ໂຄງການເຂື່ອນໄຟຟ້າດອນສະໂຮງ ເລີ່ມການປະຕິບັດການ

ໂຄງການເຂື່ອນໄຟຟ້າດອນສະໂຮງ ແມ່ນ້ຳຂອງ ແຂວງຈຳປາສັກ ເລີ່ມການປະຕິບັດການຢ່າງເປັນທາງການ.

ປະຈຸບັນ ເຄື່ອງຈັກປັ່ນໄຟເຂື່ອນ ໄດ້ເລີ່ມການດຳເນີນການເພື່ອທຸລະກິດ ຕາມການເປີດເຜີຍຂອງບໍລິສັດ Sinohydro Corp ຈຳກັດ ຜູ້ຮັບເໝົາກໍ່ສ້າງຈາກຈີນ. 

ໂຄງການເຂື່ອນໄຟຟ້າມູນຄ່າ US 401 ລ້ານໂດລາ ດັ່ງກ່າວ ເຊິ່ງຕັ້ງຢູ້ໃກ້ກັບນ້ຳຕົກຕາດຄອນ ແຂວງຈຳປາສັກ ໄດ້ສຳເລັດການກໍ່ສ້າງ 48 ວັນກ່ອນກຳນົດການ, ຕາມເຈົ້າຂອງໂຄງການຄື ບໍລິສັດ Mega First Corp Bhd ຂອງມາເລເຊຍ ພາຍຫຼັງທີ່ເລີ່ມຕົ້ນການກໍ່ສ້າງມາແຕ່ເດືອນມັງກອນ 2016.

ຜູ້ລົງທຶນໃນໂຄງການດັ່ງກ່າວລວມມີ ບໍລິສັດ Mega First ຖືຄອງຫຸ້ນ 80 ສ່ວນຮ້ອຍ, ສ່ວນບໍລິສັດໄຟຟ້າລາວມະຫາຊົນ (EDL-GEN) ຖືຫຸ້ນ 20 ສ່ວນຮ້ອຍ.

ອ່ານຕໍ່…

Jasmina Yap