ຊາວບ້ານທີ່ຫາປາໃກ້ເຂື່ອນໄຟຟ້າ ດອນສະໂຮງ ລາຍງານວ່າຫາປາໄດ້ໜ້ອຍລົງ

ຊາວບ້ານທີ່ອາໄສຢູ່ໃກ້ກັບເຂື່ອນໄຟຟ້າ ດອນສະໂຮງ ເຊິ່ງເປັນເຂື່ອນໄຟຟ້າຂະໜາດໃຫຍ່ໃນສາຍແມ່ນ້ຳຂອງ ເຊິ່ງການກໍ່ສ້າງໃກ້ຈະສຳເລັດແລ້ວ ລາຍງານວ່າຫາປາໄດ້ໜ້ອຍລົງ.

ເຂື່ອນດັ່ງກ່າວ ເຊິ່ງຈະທຳການທົດສອບລະບົບໄລຍະສຸດທ້າຍໃນຕົ້ນເດືອນໜ້າ ຈະເລີ່ມເປີດດຳເນີນການເຕັມໂຕພາຍໃນທ້າຍປີນີ້.

ເຂື່ອນໄຟຟ້າ ດອນສະໂຮງ ແມ່ນໜຶ່ງໃນເຂື່ອນຂະໜາດໃຫຍ່ຈຳນວນຫ້າແຫ່ງຂອງລາວ ທີ່ມີແຜນການກໍ່ສ້າງໃນສາຍແມ່ນ້ຳຂອງ, ຕາມຍຸດທະສາດຂອງລາວໃນການເປັນ “ໝໍ້ໄຟ” ແຫ່ງພາກພື້ນອາຊີຕາເວັນອອກສຽງໃຕ້, ແຕ່ຫຼາຍຄົນກໍມີຄວາມກັງວົນວ່າ ແຜນການອັນສູງສົ່ງດັ່ງກ່າວ ຈະສົ່ງຜົນກະທົບທີ່ຮ້າຍແຮງຕໍ່ສິ່ງແວດລ້ອມ ແລະ ສັງຄົມ.

ອ່ານຕໍ່… 

ໜ່ວຍຂ່າວ RFA ລາວ ແລະ ຫວຽດນາມ