ສ ປປ ລາວ ກຽມສົ່ງອອກພະລັງງານແສງອາທິດ ຈາກ ນະຄອນຈຳປາສັກ

ລາວຊຽນທາມສ໌- ລັດຖະບານລາວ ໄດ້ເຊັນສັນຍາຕົກລົງຮ່ວມກັບ ບໍລິສັດເມືອງໂຂງພະລັງງານສະອາດ ໃນການກໍ່ສ້າງພະລັງງານແສງອາທິດ ຢູ່ທີ່ເມືອງໂຂງ, ນະຄອນຈຳປາສັກ. ໂຄງການດັ່ງກ່າວ ຢູ່ໃນຂັ້ນຕອນສຳເລັດການສຳຫຼວດຄວາມເປັນໄປໄດ້ ແລະ ຈະກາຍເປັນການສ້າງພະລັງງານແສງອາທິດເທື່ອທຳອິດຂອງລາວ ທີ່ຈະສົ່ງໄປປະເທດກຳປູເຈຍ. ອ່ານເພິ່ມເຕີມ..    ...

Phayboune Thanabouasy

ການສົ່ງອອກສິນຄ້າຂອງ ສປປ ລາວ ສູ່ ສສ.ຫວຽດນາມ ເພິ່ມຂື້ນໃນຊ່ວງພະຍາດລະບາດໂຄວິດ-19

(ຂ່າວສັ້ນຊິນຫົວ)- ປີ 2019, ການສົ່ງອອກສິນຄ້າຂອງ ສປປ ລາວ ສູ່ ສສ.ຫວຽດນາມ ໃນ 9 ເດືອນທຳອິດ ມີມູນຄ່າ 757.4 ລ້ານໂດລາສະຫະລັດ, ຊຶ່ງເພິ່ມຂື້ນປະມານ 758 ລ້ານ ໂດລາສະຫະລັດ ອີງຕາມຂໍ້ມູນຈາກ ກະຊວງ ອຸດສາຫະກຳ ແລະ ການຄ້າ. ສສ.ຫວຽດນາາມ ຍັງຄົງເປັນໜຶ່ງໃນສາມປະເທດຄູ່ຮ່ວມການຄ້າ ແລະ ການລົງທຶນ ລາຍໃຫຍ່ຂອງປະເທດລາວ, ເຊັ່ນດຽວກັບ ປະເທດໄທ ແລະ ຈີນ.ອ່ານຕໍ່.  ...

huaxia

ການຄ້າລາວ, ຫວຽດນາມ ຂະຫຍາຍຕົວປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດພາຍໃນປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າຮ່ວມລະຫວ່າງລາວ ແລະ ຫວຽດນາມ ໃນ 11 ເດືອນຂອງປີນີ້ ບັນລຸໄດ້ US$1,038 ລ້ານໂດລາ, ເພີ່ມຂື້ນ 12.28 ສ່ວນຮ້ອຍທຽບກັບໄລຍະດຽວກັນຂອງປີກາຍ.ຕົວເລກການຄ້າພາຄີດັ່ງກ່າວ ຄາດວ່າຈະບັນລຸຕາມເປົ້າໝາຍປະຈຳປີ ພາຍໃນທ້າຍເດືອນນີ້, ຄະນະກຳມະການ ການຮ່ວມມືລາວ-ຫວຽດນາມ ລາຍງານໃນກອງປະຊຸມຂະແໜງແຜນການ ແລະ ການລົງທຶນ ທີ່ວຽງຈັນໃນວັນຈັນນີ້.ອ່ານຕໍ່ ...

ໂຕະຂ່າວ

ການຄ້າລະຫວ່າງລາວ-ຫວຽດນາມ ບັນລຸໄດ້ 940 ລ້ານໂດລາ ໃນໄລຍະສິບເດືອນ

ຮ່າໂນ້ຍ (VNA) – ການຮ່ວມມືດ້ານການຄ້າ ແມ່ນຈຸດສຳຄັນຂອງການພົວພັນການຄ້າລະຫວ່າງ ຫວຽດນາມ-ລາວ ສຳລັບຊ່ວງສິບເດືອນທຳອິດຂອງປີນີ້, ເຊິ່ງມີລາຍຮັບລວມ 940 ລ້ານໂດລາ.ຕົວເລກດັ່ງກ່າວໄດ້ມີການເປີດເຜີຍໃນກອງປະຊຸມຂອງສະມາຊິກຄະນະລັດຖະບານຖາວອນ ທີ່ນະຄອນຮ່າໂນ້ຍ ໃນວັນທີ 9 ທັນວານີ້ ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນ ຊວນ ພຸກ ນາຍົກລັດຖະມົນຕີຫວຽດນາມ.ການຄ້າສອງຝ່າຍ ຄາດວ່າຈະບັນລຸເຖິງລະດັບ 1.1-1.2 ຕື້ໂດລາ ໃນປີ 2019, ເພີ່ມຂຶ້ນ 12.6 ສ່ວນຮ້ອຍທຽບອັດຕາສ່ວນປີຕໍ່ປີ, ສູງກວ່າເປົ້າໝາຍທີ່ລັດຖະບານໄດ້ວາງໄວ້ທີ່ 1 ຕື້ໂດລາ ແລະ 10 ສ່ວນຮ້ອຍ.ອ່ານຕໍ່ ...

ໂຕະຂ່າວ VNA

ຜູ້ປະກອບການທຸລະກິດລາວ ຮຽນຮູ້ກ່ຽວກັບຜົນປະໂຫຍດຂອງຂໍ້ຕົກລົງເສລີການຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ຫົວໜ່ວຍທຸລະກິດລາວ ຈະສາມາດຂະຫຍາຍຕະຫຼາດສິນຄ້າຂອງຕົນໄດ້ດີຂຶ້ນ ແລະ ແຂ່ງຂັນກັບປະເທດອື່ນໄດ້ຂ້ຽວຂາດຍິ່ງຂຶ້ນ ພາຍຫຼັງຮຽນຮູ້ກ່ຽວກັບເງື່ອນໄຂ ແລະ ຜົນປະໂຫຍດຈາກຂໍ້ຕົກລົງການຄ້າເສລີ (FTAs).ກອງປະຊຸມສຳມະນາ ເຊິ່ງຈັດຂຶ້ນຢູ່ນະຄອນວຽງຈັນ ໃນວັນພະຫັດແລ້ວນີ້ ໄດ້ຫາລືກ່ຽວກັບຜົນປະໂຫຍດຂອງ FTAs ແລະ ການສ້າງທຸລະກິດ e-commerce. ເຊິ່ງມີຜູ້ເຂົ້າຮ່ວມຈາກຕາງໜ້າທຸລະກິດເກືອບ 100 ແຫ່ງ ເຊິ່ງລວມມີທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງໃນນະຄອນຫຼວງວຽງຈັນ ແລະ ເຈົ້າໜ້າທີ່ຈາກກະຊວງອຸດສາຫະກຳ ແລ ການຄ້າ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ລັດຖະບານ ທົບທວນເງື່ອນໄຂໃນການນຳເຂົ້າ ແລະ ຈຳໜ່າຍຍານພາຫະນະ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ໄດ້ອອກຄຳສັ່ງແນະນຳໃຫ້ຜູ້ປະກອບການ ທີ່ນຳເຂົ້າ ແລະ ຈຳໜ່າຍຍານພາຫະນະ ຍື່ນສະເໜີເອກະສານຂອງຕົນ ຕໍ່ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ບໍ່ໃຫ້ກາຍວັນທີ 29 ພະຈິກ.ຖ້າວ່າ ຜູ້ປະກອບການໃດ ບໍ່ມາຍື່ນສະເໜີເອກະສານຂອງຕົນ, ອາດຖືກລະງັບໃບອະນຸຍາດດຳເນີນທຸລະກິດ ແລະ ຈະບໍ່ໄດ້ຮັບອະນຸຍາດໃຫ້ນຳເຂົ້າຍານພາຫະນະ.ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮັບການແຕ້ງຕັ້ງໃຫ້ດຳເນີນການຕິດຕາມ ແລະ ເກັບກຳສະຖິຕິຈາກຫົວໜ່ວຍທຸລະກິດ ທີ່ມີກິດຈະກຳ ແລະ ມາດຕະຖານການບໍລິການບໍ່ຈະແຈ້ງ.ອ່ານຕໍ່ ...

ໂຕະຂ່າວ

ການຄ້າຂອງລາວໃນໄຕມາດທີສາມ ມີສະພາບເກີນດູນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວມີສະພາບການຄ້າເກີນດູນ US$178 ລ້ານໂດລາ ໃນຊ່ວງເກົ້າເດືອນທຳອິດຂອງປີ (ເຖິງທ້າຍໄຕມາດທີສາມ), ເຖິງວ່າການເຄື່ອນໄຫວໂອນເງິນ ຍັງຕ່ຳກວ່າເປົ້າໝາຍ.ມູນຄ່າການສົ່ງອອກ ແລະ ນຳເຂົ້າສິນຄ້າໃນໄຕມາດທີສາມຂອງປີ 2019 ບັນລຸໄດ້ US$8,582 ລ້ານໂດລາ ຫຼືທຽບເທົ່າກັບ 76 ສ່ວນຮ້ອຍຂອງຕົວເລກທີ່ມີການຮັບຮອງໂດຍສະພາແຫ່ງຊາດ.ຕົວເລກດັ່ງກ່າວເພີ່ມຂຶ້ນ 41 ສ່ວນຮ້ອຍທຽບກັບໄລຍະດຽວກັນຂອງປີກາຍ, ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານຕໍ່ທີ່ປະຊຸມສະພາແຫ່ງຊາດໃນອາທິດແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ

ລາວຈະຫຼຸດຜ່ອນການນຳເຂົ້າສິນຄ້າ ເພື່ອຈຳກັດການເພີ່ມຂຶ້ນຂອງອັດຕາແລກປ່ຽນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະນຳໃຊ້ມາດຕະການທີ່ເຂັ້ມງວມ ໃນການຄຸ້ມຄອງການນຳເຂົ້າສິນຄ້າອຸປະໂພກ ແລະ ສົ່ງເສີມການຜະລິດສິນຄ້າພາຍໃນ ເພື່ອຫຼຸດຜ່ອນການນຳເຂົ້າສິນຄ້າ ແລະ ຈຳກັດການໄຫຼວຽນຂອງເງິນທຶນໄປຕ່າງປະເທດ.ການເພີ່ມຂຶ້ນຂອງສິນຄ້ານຳເຂົ້າທັງຖືກກົດໝາຍ ແລະ ຜິດກົດໝາຍຈາກປະເທດເພື່ອນບ້ານ ເຮັດໃຫ້ຜູ້ຜະລິດພາຍໃນບໍ່ສາມາດແຂ່ງຂັນໄດ້ໃນແງ່ຂອງລາຄາ ແລະ ການຜະລິດ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກ່າວຕໍ່ສື່ມວນຊົນໃນການສຳພາດອາທິດແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ

ລາວ, ຊີລີ ສົ່ງເສີມການຮ່ວມມືດ້ານທຸລະກິດ,​ ການຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຊີລີ ມີເປົ້າໝາຍເສີມຂະຫຍາຍການຮ່ວມມືທາງດ້ານທຸລະກິດ ແລະ ການຄ້າ ພາຍຫຼັງພິທີຕ້ອນຮັບທ່ານ ເຈມມີ ໂຊມາລີ ເອກອັກຄະລັດຖະທູດຊີລີປະຈຳລາວ ຢ່າງເປັນທາງການ ຂອງສະພາທຸລະກິດທ້ອງຖິ່ນ ທີ່ນະຄອນຫຼວງວຽງຈັນໃນວັນອັງຄານຜ່ານມາ.ນຳພາຄະນະຜູ້ແທນລາວໃນພິທີດັ່ງກ່າວ ເຊິ່ງລວມມີເຈົ້າໜ້າທີ່ສະພາການຄ້າ ແລະ ຜູ້ປະກອບການທຸລະກິດ ແມ່ນທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI). ອ່ານຕໍ່ ...

ໂຕະຂ່າວ

ງານວາງສະແດງສິນຄ້າລາວທ໊ອບ 3 ເພື່ອສົ່ງເສີມການຂະຫຍາຍຕົວຂອງຂະແໜງການກໍ່ສ້າງ, ການບໍລິການທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ງານວາງສະແດງສິນຄ້າລາວທ໊ອບ 3, ເຊິ່ງເປັນງານວາສະແດງສິນຄ້າສາກົນ 3-ໃນ-1 ທີ່ໃຫຍ່ທີ່ສຸດໃນລາວ ກຳລັງຈະກັບມາຈັດສະແດງເປັນຄັ້ງທີສີ່ ເພື່ອສົ່ງເສີມຂະແໜງການກໍ່ສ້າງ ແລະ ພື້ນຖານໂຄງລ່າງ, ແລະ ອຸດສາຫະກຳອາຫານ ແລະ ເຄື່ອງດື່ມ ແລະ ການບໍລິການທ່ອງທ່ຽວ.ງານວາງສະແດງດັ່ງກ່າວຈະຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນວັນທີ 11-13 ມິຖຸນາປີໜ້າ, ຕາມການຖະແຫຼງຂ່າວທີ່ວຽງຈັນຫວ່າງໝໍ່ໆມານີ້. ອ່ານຕໍ່  ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

6J7wm
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!