ເຂື່ອນໄຊຍະບູລີຂອງລາວໃນສາຍແມ່ນ້ຳຂອງທີ່ເປັນທີ່ຖົກຖຽງ ເລີ່ມຕົ້ນດຳເນີນການ

ເຂື່ອນໄຊຍະບູລີ ເຂື່ອນໄຟຟ້ານ້ຳຂອງຂະໜາດໃຫຍ່ແຫ່ງທຳອິດ ໃນຈຳນວນຫ້າແຫ່ງທີ່ມີແຜນກໍ່ສ້າງໃນລາວ ໄດ້ເລີ່ມຕົ້ນການປະຕິບັດການໃນວັນອັງຄານນີ້, ເຊິ່ງເປັນການໝູນຟັນເຟືອງໃຫຍ່ອັນທຳອິດຂອງແຜນການອັນສູງສົ່ງ ແຕ່ມີຂໍ້ຂັດແຍ່ງຂອງລາວ ໃນການເປັນ “ໝໍ້ໄຟແຫ່ງອາຊີຕາເວັນອອກສຽງໃຕ້.”

ເຂື່ອນດັ່ງກ່າວ ເຊິ່ງເລີ່ມຕົ້ນກໍ່ສ້າງມາແຕ່ປີ 2012 ໄດ້ເປັນສູນລວມຂອງການວິພາກວິຈານ ຈາກນັກເຄື່ອນໄຫວເພື່ອສິ່ງແວດລ້ອມ ແລະ ສິດທິມະນຸດ.

ພວກເຂົາກ່າວວ່າ ໄຟຟ້າທີ່ຜະລິດຈາກເຂື່ອນຮູບແບບດັ່ງກ່າວ ຕົ້ນຕໍແມ່ນເພື່ອການສົ່ງອອກໄປຍັງບັນດາປະເທດບ້ານໃກ້ເຮືອນຄຽງ, ບໍ່ຄຸ້ມຄ່າຕໍ່ຜົນກະທົບທີ່ຮ້າຍແຮງຕໍ່ລະບົບນິເວດ ແລະ ປະຊາຊົນ ຍ້ອນການປ່ຽນແປງການໄຫຼຕາມທຳມະຊາດຂອງນ້ຳໃນແມ່ນ້ຳຂອງ.

ໂຄງການພາຍໃຕ້ການສຳປະທານຂອງໄທດັ່ງກ່າວ ມີມູນຄ່າການກໍ່ສ້າງທັງໝົດ $4.47 ຕື້ໂດລາ.

ອ່ານຕໍ່…

ໜ່ວຍຂ່າວ RFA ລາວ