ຈີນເລີ່ມສົ່ງອອກນຳມັນໃຫ້ລາວ

ບໍ່ເຕັນມ ລາວ, 31 ຕຸລາ (ຊິນຫົວ) — ການສົ່ງອອກນ້ຳມັນກັ່ນຂອງຈີນສູ່ຕະຫຼາດລາວຄັ້ງປະຖົມມະເລີກ ໄດ້ມີການສົ່ງມອບນ້ຳມັນກາຊວນຈຳນວນ 64 ໂຕນ ຈາກບໍລິສັດປີໂຕຣໄຊນາໃຫ້ກັບບໍລິສັດໃນລາວ ທີ່ຊາຍແດນລາວ-ຈີນ ໃນວັນພຸດທີ່ຜ່ານມານີ້.ບໍລິສັດປີໂຕຣໄຊນາສາກົນ (ຢຸນນານ) ຈຳກັດ, ສາຂາບໍລິສັດປີໂຕຣໄຊນາກຣຸບ, ໄດ້ທຳການສຶກສາ ແລະ ກະກຽມເປັນເວລາສອງປີນັບແຕ່ປີ 2016 ໃນການເຂົ້າເຖິງຕະຫຼາດນ້ຳມັນລາວ.ອ່ານຕໍ່ ...

ຢາງ ຢີ້

ລັດຖະບານຍົກເລີກຂັ້ນຕອນການຂໍໃບອະນຸຍາດໃນການນຳເຂົ້າເຫຼັກ ແລະ ຊີມັງ

ນັບແຕ່ປີໜ້າເປັນຕົ້ນໄປ ຜູ້ນຳເຂົ້າເຫຼັກ ແລະ ຊີມັງໃນລາວບໍ່ຈຳເປັນຕ້ອງຂໍໃບອະນຸຍາດໃນການນຳເຂົ້າ ຫຼັງຈາກທີ່ລັດຖະບານອອກຄຳສັ່ງຍົກເລີກຂັ້ນຕອນໃນການຂໍໃບອະນຸຍາດ.ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຊີ້ນຳໃຫ້ບັນດາພະແນກອຸດສະຫະກຳ ແລະ ການຄ້າໃນທົ່ວປະເທດ ໃນການຢຸດຕິການອອກໃບອະນຸຍາດໃນການນຳເຂົ້າເຫຼັກ ແລະ ຊີມັງ.ໃນອະນາຄົດ, ການນຳເຂົ້າຜະລິດຕະພັນເຫຼັກ ແລະ ຊີມັງຈະຢູ່ພາຍໃຕ້ຄວາມຮັບຜິດຊອບຂອງເຈົ້າໜ້າທີ່ພາສີທີ່ປະຈຳຢູ່ດ່ານຊາຍແດນປະເທດ ຕາມລະບຽບການ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ໄທຈະປ່ຽນຈາກການ​ເປັນ​ຜູ້​ຊື້ ໄຟ​ຟ້າເທົ່າ​ນັ້ນ ໄປ​ເປັນ​ຜູ້​ຮ່ວມ​ສົ່ງ​​ໄຟ​ຟ້າ​ຈາກ​ລາວໄປ​ມາ​ເລ​ເຊຍ ແລະ ສິງ​ກະ​ໂປ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີໄທຢືນ​ຢັນ​ວ່າ ລັດ​ຖະ​ບານ​ໄທ​ບໍ່​ມີ​ແຜນ​ການ​ຈະ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລ​າວ​ເພີ້ມ​ຂຶ້ນ ແຕ່​ຈະ​ພັດ​ທະ​ນາ​ໂຄງ​ຂ່າຍ​ເພື່ອ​ຮອງຮັບການ​ສົ່ງ​ກະ​ແສ​ໄຟ​ຟ້າ​ຈາກ​ລາວ​ຜ່ານ​ໄທ ໄປ​ມາ​ເລ​ເຊຍ-ສິງ​ກະ​ໂປ.ອ່ານຕໍ່ ...

ບັນນາທິການວີໂອເອ

ການສົ່ງເສີມສິນຄ້າໄທໃນລາວ

(ຂປລ) ຜູ້ຜະລິດສິນຄ້າ ແລະ ຜູ້ປະກອນການກວ່າ 50 ຫົວໜ່ວຍຈາກຈັງຫວັດພາກໃຕ້ຂອງປະເທດໄທເຂົ້າຮ່ວມໃນງານວາງສະແດງສຸດຍອດຜະລິດຕະພັນຈາກພາກໃຕ້ຂອງໄທ@ວຽງຈັນ ເຊິ່ງຈັດຂຶ້ນທີ່ນະຄອນວຽງຈັນ. ງານດັ່ງກ່າວຈະຈັດໄປຈົນເຖິງວັນທີ່ 15 ກັນຍາ ທີ່ສູນການຄ້າວຽງຈັນເຊັນເຕີ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນອ່ານຕໍ່ ...

ຂປລ

ເລີ່ມງານວາງສະແດງສິນຄ້າຈີນ-ອາຊີຕາເວັນອອກສຽງໃຕ້ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນລະດັບພາກພື້ນ

ງານວາງສະແດງສິນຄ້າຈີນ-ອາຊີຕາເວັນອອກສຽງໃຕ້ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນພະຫັດທີ່ຜ່ານມາ ທີ່ມົນທົນຢຸນນານທາງພາກຕາເວັນຕົກສຽງໃຕ້ຂອງຈີນ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນລະຫວ່າງປະເທດຈີນ ແລະ ປະເທດໃນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້. ເຂົ້າຮ່ວມໃນງານດັ່ງກ່າວມີ ຕົວແທນຈາກລາວເຊິ່ງນຳໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ແລະ ຫົວໜ່ວຍທຸລະກິດ, ຕາມການເປີດເຜີຍຕໍ່ສື່ມວນຊົນຂອງກະຊວງການຕ່າງປະເທດ.ອ່ານຕໍ່ ...

ວຽງຈັນທາມສ໌

ລາວກຽມສົ່ງອອກກ້ວຍ 12,000 ໂຕນໄປປະເທດລັດເຊຍ

ບໍລິສັດສຸກຮຸ່ງເຮືອງ ວາງແຜນຂາຍກ້ວຍ 12,000 ໂຕນທີ່ເກັບກ່ຽວໄດ້ຈາກການສຳປະທານພື້ນທີ່ກະສິກຳໃນແຂວງສະຫວັນນະເຂດ ໃຫ້ແກ່ລັດເຊຍ. ບໍລິສັດຫວຽດລາຍນີ້ ວາງແຜນການລົງທຶນ 38 ລ້ານໂດລາສະຫະລັດ ໃນການປູກໄມ້ໃຫ້ໝາກ ປະມານ 5,500 ເຮັກຕາ ຢູ່ເມືອງນອງ ແຂວງສະຫວັນນະເຂດ ແລະໄດ້ຖາກຖາງພື້ນທີ່ 1,900 ເຮັກຕາເພື່ອປູກຕົ້ນໄມ້ ພາຍຫຼັງໄດ້ມີການປູກສຳເລັດ 700 ເຮັກຕາ ໃນປີທີ່ຜ່ານມາອ່ານຕໍ່ ...

ວຽງຈັນທາມສ໌

ຄວນເພີ່ມມາດຕະການເພື່ອກວດສອບການນຳເຂົ້າສິນຄ້າກະເສດ

ຫົວໜ່ວຍທຸລະກິດແລະຜູ້ສົ່ງເສີມວຽກງານກະສິກຳຮຽກຮ້ອງໃຫ້ເຈົ້າໜ້າທີ່ເພີ່ມມາດຕະການໃນການກວດສອບການນຳເຂົ້າສິນຄ້າກະເສດຂ້າມຊາຍແດນ. ສິນຄ້ານຳເຂົ້າແບບບໍ່ເປັນລະບົບຜ່ານຊ່ອງທາງດັ່ງກ່າວຖືເປັນອຸປະສັກໃນການດຶງດູດການລົງທຶນແລະການເຕີບຕົວຂອງຂະແໜງການກະສິກຳຂອງປະເທດ. ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນວັນພຸດນີ້ວ່າ ພາກສ່ວນລັດຖະບານຄວນເອົາໃຈໃສ່ໃນການຈັດການສິນຄ້ານຳເຂົ້າ.ອ່ານຕໍ່ ...

ວຽງຈັນທາມສ໌

ແຂວງບໍລິຄຳໄຊເດີນໜ້າຈັດການລົດນຳເຂົ້າຜິດກົດໝາຍ

ຕາມການລາຍງານຂອງຄະນະຮັບຜິດຊອບ, ເຖິງວ່າຈະມີຂັ້ນຕອນທີ່ຫຍຸ້ງຍາກສົມຄວນ, ລົດ 600 ກວ່າຄັນທີ່ນຳເຂົ້າມາແຂວງບໍລິຄຳໄຊແບບບໍ່ຖືກກົດໝາຍນັ້ນ ປະຈຸບັນ ແມ່ນໄດ້ຮັບການຂຶ້ນທະບຽນຕາມກົດໝາຍແລ້ວ. ທ່ານຄຳແຫວນ ປັນຍะນຸວົງ ຫົວໜ້າຄະນະຮັບຜິດຊອບ ໄດ້ກ່າວແຈ້ງກັບນັກຂ່າວວຽງຈັນທາມສ໌ ໃນວັນສຸກຜ່ານມານີ້ວ່າ ປະຈຸບັນຍັງເຫຼືອລົດຈຳນວນ 100 ຄັນເທົ່ານັ້ນທີ່ຕ້ອງຂຶ້ນທະບຽນເພີ່ມເຕີມ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

UuAH4
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!