫານີ້ ສານປະຊາຊົນເແຂວງກວາງບິນ ປະເທດຫວຽດນາມ ໄດ້ຕັດສິນປະຫານຊີວິດນັກຄ້າຢາເສບຕິດຄົນລາວ ໃນຄະດີຄ້າຢາມ້າ 308.6 ກິໂລໃນປະເທດຫວຽດນາມ.ຜູ້ຕ້ອງໂທດຊື່ວ່າທ. ເຊັງ ວ່າງ ເກີດເມື່ອວັນທີ 6 ສິງຫາ 1995, ອາໄສຢູ່ແຂວງບໍລິຄຳໄຊຂອງລາວ.ຈາກສຳນວນຄະດີ, ສາມເດືອນກ່ອນຖືກຈັບກຸມ ຜູ້ກ່ຽວໄດ້ຮູ້ຈັກກັບທ. ຫາງ ອາ ຊີນ, ຊາວຫວຽດນາມ ເກີດປີ 1996, ແລະ ອາໄສຢູ່ເຂດພູສູງໃນແຂວງດັກນອງ.ອ່ານຕໍ່ ...

ໂຕະຂ່າວ
https://vietnamnet.vn/en/society/laos-national-sentenced-to-death-for-trafficking-over-300kg-of-drugs-563296.html

ຫ້ອງທົດລອງດ້ານນິຕິເວດດິຈິຕອລ໌ແຫ່ງທຳອິດຂອງລາວມີການເປີດໂຕຢ່າງເປັນທາງການ

ຫ້ອງທົດລອງດ້ານນິຕິເວດດິຈິຕອລ໌ແຫ່ງທຳອິດຂອງລາວ ໄດ້ມີການເປີດໂຕຢ່າງເປັນທາງການໃນວັນສຸກນີ້ ທີ່ກົມຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ.  ເຂົ້າຮ່ວມໃນພິທີດັ່ງກ່າວ ມີເຈົ້າໜ້າທີ່ຈາກກົມກອງ ແລະ ໂຄງການຕ້ານອາດສະຍາກຳອອນໄລໂລກ ຂອງຫ້ອງວ່າການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາດສະຍາກຳ  (UNODC).ອ່ານຕໍ່ ...

ວິສິດ ເທບພະລາດ

ລັດຮ່ວມມືກັນສາກົນໃນການເຮັດສົງຄາມຕ້ານຢາເສບຕິດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານເຮັດວຽກຢ່າງໃກ້ຊິດກັບອົງການຈັດຕັ້ງສາກົນເພື່ອສະໜັບສະໜູນການເຮັດສົງຄາມຕ້ານຢາເສບຕິດ ໃນຂະນະທີ່ການຄ້າຂາຍຢາເສບຕິດມີລັກສະນະເພີ່ມຂຶ້ນໃນທົ່ວປະເທດ, ​ໂດຍສະເພາະແມ່ນຢາໄອສ໌ ແລະ ຢາມ້າ.ບັນຫາດັ່ງກ່າວໄດ້ມີການລາຍງານໃນກອງປະຊຸມລະດັບສູງຂອງກຸ່ມເຮັດວຽກໃນຂະແໜງການຕ້ານຢາເສບຕິດຄັ້ງທີ 14 ທີ່ນະຄອນຫຼວງວຽງຈັນໃນອາທິດແລ້ວນີ້. ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/laos-partnering-int%E2%80%99l-bodies-war-against-drugs-102622

ຊ່ຽວຊານດ້ານກົດໝາຍຮ່ວມວາງແຜນການສ້າງລະບົບສານປົກຄອງ

ສານປະຊາຊົນສູງສຸດຮ່ວມກັບສະຖາບັນຊ່ວຍເຫຼືອກົດໝາຍ ແລະ ວິຊາການ (ILSTA) ຈັດກອງປະຊຸມປຶກສາຫາລືວິຊາການຂຶ້ນໃນອາທິດນີ້ ກ່ຽວກັບຮ່າງດຳລັດປະທານປະເທດວ່າດ້ວຍການດຳເນີນຄະດີການປົກຄອງ.ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນທີ່ປາກເຊ ໃນວັນທີ 5-6 ສິງຫານີ້. ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວມີຜູ້ຕາງໜ້າຈາກອົງການຈັດຕັ້ງລັດຖະບານ ເພື່ອຮ່ວມຫາລື ແລະ ເດີນໜ້າການຈັດຕັ້ງລະບົບສານປົກຄອງໃນລາວ.ອ່ານຕໍ່ ...

ໂຕະຂ່າວວຽຈັນທາມສ໌

ເຈົ້າໜ້າທີ່ແຂວງສະຫວັນນະເຂດຍຶດໄມ້ເຖື່ອນໃນຂະນະທີ່ທຳການຂົນສົ່ງ

ໃນອາທິດແລ້ວນີ້ ອຳນາດການປົກຄອງແຂວງສະຫວັນນະເຂດໄດ້ຈັບລົດບັນທຸກຕູ້ສິນຄ້າ ເຊິ່ງຂັບໂດຍຄົນຫວຽດຜ່ານເມືອງພິນເພື່ອເຂົ້າສູ່ຫວຽດນາມ ແລະ ສາມາດຍຶດໄດ້ໄມ້ເຖື່ອນທີ່ຊຸກເຊື່ອງມາໃນລົດຄັນດັ່ງກ່າວ.ທ່ານ ລາຕີ ແພງສີໄທ ວ່າການຫົວໜ້າຫ້ອງການກວດກາປ່າໄມ້ແຂວງໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ວ່າ ເຈົ້າໜ້າທີ່ກວດກາປ່າໄມ້ໄດ້ສະກັດລົດຄັນດັ່ງກ່າວໃນອາທິດແລ້ວນີ້ ແລະ ກວດພົບໄມ້ປະເພດຫວງຫ້າມຈຳນວນ 486 ທ່ອນຢູ່ພາຍໃນ.ອ່ານຕໍ່  ...

ພົມພົງ ເຫຼົາອິນ

ເຈົ້າໜ້າທີ່ຍຶດລິ່ນເປັນໆທີ່ລັກລອບຄ້າຂາຍຈາກລາວໄດ້ຢູ່ຫວຽດນາມ

ລິ່ນແມ່ນສັດລ້ຽງລູກດ້ວຍນົມທີ່ມີການລັກລອບຄ້າຂາຍຫຼາຍທີ່ສຸດໃນໂລກເຈົ້າໜ້າທີ່ໄດ້ກວດພົບລິ່ນຫຼາຍສິບໂຕ ທີ່ຖືກລັກລອບຄ້າຂາຍຈາກປະເທດລາວ ເຊິ່ງຢູ່ໃນສະພາບຂາດນ້ຳ ແລະ ອ່ອນແຮງ ຢູ່ໃນກ່ອງເທິງລົດເມໂດຍສານຢູ່ຫວຽດນາມ.ເຈົ້າໜ້າທີ່ຕຳຫຼວດຫວຽດນາມໄດ້ຈັບຕົວຄົນຂັບລົດພ້ອມດ້ວຍເມຍ ໃນຂໍ້ຫາລັກລອບຄ້າສັດປ່າຈາກລາວ, ສຳນັກຂ່າວ AFP  ລາຍງານໃນວັນທີ 30 ກໍລະກົດຜ່ານມາ.ອົງການອະນຸລັກສັດປ່າຫວຽດນາມເຜີຍວ່າ ໃນຈຳນວນດັ່ງກ່າວ ມີລິ່ນຕາຍແລ້ວສີ່ໂຕ ແລະ ອີກຫຼາຍໂຕແມ່ນມີອາການບາດເຈັບ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/02/live-pangolins-smuggled-from-laos-seized-in-vietnam/

ເຈົ້າໜ້າທີ່ຕຳຫຼວດແຂວງສະຫວັນນະເຂດບຸກກວາດລ້າງໄຮ່ກັນຊາ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນຈັນຜ່ານມານີ້ ເຈົ້າໜ້າທີ່ຕຳຫຼວດແຂວງສະຫວັນນະເຂດ ໄດ້ບຸກຍຶດໄຮ່ກັນຊາຂະໜາດໃຫຍ່ ຢູ່ບ້ານສົມສະອາດ, ເມືອງໄກສອນ ພົມວິຫານ ເຊິ່ງຊາວບ້ານໄດ້ລັກລອບປູກ ຢູ່ໃນໄຮ່ຢາງພາລາ.ການບຸກຄົ້ນດັ່ງກ່າວສາມາດຍຶດໄດ້ຕົ້ນກັນຊາສົດ 166 ຕົ້ນ ແລະ ຕົ້ນກັນຊາແຫ້ງ 154 ຕົ້ນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/savannakhet-police-raid-weeds-out-marijuana-crop-101261

ຈັບຊາຍຄົນລາວສາມຄົນໃນຂະນະຂົນສົ່ງຢາເສບຕິດມູນຄ່າ $430,000 ໂດລາ

ເຈົ້າໜ້າທີ່ໄດ້ຈັບກຸມຊາຍຄົນລາວສາມຄົນ ຢູ່ແຂວງຮາຕິນ ໃນວັນຈັນຜ່ານມາ ໃນຂະນະຂົນຍ້າຍຢາເສບຕິດມູນຄ່າ 10 ຕື້ດົງ ($430,000 ໂດລາ) ຈາກລາວໄປຫວຽດນາມ.ຊາຍສາມຄົນດັ່ງກ່າວ ທີ່ຍັງບໍ່ທັນໄດ້ຢືນຢັນຕົວຕົນ ແມ່ນຖືກຈັບຕົວໄດ້ໃກ້ກັບປະຕູດ່ານຊາຍແດນ ທີ່ເມືອງຮຸງຊົນ ທາງພາກກາງຂອງຫວຽດນາມ ໂດຍເຈົ້າໜ້າທີ່ຊາຍແດນຮາຕິນ ແລະ ເຈົ້າໜ້າທີ່ຕຳຫຼວດລາວ. ເຈົ້າໜ້າທີ່ສາມາດຍຶດຂອງກາງເປັນຢາເສບຕິດ 62,000 ເມັດທີ່ເຊື່ອງມານຳກະເປົາ ແລະ ຖົງຊາ, ລົດໃຫຍ່ສອງຄັນ ພ້ອມດ້ວຍເອກະສານທີ່ກ່ຽວຂ້ອງຈຳນວນໜຶ່ງ.ອ່ານຕໍ່ ...

Duc Hung
https://e.vnexpress.net/news/news/three-lao-men-caught-transporting-drugs-worth-430-000-3960803.html

ລັດຖະບານທົບທວນຄວາມຄືບໜ້າກ່ຽວກັບສົງຄາມຕ້ານຢາເສບຕິດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານກຳລັງຈັດການກັບບັນຫາຢາເສບຕິດໃນທົ່ວປະເທດໂດຍການຮ່ວມມືກັບບັນດາປະເທດເພື່ອນບ້ານ ແລະ ເຈົ້າໜ້າທີ່ຕຳຫຼວດກໍໄດ້ມີການຍືດຢາບ້າ, ເຮໂລອິນ ແລະ ຢາໄອສ໌ ເປັນຈຳນວນຫຼວງຫຼາຍ.ນີ້ແມ່ນສະຖານະການກ່ຽວກັບຢາເສບຕິດໃນປະຈຸບັນທີ່ມີການລາຍງານໃນກອງປະຊຸມເຊິ່ງຈັດຂຶ້ນໃນວັນອັງຄານນີ້ ເພື່ອທົບທວນຄວາມຄືບໜ້າກ່ຽວກັບການຄວບຄຸມຢາເສບຕິດ. ກອງປະຊຸມດັ່ງກ່າວມີການເຂົ້າຮ່ວມຂອງ ທ່ານພົນຕີ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຫົວໜ້າໜ່ວຍງານຄວບຄຸມ ແລະ ກວດກາຢາເສບຕິດ ພ້ອມດ້ວຍເຈົ້າໜ້າທີ່ຕຳຫຼວດ 50 ຄົນ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

euyR8
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!