ວິສາຫະກິດຮ່ວມປະສົມລາວ-ຈີນ ຈະເປັນຜູ້ສະໜອງພະລັງງານສຳລັບເສັ້ນທາງລົດໄຟໃໝ່

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດ China Southern Power Grid (CSG) ແລະ ລັດວິສາຫະກິດໄຟຟ້າລາວ (EDL) ຈະຮ່ວມທີມກັນ ໃນການສະໜອງພະລັງງານ ສຳລັບເສັ້ນທາງລົດໄຟໃໝ່ ເຊິ່ງໄດ້ມີພິທີຖະແຫຼງການຈັດຕັ້ງວິສາຫະກິດຮ່ວມປະສົມ ທີ່ວຽງຈັນ ໃນອາທິດແລ້ວນີ້.

ວິສາຫະກິດຮ່ວມປະສົມດັ່ງກ່າວ ໃສ່ຊື່ຢ່າງເປັນທາງການວ່າ ບໍລິສັດການລົງທຶນດ້ານພະລັງງານລາວ-ຈີນ. ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ປີ້ ຢາຊຽງ ຮອງປະທານບໍລິສັດ CSG ໄດ້ຮ່ວມຖະແຫຼງກ່ຽວກັບການເປີດຕົວວິສາຫະກິດຮ່ວມປະສົມດັ່ງກ່າວ ພາຍໃຕ້ການເປັນສັກຂີພະຍານຂອງທ່ານ ຈຽງ ໄຈຕົງ ເອກອັກຄະລັດຖະທູດຈີນປະຈຳລາວ. 

ອ່ານຕໍ່…

ໂຕະຂ່າວ