ອາດຊະຍາກຳ ແລະ ການປະຕິບັດກົດໝາຍ
ການກະທຳຜິດທາງອາຍາ
ເຈົ້າໜ້າທີ່ຕຳຫຼວດແຈ້ງເຕືອນກ່ຽວກັບໂຈນທຸບແວ່ນລົດ
ພະແນກຕຳຫຼວດຈໍລະຈອນນະຄອນຫຼວງວຽງຈັນ ໄດ້ແຈ້ງເຕືອນຜູ້ຂັບຂີ່ ໃຫ້ມີສະຕິລະມັດລະວັງໃນການປົກປ້ອງຍານພາຫະນະຂອງຕົນ ຕໍ່ກັບກຸ່ມໂຈນທຸບແວ່ນລົດເພື່ອລັກເຄື່ອງ, ເຊິ່ງເກີດຂຶ້ນຫຼ້າສຸດໃນຄືນວັນຈັນທີ່ຜ່ານມາ ທີ່ບ້ານນາຄຳ ເມືອງສີໂຄດຕະບອງ.ລົດທີ່ຈອດໄວ້ບໍລິເວນຮ້ານອາຫານແຫ່ງໜຶ່ງໄດ້ຖືກທຸບ ແລະ ລັກເອົາສິ່ງຂອງມີຄ່າຢູ່ພາຍໃນລົດ, ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດ. ທາງເຈົ້າໜ້າທີ່ໄດ້ທຳການກວດເບິ່ງວີດີໂອທີ່ບັນທຶກໄວ້ໂດຍກ້ອງວົງຈອນປິດທີ່ຢູ່ໃກ້ຄຽງ ເພື່ອຂະຫຍາຍຜົນຈັບໂຕຜູ້ກະທຳຜິດດັ່ງກ່າວໃຫ້ໄວທີ່ສຸດ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ເຈົ້າໜ້າທີ່ລາດຕະເວນແຂວງບໍ່ແກ້ວ ຍືດຢາບ້າໄດ້ 2.5 ລ້ານເມັດ
ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນພຸດນີ້ ທະຫານຊາຍແດນແຂວງບໍ່ແກ້ວ ໄດ້ບຸກຍືດຢາບ້າກວ່າ 2.5 ລ້ານເມັດ ທີ່ບັນທຸກມາໃນເຮືອຍາວສອງລຳເພື່ອຂ້າມແມ່ນ້ຳຂອງຢູ່ເມືອງຫ້ວຍຊາຍ ຫຼັງຈາກທີ່ຜູ້ຂັບເຮືອໄຫວໂຕຫຼົບໜີໄປ.ເຈົ້າໜ້າທີ່ຕຳຫຼວດຄວບຄຸມຢາເສບຕິດໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ ໃນມື້ວານນີ້ວ່າ ໃນຂະນະລາດຕະເວນຕາມລຳແມ່ນ້ຳຂອງ ເຈົ້າໜ້າທີ່ທະຫານໄດ້ພົບເຫັນເຮືອຕ້ອງສົງໄສ. ຈຶ່ງໄດ້ຂໍກວດຄົ້ນ, ເຊິ່ງເຮືອສອງລຳດັ່ງກ່າວໄດ້ເຂົ້າທຽບຝັ່ງ ແລະ ຄົນຂັບທັງສອງໄດ້ຫຼົບໜີໄປ.ຈາກການກວດຄົ້ນເຮືອດັ່ງກ່າວ ພົບຢາບ້າ 2,560,000 ເມັດ ນ້ຳໜັກລວມ 290 ກິໂລ, ຈຶ່ງໄດ້ມອບໃຫ້ຫ້ອງການຄວບຄຸມ ແລະ ກວດກາຢາເສບຕິແຂວງບໍ່ແກ້ວ.ອ່ານຕໍ່ ...
ເຈົ້າໜ້າທີ່ແຂວງສະຫວັນນະເຂດຍຶດໄມ້ເຖື່ອນໃນຂະນະທີ່ທຳການຂົນສົ່ງ
ໃນອາທິດແລ້ວນີ້ ອຳນາດການປົກຄອງແຂວງສະຫວັນນະເຂດໄດ້ຈັບລົດບັນທຸກຕູ້ສິນຄ້າ ເຊິ່ງຂັບໂດຍຄົນຫວຽດຜ່ານເມືອງພິນເພື່ອເຂົ້າສູ່ຫວຽດນາມ ແລະ ສາມາດຍຶດໄດ້ໄມ້ເຖື່ອນທີ່ຊຸກເຊື່ອງມາໃນລົດຄັນດັ່ງກ່າວ.ທ່ານ ລາຕີ ແພງສີໄທ ວ່າການຫົວໜ້າຫ້ອງການກວດກາປ່າໄມ້ແຂວງໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ວ່າ ເຈົ້າໜ້າທີ່ກວດກາປ່າໄມ້ໄດ້ສະກັດລົດຄັນດັ່ງກ່າວໃນອາທິດແລ້ວນີ້ ແລະ ກວດພົບໄມ້ປະເພດຫວງຫ້າມຈຳນວນ 486 ທ່ອນຢູ່ພາຍໃນ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ເຈົ້າໜ້າທີ່ຍຶດລິ່ນເປັນໆທີ່ລັກລອບຄ້າຂາຍຈາກລາວໄດ້ຢູ່ຫວຽດນາມ
ລິ່ນແມ່ນສັດລ້ຽງລູກດ້ວຍນົມທີ່ມີການລັກລອບຄ້າຂາຍຫຼາຍທີ່ສຸດໃນໂລກເຈົ້າໜ້າທີ່ໄດ້ກວດພົບລິ່ນຫຼາຍສິບໂຕ ທີ່ຖືກລັກລອບຄ້າຂາຍຈາກປະເທດລາວ ເຊິ່ງຢູ່ໃນສະພາບຂາດນ້ຳ ແລະ ອ່ອນແຮງ ຢູ່ໃນກ່ອງເທິງລົດເມໂດຍສານຢູ່ຫວຽດນາມ.ເຈົ້າໜ້າທີ່ຕຳຫຼວດຫວຽດນາມໄດ້ຈັບຕົວຄົນຂັບລົດພ້ອມດ້ວຍເມຍ ໃນຂໍ້ຫາລັກລອບຄ້າສັດປ່າຈາກລາວ, ສຳນັກຂ່າວ AFP ລາຍງານໃນວັນທີ 30 ກໍລະກົດຜ່ານມາ.ອົງການອະນຸລັກສັດປ່າຫວຽດນາມເຜີຍວ່າ ໃນຈຳນວນດັ່ງກ່າວ ມີລິ່ນຕາຍແລ້ວສີ່ໂຕ ແລະ ອີກຫຼາຍໂຕແມ່ນມີອາການບາດເຈັບ.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/08/02/live-pangolins-smuggled-from-laos-seized-in-vietnam/
ເຈົ້າໜ້າທີ່ຕຳຫຼວດແຂວງສະຫວັນນະເຂດບຸກກວາດລ້າງໄຮ່ກັນຊາ
ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນຈັນຜ່ານມານີ້ ເຈົ້າໜ້າທີ່ຕຳຫຼວດແຂວງສະຫວັນນະເຂດ ໄດ້ບຸກຍຶດໄຮ່ກັນຊາຂະໜາດໃຫຍ່ ຢູ່ບ້ານສົມສະອາດ, ເມືອງໄກສອນ ພົມວິຫານ ເຊິ່ງຊາວບ້ານໄດ້ລັກລອບປູກ ຢູ່ໃນໄຮ່ຢາງພາລາ.ການບຸກຄົ້ນດັ່ງກ່າວສາມາດຍຶດໄດ້ຕົ້ນກັນຊາສົດ 166 ຕົ້ນ ແລະ ຕົ້ນກັນຊາແຫ້ງ 154 ຕົ້ນ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/savannakhet-police-raid-weeds-out-marijuana-crop-101261
ຈັບຊາຍຄົນລາວສາມຄົນໃນຂະນະຂົນສົ່ງຢາເສບຕິດມູນຄ່າ $430,000 ໂດລາ
ເຈົ້າໜ້າທີ່ໄດ້ຈັບກຸມຊາຍຄົນລາວສາມຄົນ ຢູ່ແຂວງຮາຕິນ ໃນວັນຈັນຜ່ານມາ ໃນຂະນະຂົນຍ້າຍຢາເສບຕິດມູນຄ່າ 10 ຕື້ດົງ ($430,000 ໂດລາ) ຈາກລາວໄປຫວຽດນາມ.ຊາຍສາມຄົນດັ່ງກ່າວ ທີ່ຍັງບໍ່ທັນໄດ້ຢືນຢັນຕົວຕົນ ແມ່ນຖືກຈັບຕົວໄດ້ໃກ້ກັບປະຕູດ່ານຊາຍແດນ ທີ່ເມືອງຮຸງຊົນ ທາງພາກກາງຂອງຫວຽດນາມ ໂດຍເຈົ້າໜ້າທີ່ຊາຍແດນຮາຕິນ ແລະ ເຈົ້າໜ້າທີ່ຕຳຫຼວດລາວ. ເຈົ້າໜ້າທີ່ສາມາດຍຶດຂອງກາງເປັນຢາເສບຕິດ 62,000 ເມັດທີ່ເຊື່ອງມານຳກະເປົາ ແລະ ຖົງຊາ, ລົດໃຫຍ່ສອງຄັນ ພ້ອມດ້ວຍເອກະສານທີ່ກ່ຽວຂ້ອງຈຳນວນໜຶ່ງ.ອ່ານຕໍ່ ...
Duc Hung
https://e.vnexpress.net/news/news/three-lao-men-caught-transporting-drugs-worth-430-000-3960803.html
ນາຍົກຮຽກຮ້ອງການຮ່ວມມືເພື່ອຕ້ານບັນຫາຢາເສບຕິດ
ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມມືກັນປະກອບສ່ວນໃນການຕ້ານການຄ້າຢາເສບຕິດ.ທ່ານ ທອງລຸນ ໄດ້ກ່າວຄຳຮຽກຮ້ອງດັ່ງກ່າວໃນວັນອັງຄານຜ່ານມາ ເຊິ່ງກົງກັບວັນຕ້ານການນຳໃຊ້ ແລະ ຊື້ຂາຍຢາເສບຕິດສາກົນ ຄົບຮອບ 32 ປີ ເຊິ່ງວຽນມາບັນຈົບຄົບຮອບໃນວັນທີ 26 ມິຖຸນານີ້.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/laos-pm-calls-joint-effort-combat-drugs-problem-99159
ລາວ, ໄທເສີມຂະຫຍາຍວຽກງານການຮ່ວມມືດ້ານຄວາມປອດໄພຊາຍແດນ
ວຽງຈັນ (ວຽງຈັນທາມສ໌/ANN) — ລັດຖະບານລາວ ແລະ ໄທ ຈະສືບຕໍ່ຊ່ວຍເຫຼືອເຊິ່ງກັນແລະກັນໃນດ້ານຄວາມປອດໄພຊາຍແດນ ແລະ ການປ້ອງກັນອາດສະຍາກຳຂ້າມຊາດ, ໂດຍສະເພາະຢູລຽບເຂດຊາຍແດນແຂວງໄຊຍະບູລີ ແລະ ຈັງຫວັດນ່ານ.ຂໍ້ຕົກລົງການຮ່ວມມືດັ່ງກ່າວໄດ້ມີການລົງນາມທີ່ບໍລິສັດໄຟຟ້າຫົງສາ ຈຳກັດ ແຂວງໄຊຍະບູລີ ໃນອາທິດແລ້ວນີ້ ລະຫວ່າງທ່ານພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ແລະ ທ່ານ ວໍຣະກິດຕິ ສີທິບພະກອນ ຜູ້ວ່າລາດຊະການຈັງຫວັດນ່ານ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/laos-thailand-extend-partnership-border-security-cooperation-99102
ສົ່ງຕົວ 191 ຜູ້ຕ້ອງສົງໄສໃນການສໍ້ໂກງທາງໂທລະຄົມກັບປະເທດຈີນ
ໃນວັນສຸກຜ່ານມານີ້ ເຈົ້າໜ້າທີ່ຕຳຫຼວດໄດ້ສົ່ງຕົວ 191 ຜູ້ຕ້ອງສົງໄສສັນຊາດຈີນ ໃນການສໍ້ໂກງຜ່ານທາງໂທລະຄົມ ຜ່ານການສືບສວນສອບສວນຂອງເຈົ້າໜ້າທີ່ລາວ ແລະ ຈີນ.ຕາມການສືບສວນສອບສວນຂໍ້ມູນຈາກຖັນແຖວສະມາຊິກໃນເດືອນແລ້ວນີ້, ເຈົ້າໜ້າທີ່ຕຳຫຼວດຈີນໄດ້ພົບວ່າມີກຸ່ມນັກຫຼອກລວງຊາວຈີນທຳໄດ້ການເຄື່ອນໄຫວຫຼອກລວງສໍ້ໂກງໃນລາວ.ອ່ານຕໍ່ ...
ພົມພົງ ເຫຼົ່າອິນ
ບຸກຈັບນັກຄ້າຢາເສບຕິດ, ຍຶດຢາບ້າໄດ້ 5.76 ລ້ານເມັດ
(ຂປລ) ໃນວັນອາທິດຜ່ານມາ ເຈົ້າໜ້າທີ່ທະຫານໄດ້ບຸກຈັບ ທ້າວ ຊົ້ງ ທໍ່ ນັກຄ້າຢາເສບຕິດ ໃນຂະນະທີ່ກຳລັງຂົນຍ້າຍຢາບ້າຈຳນວນ 5.76 ລ້ານເມັດ ແລະ ເຮໂລອິນ 3 ຫໍ່ (180 ແທ່ງ) ດ້ວຍລົດກະບະ ວີໂກ ປ້າຍທະບຽນວຽງຈັນ ທີ່ເດີນທາງອອກຈາກບ້ານຫ້ວຍລົມ ໄປທາງບ້ານຫ້ວຍຄາຍ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ.ອ່ານຕໍ່ ...
ຂປລ