ຜະລິດຕະພັນລາວ ຍັງບໍ່ສາມາດສ້າງກະແສນິຍົມຕໍ່ຜູ້ບໍລິໂພກ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວມີການຜະລິດສິນຄ້າຫຼາຍຢ່າງທີ່ເປັນທີ່ຮູ້ກັນດີ, ແຕ່ວ່າຄົນລາວສ່ວນຫຼາຍພັດບໍ່ໃຫ້ຄວາມສົນໃຈໃນການຊື້ຫາສິນຄ້າເຫຼົ່ານີ້ ແລະ ນີຍົມໃຊ້ສິນຄ້ານຳເຂົ້າຫຼາຍກວ່າ. ມັນເປັນເລື່ອງທ້າທາຍໃນການ ເຊີນຊວນໃຫ້ຄົນປ່ຽນແປງພຶດຕິກຳ ເນື່ອງຈາກເຂົາເຈົ້າມີຄວາມຄຸ້ນເຄີຍ ຕໍ່ການເຫັນສິນຄ້ານຳເຂົ້າ ວາງຂາຍຕາມຮ້ານຄ້າ ແລະ ຕະຫຼາດ ແລະບໍ່ບໍ່ຄຸ້ນເຄີຍຕໍ່ການນຳໃຊ້ສິນຄ້າປະເພດດຽວກັນແຕ່ຜະລິດໃນລາວ. ການປ່ຽນແນວຄິດຂອງຜູ້ບໍລິໂພກອາດຕ້ອງໃຊ້ເວລາຍາວນານ.ອ່ານຕໍ່  ...

ໂຕະບັນນາທິການ

ງານວາງສະແດງສິນຄ້າວິທະຍາສາດ ແລະ ເທັກໂນໂລຢີ ລາວ-ຈີນ ສົ່ງເສີມການພັດທະນາອຸດສາຫະກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ງານວາງສະແດງສິນຄ້າ “ສະມາດເທັກໂນໂລຢີ ເພື່ອການພັດທະນາສີຂຽວ ແລະ ຍືນຍົງ” ແມ່ນກຳລັງດຳເນີນຢູ່ນະຄອນຫຼວງວຽງຈັນ ເພື່ອເສີມຂະຫຍາຍໜໍ່ແໜງການພັດທະນາໃນຂະແໜງອຸດສາຫະກຳໃນລາວ.ງານວາງສະແດງສິນຄ້າດັ່ງກ່າວ ແມ່ນຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດ ແຕ່ວັນທີ 11-16 ຕຸລານີ້ ເຊິ່ງມີບໍລິສັດຈາກລາວ ແລະ ຈີນເຂົ້າຮ່ວມປະມານ 100 ບໍລິສັດ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-china-science-and-tech-expo-promotes-industrial-development-106311

ຂະແໜງທຸລະກິດປະເມີນການສ້າງຄວາມສະດວກໃນການລົງທຶນ, ການຄ້າໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກຳລັງດຳເນີນການປະເມີນວິທີການທີ່ບັນດາແຂວງ ແລະ ນະຄອນຫຼວງວຽງຈັນນຳໃຊ້ ເພື່ອສ້າງຄວາມສະດວກໃຫ້ແກ່ການລົງທຶນ ແລະ ການຄ້າ, ພາຍໃຕ້ໂຄງການ ProFIT ໄລຍະທີ 2.ໂຄງການດັ່ງກ່າວຈະທຳການສຳຫຼວດ ແລະ ປະເມີນວິທີການເພື່ອໃຫ້ຂະແໜງທຸລະກິດໄດ້ຮັບປະໂຫຍດຈາກການຈັດຕັ້ງປະຕິບັດມາດຕະການເພື່ອປັບປຸງສະພາບແວດລ້ອມການລົງທຶນ ແລະ ການດຳເນີນທຸລະກິດ ຂອງອົງການຈັດຕັ້ງລັດຖະບານ, ລວມເຖິງໜ່ວຍງານບໍລິການພາກລັດ.ອ່ານຕໍ່ ...

ມະນີຈັນ ປັນສີວົງໄຊ
http://annx.asianews.network/content/business-sector-assesses-facilitation-investment-trade-laos-105441

ບໍລິສັດເກົາຫຼີຊອກຫາຊ່ອງທາງການເຊື່ອມຕໍ່ດ້ານການຄ້າໃນລາວ

(ຂປລ) ຕາງໜ້າບໍລິສັດເກົາຫຼີຈັດປະຊຸມກັບຜູ້ປະກອບການລາວ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 30 ກັນຍານີ້ ເພື່ອຫາລືກ່ຽວກັບໂອກາດເພື່ອການຮ່ວມມື ແລະ ການສ້າງເຄືອຂ່າຍທາງທຸລະກິດ. ບໍລິສັດຈາກເກົາຫຼີລວມມີ ບໍລິສັດ ENTRA , ບໍລິສັດອຸດສາຫະກຳ NARAE , ບໍລິສັດ DAEDO TEKRA , ບໍລິສັດ Exolube, ບໍລິສັດ DHC, ບໍລິສັດເຄມີ Sunkyung ແລະ ບໍລິສັດ TAESUNG.ກອງປະຊຸມຂອງຄະນະຜູ້ແທນການຄ້າ Ulju-GUN 2019 ໄດ້ຈັດຂຶ້ນຢູ່ທີ່ໂຮງແຮມລາວພຼາຊາ ນະຄອນຫຼວງວຽງຈັນ ໂດຍອົງການສະໜັບສະໜູນການຄ້າການລົງທຶນເກົາຫຼີ (KOTRA) ແລະ ພະແນກການຄ້າສະຖານທູດສາທາລະນະລັດເກົາຫຼີ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48525

ລາຄາປາລ້ຽງທີ່ວາງຈຳໜ່າຍ ສູງກວ່າລະດັບທີ່ລັດຖະບານກຳນົດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາຄາປາລ້ຽງທີ່ວາງຂາຍໃນນະຄອນຫຼວງວຽງຈັນໃນປະຈຸບັນ ແມ່ນສູງກວ່າລະດັບທີ່ລັດຖະບານກຳນົດ ຫຼັງຈາກທີ່ຊາວກະສິກອນທີ່ລ້ຽງປາຫຼາຍເຈົ້າປະສົບສະພາບຂາດທຶນເນື່ອງຈາກໄພນ້ຳຖ້ວມໃນໄລຍະທີ່ຜ່ານມາ.ນອກຈາກນີ້ ເຂົາເຈົ້າຍັງຕ້ອງແບກຮັບພາລະຕົ້ນທຶນໃນການລ້ຽງປາທີ່ເພີ່ມສູງຂຶ້ນ.ເພື່ອເປັນການປົກປ້ອງຜູ້ບໍລິໂພກ ແລະ ປ້ອງກັນການສວຍໂອກາດຂຶ້ນລາຄາ, ໃນເດືອນພຶດສະພາທີ່ຜ່ານມາ ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ອອກແຈ້ງການກ່ຽວກັບລາຄາຂາຍປາດັ່ງກ່າວບໍ່ໃຫ້ເກີນ 20,000 ກີບຕໍ່ໜຶ່ງກິໂລ. ແຕ່ມາໃນປະຈຸບັນ ລາຄາທີ່ຂາຍຕາມທ້ອງຕະຫຼາດແມ່ນເພີ່ມຂຶ້ນຮອດ 23,000-25,000 ກີບຕໍ່ກິໂລ.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/cost-farmed-fish-exceeds-price-set-lao-government-105206

ງານວາງສະແດງທຸລະກິດການທ່ອງທ່ຽວ ຈະຈັດຂຶ້ນໃນວັນທີ 27-28 ກັນຍາ 2019

ພາຍຫຼັງການຕອບຮັບທີ່ດີຈາກການຈັດງານຄັ້ງທຳອິດໃນປີຜ່ານມາຢູ່ແຂວງຫຼວງພະບາງ, ງານວາງສະແດງຊ່ອງທາງທຸລະກິດການທ່ອງທ່ຽວແບບຍືນຍົງ (STSE) ຈະຈັດຂຶ້ນໃນອາທິດນີ້ ທີ່ນະຄອນວຽງຈັນ ໃນລະຫວ່າງວັນທີ 27-28 ກັນຍານີ້ ທີ່ໂຮງແຮມຄຼາວພຼາຊາ. ງານ STSE ແມ່ນຕະຫຼາດນັດສຳລັບອຸດສະຫະກຳການທ່ອງທ່ຽວຊັ້ນນຳຂອງພາກພື້ນ ເພື່ອສະເຫຼີມສະຫຼອງ, ຄົ້ນຫາ, ແລະ ວາງສະແດງທ່າອ່ຽງ, ຄວາມຮູ້ ແລະ ເທັກໂນໂລຢີຫຼ້າສຸດ ໃນດ້ານການທ່ອງທ່ຽວແບບຍືນຍົງ ແລະ ການໃຫ້ບໍລິການ.ໃນງານດັ່ງກ່າວຈະມີໜ່ວຍງານວາງສະແດງທັງໝົດ 54 ໜ່ວຍງານຈາກລາວ ແລະ ພາກພື້ນແມ່ນ້ຳຂອງ ເຊິ່ງຈະສະແດງຜະລິດຕະພັນ, ການບໍລິການ ແລະ ການລິເລີ່ມຂອງຕົນ ໃນໄລຍະການວາງສະແດງສອງວັນ, ເຊິ່ງສາມາດເຂົ້າຊົມໄດ້ໂດຍບໍ່ເສຍຄ່າ. ຫົວໜ່ວຍທຸລະກິດເຫຼົ່ານີ້ ມີຫຼາຍປະເພດທຸລະກິດທີ່ກ່ຽວຂ້ອງກັບຫົວຂໍ້ຂອງງານເຊັ່ນ ເຄື່ອງໃຊ້ໃນໂຮງແຮມທີ່ເປັນມິດຕໍ່ສິ່ງແວດລ້ອມ, ເຄື່ອງຫັດຖະກຳ, ອາຫານປອດສານພິດ, ການລິເລີ່ມ ແລະ ໂຄງການຕ່າງໆ ກໍຄືກິດຈະກຳທົວ ແລະ ທີ່ພັກ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/09/24/second-sustainable-tourism-solutions-expo-to-be-held-on-27-28-september-2019/

ງານວາງສະແດງສິນຄ້າ CAEXPO ຊ່ວຍສົ່ງເສີມຂະແໜງການຄ້າ, ການລົງທຶນ, ການທ່ອງທ່ຽວ 

ວຽງຈັນ (ວຽງຈັນທາມສ໌/ANN) – ງານວາງສະແດງສິນຄ້າຈີນ-ອາຊຽນ (CAEXPO) ໄດ້ປະກອບສ່ວນຕໍ່ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງອາຊຽນ ແລະ ຈີນ ໃນຕະຫຼອດ 16 ​ປີ, ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ກ່າວໃນວັນເສົາແລ້ວນີ້ ໃນການກ່າວຄຳເຫັນໃນພິທີເປີດງານວາງສະແດງສິນຄ້າຄັ້ງທີ 16 ທີ່ເມືອງໜານໜິງ ປະເທດຈີນ.ງານວາງສະແດງດັ່ງກ່າວຈະຊ່ວຍສົ່ງເສີມການຮ່ວມມືດ້ານເສດຖະກິດລະຫວ່າງຈີນ ແລະ ອາຊຽນ. ປະຈຸບັນ ຈີນແມ່ນຄູ່ຄ້າລາຍໃຫຍ່ທີ່ສຸດ ທັງເປັນຜູ້ສະໜອງການລົງທຶນໂດຍກົງຈາກຕ່າງປະເທດອັນດັບສາມ ໃນກຸ່ມປະເທດອາຊຽນ.ອ່ານຕໍ່ ...

ມະນີຈັນ ປັນສີວົງໄຊ
http://annx.asianews.network/content/caexpo-fosters-trade-investment-tourism-understanding-104807

ລາວຈະຫຍຸດການກວດສອບຄຸນນະພາບຂອງເຄື່ອງໃຊ້ໄຟຟ້າ, ອິເລັກໂທຣນິກ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ອອກຄຳສັ່ງຢຸດຕິການກວດສອບຄຸນນະພາບຂອງອຸປະກອນເຄື່ອງໃຊ້ໄຟຟ້າ, ອິເລັກໂທຣນິກ ເຊິ່ງນຳເຂົ້າຜ່ານຂົວມິດຕະພາບລາວ-ໄທ 1. ນັບແຕ່ມີການຈັດຕັ້ງປະຕິບັດ ບາດກ້າວດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ຂະແໜງທຸລະກິດ. ເຊິ່ງມັນໄດ້ນຳໄປສູ່ການເພີ່ມຂະບວນການນຳເຂົ້າສິນຄ້າ ລວມທັງຕົ້ນທຶນການນຳເຂົ້າ, ຕາມຂໍ້ມູນຫຼ້າສຸດຈາກເວັບໄຊທາງການຂອງກະຊວງອຸດສາຫະກຳ ແລະ ການຄ້າ.ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີຈຶ່ງໄດ້ແຈ້ງການເພື່ອຢຸດຕິການກວດສອບຄຸນນະພາບ ຂອງອຸປະກອນເຄື່ອງໃຊ້ໄຟຟ້າ, ອິເລັກໂທຣນິກ ເຊິ່ງນຳເຂົ້າຜ່ານຂົວມິດຕະພາບລາວ-ໄທ 1.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-stop-quality-testing-electronic-electric-appliances-104729

ລາວ, ຈີນຈະຮ່ວມກັນຈັດງານວາງສະແດງເທັກໂນໂລຢີ

ວຽງຈັນ (ວຽງຂຈັນທາມສ໌/ANN) – ງານວາງສະແດງວິທະຍາສາດ ແລະ ເທັກໂນໂລຢີລາວ-ຈີນ ຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 10-16 ຕຸລານີ້ ເພື່ອສ້າງໂອກາດໃຫ້ສອງຊາດ ວາງສະແດງຜົນງານນະວັດຕະກຳຫຼ້າສຸດຕໍ່ມະຫາຊົນ.ງານວາງສະແດງດັ່ງກ່າວຈະໄດ້ຈັດຂຶ້ນຢູ່ທີ່ຫໍປະຊຸມແຫ່ງຊາດ ເຊິ່ງຈະເປັນເວທີວາງສະແດງຂອງຂະແໜງວິທະຍາສາດ ແລະ ເທັກໂນໂລຢີຂອງສອງຊາດ ພາຍໃຕ້ຫົວຂໍ້ “ການສົ່ງເສີມການນຳໃຊ້ເທັກໂນໂລຢີສະຫຼາດ ເພື່ອບັນລຸເປົ້າໝາຍການຫັນເປັນອຸດສາຫະກຳ ແລະ ທັນສະໃໝ.”ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/laos-china-stage-joint-technology-expo-104461

ລາວຈຳກັດການສົ່ງອອກເຂົ້າສານ ເນື່ອງຈາກການສະໜອງທີ່ຕ່ຳ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດສົ່ງເສີມກະສິກຳໃນລາວຫຼາຍແຫ່ງໄດ້ຈຳກັດປະລິມານການສົ່ງອອກເຂົ້າສານ ເນື່ອງຈາກຄວາມຂາດແຄນດ້ານການສະໜອງພາຍໃນປະເທດ ທ່າມກາງຄວາມຕ້ອງການທີ່ສູງຈາກຕ່າງປະເທດ.ລາຄາເຂົ້າທີ່ເພີ່ມສູງຂຶ້ນ ແລະ ຜົນກະທົບຈາກໄພນ້ຳຖ້ວມໃນປະເທດໃນລະດູຝົນນີ້ ແມ່ນສາເຫດຕົ້ນຕໍທີ່ຊາວກະສິກອນເກັບສຳຮອງເຂົ້າສານໄວ້ເພື່ອບໍລິໂພກເອງ, ຕາມການເປີດເຜີຍຂອງຂະແໜງອຸດສາຫະກຳ ແລະ ການຄ້າ.ໃນໄລຍະຜ່ານມາ ລາວໄດ້ສົ່ງອອກເຂົ້າສານພຽງແຕ່ 1,350 ໂຕນໄປປະເທດຈີນ ໃນຈຳນວນໂກຕາການສົ່ງອອກທັງໝົດ 50,000 ໂຕນຕາມຂໍ້ຕົກລົງລະຫວ່າງລັດຖະບານລາວ ແລະ ບໍລິສັດທັນຍະພືດ, ນ້ຳມັນ ແລະ ສະບຽງອາຫານແຫ່ງຊາດຈີນ (COFCO).ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-limits-rice-exports-due-short-supply-104201

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

VrK7S
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!