ເຂື່ອນໄຟຟ້າດອນສະໂຮງ ທົດສອບການຜະລິດກະແສໄຟຟ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ການທົດສອບການຜະລິດກະແສໄຟຟ້າ ຂອງຈັກປັ່ນໄຟໜຶ່ງໃນຈຳນວນສີ່ໜ່ວຍ ຂອງເຂື່ອນໄຟຟ້າ ດອນສະໂຮງ ແມ່ນ້ຳຂອງ ແຂວງຈຳປາສັກ ໄດ້ມີຂຶ້ນໃນອາທິດແລ້ວນີ້, ພາຍຫຼັງໂຄງການກໍ່ສ້າງເລີ່ມມາແຕ່ປີ 2016.

ຕາມແຜນ, ບໍລິສັດໄຟຟ້າ ດອນສະໂຮງ ຈະທົດສອບຈັກໄຟຟ້າແຕ່ລະໜ່ວຍໃນທຸກໆ 10 ວັນ ແລະ ຈັກປັ່ນໄຟທັງໝົດຈະມີການດຳເນີນການເຕັມຮູບແບບໃນທ້າຍປີນີ້, ຕາມການເປີດເຜີຍຂອງເຈົ້າໜ້າທີ່ພະລັງງານ ແລະ ບໍ່ແຮ່.

ຜູ້ລົງທຶນໃນໂຄງການມູນຄ່າ US$500 ລ້ານໂດລາດັ່ງກ່າວລວມມີ ບໍລິສັດ Mega First Corporation Berhad ຂອງມາເລເຊຍ ມີຫຸ້ນຢູ່ 80 ສ່ວນຮ້ອຍ, ແລະ ບໍລິສັດ ໄຟຟ້າລາວ ຖືຫຸ້ນຢູ່ 20 ສ່ວນຮ້ອຍ.

ອ່ານຕໍ່…

ໂຕະຂ່າວ
http://annx.asianews.network/content/generating-tests-take-place-don-sahong-dam-106221