ພະລັງງານ

ເຂື່ອນໄຟຟ້ານ້ຳພາໃຫຍ່ ເລີ່ມການຜະລິດກະແສໄຟຟ້າຢ່າງເປັນທາງການ

ວຽງຈັນ (ວຽງຈັນທາມສ໌/ANN) – ເຂື່ອນໄຟຟ້ານ້ຳພາໃຫຍ່ ແຂວງໄຊສົມບູນ ໄດ້ເລີ່ມການຜະລິດກະແສໄຟຟ້າຢ່າງເປັນທາງການ ພາຍຫຼັງທີ່ສຳເລັດການກໍ່ສ້າງ ໃນເດືອນກັນຍາທີ່ຜ່ານມາ.ພິທີເປີດເຂື່ອນດັ່ງກ່າວ ໄດ້ຈັດຂຶ້ນໃນອາທິດແລ້ວນີ້ ທີ່ບ້ານພານ້ອຍ ເມືອງລ່ອງແຈ້ງ ແຂວງໄຊສົມບູນ, ເຂົ້າຮ່ວມໃນພິທີດັ່ງກ່າວມີທ່ານ ຈັນສີ ໂພສີຄຳ ສະມາຊິກຫ້ອງການກົມການເມືອງ ແລະ ຫົວໜ້າຈັດຕັ້ງ ແລະ ບຸກຄະລາກອນ ຄະນະກຳມະການສູນກາງພັກ, ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານພົນເອກ ຄຳລຽງ ອຸທະໄກສອນ ເຈົ້າແຂວງແຂວງໄຊສົມບູນ, ແລະ ທ່ານ ໄຊຍະສິງ ຊະນະແກ້ວ ປະທານບໍລິສັດກຸ່ມ D.S.K.ອ່ານຕໍ່ ...

ໂຕະຂ່າວ

ໂຄງການເຂື່ອນໄຟຟ້າດອນສະໂຮງ ເລີ່ມການປະຕິບັດການ

ໂຄງການເຂື່ອນໄຟຟ້າດອນສະໂຮງ ແມ່ນ້ຳຂອງ ແຂວງຈຳປາສັກ ເລີ່ມການປະຕິບັດການຢ່າງເປັນທາງການ.ປະຈຸບັນ ເຄື່ອງຈັກປັ່ນໄຟເຂື່ອນ ໄດ້ເລີ່ມການດຳເນີນການເພື່ອທຸລະກິດ ຕາມການເປີດເຜີຍຂອງບໍລິສັດ Sinohydro Corp ຈຳກັດ ຜູ້ຮັບເໝົາກໍ່ສ້າງຈາກຈີນ. ໂຄງການເຂື່ອນໄຟຟ້າມູນຄ່າ US 401 ລ້ານໂດລາ ດັ່ງກ່າວ ເຊິ່ງຕັ້ງຢູ້ໃກ້ກັບນ້ຳຕົກຕາດຄອນ ແຂວງຈຳປາສັກ ໄດ້ສຳເລັດການກໍ່ສ້າງ 48 ວັນກ່ອນກຳນົດການ, ຕາມເຈົ້າຂອງໂຄງການຄື ບໍລິສັດ Mega First Corp Bhd ຂອງມາເລເຊຍ ພາຍຫຼັງທີ່ເລີ່ມຕົ້ນການກໍ່ສ້າງມາແຕ່ເດືອນມັງກອນ 2016.ຜູ້ລົງທຶນໃນໂຄງການດັ່ງກ່າວລວມມີ ບໍລິສັດ Mega First ຖືຄອງຫຸ້ນ 80 ສ່ວນຮ້ອຍ, ສ່ວນບໍລິສັດໄຟຟ້າລາວມະຫາຊົນ (EDL-GEN) ຖືຫຸ້ນ 20 ສ່ວນຮ້ອຍ.ອ່ານຕໍ່ ...

Jasmina Yap

ວິສາຫະກິດຮ່ວມປະສົມລາວ-ຈີນ ຈະເປັນຜູ້ສະໜອງພະລັງງານສຳລັບເສັ້ນທາງລົດໄຟໃໝ່

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດ China Southern Power Grid (CSG) ແລະ ລັດວິສາຫະກິດໄຟຟ້າລາວ (EDL) ຈະຮ່ວມທີມກັນ ໃນການສະໜອງພະລັງງານ ສຳລັບເສັ້ນທາງລົດໄຟໃໝ່ ເຊິ່ງໄດ້ມີພິທີຖະແຫຼງການຈັດຕັ້ງວິສາຫະກິດຮ່ວມປະສົມ ທີ່ວຽງຈັນ ໃນອາທິດແລ້ວນີ້.ວິສາຫະກິດຮ່ວມປະສົມດັ່ງກ່າວ ໃສ່ຊື່ຢ່າງເປັນທາງການວ່າ ບໍລິສັດການລົງທຶນດ້ານພະລັງງານລາວ-ຈີນ. ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ປີ້ ຢາຊຽງ ຮອງປະທານບໍລິສັດ CSG ໄດ້ຮ່ວມຖະແຫຼງກ່ຽວກັບການເປີດຕົວວິສາຫະກິດຮ່ວມປະສົມດັ່ງກ່າວ ພາຍໃຕ້ການເປັນສັກຂີພະຍານຂອງທ່ານ ຈຽງ ໄຈຕົງ ເອກອັກຄະລັດຖະທູດຈີນປະຈຳລາວ. ອ່ານຕໍ່ ...

ໂຕະຂ່າວ

ບັນດາຜູ້ມີສ່ວນຮ່ວມ ຕັ້ງຄຳຖາມກ່ຽວກັບການປະເມີນຜົນກະທົບຂອງ MRC ສຳລັບໂຄງການເຂື່ອນໄຟຟ້າຫຼວງພະບາງຂອງລາວ

ບັນດາຜູ້ມີສ່ວນຮ່ວມ ມີຄວາມກັງວົນຕໍ່ກັບສິດທິຊອບທຳໃນຂະບວນການການມີສ່ວນຮ່ວມຫຼາຍປະເທດ ໃນການອະນຸມັດໂຄງການເຂື່ອນໄຟຟ້າຫຼວງພະບາງຂອງລາວ, ພາຍຫຼັງມີການສະເໜີຄຳແນະນຳ ໃຫ້ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ແຕ່ມີການຮັບຮອງເອົາເປັນສ່ວນໜ້ອຍ ໃນລະຫວ່າງກອງປະຊຸມປຶກສາຫາລືຂອງຄະນະກຳມາທິການແມ່ນ້ຳຂອງ (MRC) ໃນອາທິດແລ້ວນີ້ ທີ່ນະຄອນວຽງຈັນ.ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 5 ແລະ 6 ພະຈິກນີ້, ເຊິ່ງຄະນະກຳມາທິການ ໄດ້ອອກບົດລາຍງານກ່ຽວກັບຂະບວນການປຶກສາຫາລືລ່ວງໜ້າຫົກເດືອນ ກ່ຽວກັບໂຄງການກໍ່ສ້າງເຂື່ອນດັ່ງກ່າວ.ອ່ານຕໍ່ ...

ໜ່ວຍຂ່າວວິທະຍຸເສຣີເອເຊຍລາວ

ລາວຂະຫຍາຍຕ່າຂ່າຍສົ່ງໄຟຟ້າ ເພື່ອສົ່ງກະແສໄຟຟ້າໄປກຳປູເຈຍ

ວຽງຈັນ, 11 ພະຈິກ (Xinhua) –– ລັດວິສາຫະກິດໄຟຟ້າລາວ (EDL), ໃນນາມຂອງລັດຖະບານ, ໄດ້ສຳເລັດການຂະຫຍາຍຕາຂ່າຍສົ່ງໄຟຟ້າເກີນກວ່າ 80 ສ່ວນຮ້ອຍ ເພື່ອສົ່ງກະແສໄຟຟ້າເຂົ້າສູ່ສາຍສົ່ງໄຟຟ້າຂອງກຳປູເຈຍ ຢູ່ຊາຍແດນລະຫວ່າງສອງປະເທດ.ນີ້ແມ່ນເນື່ອງມາຈາກຂໍ້ຕົກລົງການຊື້ຂາຍໄຟຟ້າ ລະຫວ່າງລາວ ແລະ ກຳປູເຈຍ ໃນລະຫວ່າງການຢ້ຽມຢາມເຮັດວຽກຢູ່ປະເທດກຳປູເຈຍ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃນເດືອນກັນຍາທີ່ຜ່ານມາ, ຕາມການລາຍງານຂອງສຳນັກຂ່າວທ້ອງຖິ່ນວຽງຈັນທາມສ໌ ໃນວັນຈັນນີ້.ອ່ານຕໍ່ ...

ຊູຊິນ

ລັດຖະບານສົ່ງເສີມໂຄງການເຂື່ອນໄຟຟາທີ່ເປັນມິດຕໍ່ສິ່ງແວດລ້ອມ

ວຽງຈັນ (ວຽງຈັນທາມສ໌/ANN) — ລັດຖະບານສົ່ງເສີມການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກທີ່ເປັນມິດຕໍ່ສະພາບແວດລ້ອມ ເພື່ອຮັບປະກັນນະໂຍບາຍການຂະຫຍາຍຕົວສີຂຽວ ແລະ ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ຕາມເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ.“ລັດຖະບານສະໜັບສະໜູນສົ່ງເສີມໂຄງການເຂື່ອນໄຟຟ້າທີ່ເປັນມິດຕໍ່ສິ່ງແວດລ້ອມ,” ທ່ານນາງ ບຸນຄຳ ວໍລະຈິດ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່າວໃນວັນທີ 5 ພະຈິກທີ່ຜ່ານມາ.“ດັ່ງນັ້ນ ໂຄງການພັດທະນາທັງໝົດຕ້ອງດຳເນີນການສຶກສາໃຫ້ເລິກເຊິ່ງ ເພື່ອປະເມີນ ແລະ ຫຼີກລ່ຽງຜົນກະທົບຕໍ່ສະພາບແວດລ້ອມ ແລະ ຊຸມຊົນທ້ອງຖິ່ນ.”ອ່ານຕໍ່ ...

ເອກະພອນ ພູທອນສີ

ເຂື່ອນໄຊຍະບູລີຂອງລາວໃນສາຍແມ່ນ້ຳຂອງທີ່ເປັນທີ່ຖົກຖຽງ ເລີ່ມຕົ້ນດຳເນີນການ

ເຂື່ອນໄຊຍະບູລີ ເຂື່ອນໄຟຟ້ານ້ຳຂອງຂະໜາດໃຫຍ່ແຫ່ງທຳອິດ ໃນຈຳນວນຫ້າແຫ່ງທີ່ມີແຜນກໍ່ສ້າງໃນລາວ ໄດ້ເລີ່ມຕົ້ນການປະຕິບັດການໃນວັນອັງຄານນີ້, ເຊິ່ງເປັນການໝູນຟັນເຟືອງໃຫຍ່ອັນທຳອິດຂອງແຜນການອັນສູງສົ່ງ ແຕ່ມີຂໍ້ຂັດແຍ່ງຂອງລາວ ໃນການເປັນ “ໝໍ້ໄຟແຫ່ງອາຊີຕາເວັນອອກສຽງໃຕ້.”ເຂື່ອນດັ່ງກ່າວ ເຊິ່ງເລີ່ມຕົ້ນກໍ່ສ້າງມາແຕ່ປີ 2012 ໄດ້ເປັນສູນລວມຂອງການວິພາກວິຈານ ຈາກນັກເຄື່ອນໄຫວເພື່ອສິ່ງແວດລ້ອມ ແລະ ສິດທິມະນຸດ.ພວກເຂົາກ່າວວ່າ ໄຟຟ້າທີ່ຜະລິດຈາກເຂື່ອນຮູບແບບດັ່ງກ່າວ ຕົ້ນຕໍແມ່ນເພື່ອການສົ່ງອອກໄປຍັງບັນດາປະເທດບ້ານໃກ້ເຮືອນຄຽງ, ບໍ່ຄຸ້ມຄ່າຕໍ່ຜົນກະທົບທີ່ຮ້າຍແຮງຕໍ່ລະບົບນິເວດ ແລະ ປະຊາຊົນ ຍ້ອນການປ່ຽນແປງການໄຫຼຕາມທຳມະຊາດຂອງນ້ຳໃນແມ່ນ້ຳຂອງ.ໂຄງການພາຍໃຕ້ການສຳປະທານຂອງໄທດັ່ງກ່າວ ມີມູນຄ່າການກໍ່ສ້າງທັງໝົດ $4.47 ຕື້ໂດລາ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ຊາວບ້ານທີ່ຫາປາໃກ້ເຂື່ອນໄຟຟ້າ ດອນສະໂຮງ ລາຍງານວ່າຫາປາໄດ້ໜ້ອຍລົງ

ຊາວບ້ານທີ່ອາໄສຢູ່ໃກ້ກັບເຂື່ອນໄຟຟ້າ ດອນສະໂຮງ ເຊິ່ງເປັນເຂື່ອນໄຟຟ້າຂະໜາດໃຫຍ່ໃນສາຍແມ່ນ້ຳຂອງ ເຊິ່ງການກໍ່ສ້າງໃກ້ຈະສຳເລັດແລ້ວ ລາຍງານວ່າຫາປາໄດ້ໜ້ອຍລົງ.ເຂື່ອນດັ່ງກ່າວ ເຊິ່ງຈະທຳການທົດສອບລະບົບໄລຍະສຸດທ້າຍໃນຕົ້ນເດືອນໜ້າ ຈະເລີ່ມເປີດດຳເນີນການເຕັມໂຕພາຍໃນທ້າຍປີນີ້.ເຂື່ອນໄຟຟ້າ ດອນສະໂຮງ ແມ່ນໜຶ່ງໃນເຂື່ອນຂະໜາດໃຫຍ່ຈຳນວນຫ້າແຫ່ງຂອງລາວ ທີ່ມີແຜນການກໍ່ສ້າງໃນສາຍແມ່ນ້ຳຂອງ, ຕາມຍຸດທະສາດຂອງລາວໃນການເປັນ “ໝໍ້ໄຟ” ແຫ່ງພາກພື້ນອາຊີຕາເວັນອອກສຽງໃຕ້, ແຕ່ຫຼາຍຄົນກໍມີຄວາມກັງວົນວ່າ ແຜນການອັນສູງສົ່ງດັ່ງກ່າວ ຈະສົ່ງຜົນກະທົບທີ່ຮ້າຍແຮງຕໍ່ສິ່ງແວດລ້ອມ ແລະ ສັງຄົມ.ອ່ານຕໍ່  ...

ໜ່ວຍຂ່າວ RFA ລາວ ແລະ ຫວຽດນາມ

ເຂື່ອນໄຟຟ້າດອນສະໂຮງ ທົດສອບການຜະລິດກະແສໄຟຟ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ການທົດສອບການຜະລິດກະແສໄຟຟ້າ ຂອງຈັກປັ່ນໄຟໜຶ່ງໃນຈຳນວນສີ່ໜ່ວຍ ຂອງເຂື່ອນໄຟຟ້າ ດອນສະໂຮງ ແມ່ນ້ຳຂອງ ແຂວງຈຳປາສັກ ໄດ້ມີຂຶ້ນໃນອາທິດແລ້ວນີ້, ພາຍຫຼັງໂຄງການກໍ່ສ້າງເລີ່ມມາແຕ່ປີ 2016.ຕາມແຜນ, ບໍລິສັດໄຟຟ້າ ດອນສະໂຮງ ຈະທົດສອບຈັກໄຟຟ້າແຕ່ລະໜ່ວຍໃນທຸກໆ 10 ວັນ ແລະ ຈັກປັ່ນໄຟທັງໝົດຈະມີການດຳເນີນການເຕັມຮູບແບບໃນທ້າຍປີນີ້, ຕາມການເປີດເຜີຍຂອງເຈົ້າໜ້າທີ່ພະລັງງານ ແລະ ບໍ່ແຮ່.ຜູ້ລົງທຶນໃນໂຄງການມູນຄ່າ US$500 ລ້ານໂດລາດັ່ງກ່າວລວມມີ ບໍລິສັດ Mega First Corporation Berhad ຂອງມາເລເຊຍ ມີຫຸ້ນຢູ່ 80 ສ່ວນຮ້ອຍ, ແລະ ບໍລິສັດ ໄຟຟ້າລາວ ຖືຫຸ້ນຢູ່ 20 ສ່ວນຮ້ອຍ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/generating-tests-take-place-don-sahong-dam-106221

ຂໍ້ຕົກລົງກ່ຽວກັບໄຟຟ້າພະລັງຖ່ານຫີນລະຫວ່າງກຳປູເຈຍ-ລາວ ສ້າງຄວາມກັງວົນທາງດ້ານສິ່ງແວດລ້ອມ

ພາຍໃຕ້ແຜນການຂະຫຍາຍຕາຂ່າຍໄຟຟ້າລະຫວ່າງຊາຍແດນໃນພາກພື້ນ, ປະເທດລາວພວມເລັ່ງໃສ່ການຂະຫຍາຍການສົ່ງອອກໄຟຟ້າຈາກເຂື່ອນ ເພື່ອສ້າງລາຍຮັບເຂົ້າປະເທດ. ແຕ່ວ່າຂໍ້ຕົກລົງຫຼ້າສຸດໃນການຂາຍໄຟຟ້າພະລັງຖ່ານຫີນຈາກລາວໃຫ້ແກ່ກຳປູເຈຍ ໄດ້ສ້າງຄວາມກັງວົນທາງດ້ານສິ່ງແວດລ້ອມຕໍ່ກັບການຄ້າຂາຍດັ່ງກ່າວ.ໃນເດືອນທີ່ຜ່ານມາ, ລັດວິສາຫະກິດໄຟຟ້າແຫ່ງປະເທດກຳປູເຈຍ ໄດ້ລົງນາມໃນຂໍ້ຕົກລົງຮັບຊື້ໄຟຟ້າພະລັງຖ່ານຫີນໄລຍະ 30 ປີ ຈາກສອງບໍລິສັດ ເຊິ່ງມີກຳລັງໄຟຟ້າລວມ 2,400 ເມກາວັດ ຢູ່ແຂວງເຊກອງຂອງລາວ.ສອງບໍລິສັດດັ່ງກ່າວໄດ້ແກ່ – ບໍລິສັດພະລັງງານຄວາມຮ້ອນແຂວງເຊກອງ ຈຳກັດ ແລະ ບໍລິສັດພະລັງງານ ແລະ ບໍ່ແຮ່ TSBP ເຊກອງຈຳກັດ – ຈະເລີ່ມສະໜອງພະລັງງານໄຟຟ້າຕັ້ງແຕ່ປີ 2024 ເປັນຕົ້ນໄປ.ປະເທດກຳປູເຈຍ ຕ້ອງການຮັກສາທ່າແຮງໃນຖານະເປັນໜຶ່ງໃນປະເທດທີ່ມີເສດຖະກິດຂະຫຍາຍຕົວສູງທີ່ສຸດໃນພາກພື້ນອາຊຽນ, ລວມທັງເປັນປະເທດທີ່ມີອັດຕາຄ່າໄຟຟ້າສູງທີ່ສຸດໃນພາກພື້ນ.ອ່ານຕໍ່ ...

THE STRAITS TIMES (SINGAPORE)/ASIA NEWS NETWORK
https://www.phnompenhpost.com/business/cambodian-lao-coal-power-deal-environmental-worry

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

kSEED
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!