ການບໍລິການດ້ານການເງິນ ແລະ ການທະນາຄານ

ນະໂຍບາຍ ແລະ ລະບຽບການບໍລິການດ້ານການເງິນ ແລະ ການທະນາຄານ

ທະນາການແຫ່ງລັດ ຄວບຄຸມອັດຕາແລກປ່ຽນເງິນຕາ ເພື່ອເຮັດໃຫ້ເສດຖະກິດມີສະຖຽນລະພາບຍິ່ງຂື້ນ

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ອອກຖະແຫຼງການສະບັບໃໝ່ ກ່ຽວກັບການກຳນົດອັດຕາແລກປ່ຽນເງິນຕາ, ເພື່ອເປັນແນວທາງໃຫ້ແກ່ທະນາຄານທຸລະກິດຊື້ຂາຍເງິນຕາຕ່າງປະເທດ. ການເຄື່ອນໄຫວດັ່ງກ່າວແມ່ນແນໃສ່ເຮັດໃຫ້ທະນາຄານການຄ້າສາມາດເຄື່ອນໄຫວໄດ້ໃນລະດັບໜຶ່ງ ໃຫ້ມີຄ່ອງຕົວໃນການຊື້-ຂາຍເງິນຕາຕ່າງປະເທດ, ດັ່ງນັ້ນຈຶ່ງຊ່ວຍເຮັດໃຫ້ມູນຄ່າຂອງເງິນກີບມີສະຖຽນລະພາບ. ພາຍໃຕ້ຂໍ້ຕົກລົງ ຊຶ່ງລົງນາມໂດຍທ່ານ ດຣ ບຸນລືສີ ໄຊສຸລະວົງ, ຜູ້ວ່າການທະນາຄານກາງ, ທະນາຄານການຄ້າໄດ້ຮັບອະນຸຍາດໃຫ້ກຳນົດອັດຕາແລກປ່ຽນໃນແຕ່ລະມື້ຕາມອັດຕາມອັດຕາທີ່ທະນາຄານກາງກຳນົດ.ອ່ານເພິ່ມເຕີມ ...

ສົມສັກ ພົງຂາວ

ການສະຫນອງນໍ້າມັນເຊື້ອໄຟຈະດຳເນີນໄປຢ່າງເປັນປົກກະຕິໃນອະນາຄົດອັນໃກ້ນີ້

ຊາວນະຄອນຫຼວງວຽງຈັນ ມີຄວາມເປັນຫ່ວງກ່ຽວກັບ ການຂາດແຄນນ້ຳມັນເຊື້ອໄຟອີກຄັ້ງທີ່ເກີດຂື້ນຊຶ່ງປ້ຳນ້ຳມັນຫຼາຍແຫ່ງໃນເມືອງ ໄດ້ປິດລົງນັບຕັ້ງແຕ່ ວັນຈັນເປັນຕົ້ນມາ. ແນວໃດກໍ່ຕາມ, ຂະແໜງການທີ່ກ່ຽວຂ້ອງໄດ້ອອກຄຳໝັ້ນສັນຍາວ່າ ນ້ຳມັນເຊື້ອໄຟຈະກັບມາມີປະລິມານທີ່ພຽງພໍກັບຄວາມຕ້ອງການປະຈຳວັນ. ການຂາດແຄນນໍ້າມັນເຊື້ອໄຟໄດ້ເກີດຂຶ້ນໃນຊ່ວງເວລາທີ່ລັດຖະບານກໍາລັງໃຊ້ມາດຕະການຢ່າງເຄັ່ງຄັດເພື່ອຟື້ນຟູສະຖຽນລະພາບຂອງເສດຖະກິດມະຫາພາກ, ລວມທັງການປ່ຽນຫົວຫນ້າທະນາຄານກາງ ແລະ ການປາບປາມຜູ້ຄ້າຂາຍເງິນຕາທີ່ຜິດກົດຫມາຍ. ອ່ານເພິ່ມເຕີມ ...

ເພັດໂພໄຊ ແສງປະເສີດ

ການອ່ອນຄ່າຂອງເງິນກີບສ້າງຄວາມເສຍຫາຍຢ່າງໜັກຕໍ່ເສດຖະກິດຂອງລາວ

ເງິນ​ກີບ​ຂອງ​ລາວ​ໄດ້​ອ່ອນຄ່າ​ເປັນ​ປະຫວັດ​ການ​ໃນ​ຫຼາຍມືື້​ມາ​ນີ້​ເມື່ອ​ທຽບ​ໃສ່​ເງິນ​ໂດ​ລາ​ສະຫະລັດ ​ແລະ​ເງິນ​ບາດ​ຂອງ​ໄທ ​ເຖິງ​ແມ່ນ​ວ່າ​ລັດຖະບານ​ຈະ​ພະຍາຍາມ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ອັດຕາ​ແລກປ່ຽນ​ເງິນຕາ​ກໍ່ຕາມ. ທ່ານ ສອນໄຊ ສິດພະໄຊ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວຕໍ່ບັນດາສະມາຊິກສະພາແຫ່ງຊາດໃນອາທິດນີ້ວ່າ: ມູນຄ່າຂອງເງິນຕາແຫ່ງຊາດໄດ້ຫຼຸດລົງມາຕັ້ງແຕ່ທ້າຍເດືອນມີນາ.ໃນໄລຍະ 5 ເດືອນຜ່ານມາ, ເງິນກີບຫຼຸດລົງ 7.79% ທຽບກັບເງິນໂດລາສະຫະລັດ ແລະ 8.43% ທຽບກັບເງິນບາດຂອງໄທ ເມື່ອທຽບໃສ່ຕົວເລກທີ່ບັນທຶກໄວ້ໃນທ້າຍປີທີ່ຜ່ານມາ, ເນື່ອງຈາກຄວາມຕ້ອງການດ້ານການສະໜອງບໍ່ກົງກັນ.ອ່ານເພິ່ມເຕີມ ...

ສົມສັກ ພົງຂາວ

ບັນດາທະນາຄານ, ສະຖາບັນການເງິນໄດ້ສັ່ງໃຫ້ເລື່ອນການຈ່າຍເງິນຕົ້ນ ແລະ ດອກເບັ້ຍ

ທະນາຄານແຫ່ງ ສປປ ລາວ ໄດ້ອອກຄຳສັ່ງ ໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ເລື່ອນກຳນົດເວລາສຳລັບການຈ່າຍເງິນຕົ້ນ ແລະ ດອກເບ້ຍ ສຳລັບຜູ້ທີ່ໄດ້ກູ້ຢືມເງິນເພື່ອໃຊ້ຈ່າຍໃນການດຳລົງຊີວິດ ເປັນເວລາ 3 ເດືອນ (ນັບແຕ່ເດືອນພຶດສະພາເປັນຕົ້ນໄປ).  ຂໍ້ຕົກລົງສະບັບ ລົງວັນທີ 13 ພຶດສະພາ, 2021, ໂດຍມີຈຸດປະສົງເພື່ອຫຼຸດຜ່ອນຜົນກະທົບຂອງສະພາບການ Covid-19 ຕໍ່ຜູ້ກູ້ຢືມເງິນຂອງທະນາຄານການຄ້າ ແລະ ສະຖາບັນການເງິນ ທີ່ເປັນພະນັກງານຂອງທຸລະກິດ ຫຼື ອົງການຈັດຕັ້ງທີ່ໄດ້ຢຸດກິດຈະການທາງທຸລະກຳ ແລະ ນັກທຸລະກິດອິດສະຫຼະ ທີ່ຂາດລາຍໄດ້.ອ່ານເພິ່ມເຕີມ  ...

ຂ່າວສານປະເທດລາວ

ທະນາຄານກາງ ຈະເນັ້ນໃສ່ການຄຸ້ມຄອງເງິນຕາ ທ່າມກາງສິ່ງທ້າທາຍ

ວຽງຈັນ (ວຽງຈັນທາມສ໌) – ທະນາຄານກາງຂອງລາວຈະຈັດການກັບສິ່ງທ້າທາຍ ເພື່ອຮັບປະກັນສະຖຽນລະພາບຂອງຄ່າເງິນກີບ ແລະ ເພື່ອສະກັດກັ້ນການອ່ອນຄ່າຂອງເງິນກີບ ທຽບກັບເງິນບາດໄທ, ແລະ ເພື່ອຮັບປະກັນໃຫ້ອັດຕາເງິນເຟີ້ ໃຫ້ຢູ່ຕ່ຳກວ່າລະດັບ 5 ສ່ວນຮ້ອຍ.ຕໍ່ກັບຄຳຖາມກ່ຽວກັບການຄຸ້ມຄອງເງິນຕາ ຈາກສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະພາໃນວັນພຸດນີ້, ທ່ານ ສອນໄຊ ສິດພະໄຊ ຜູ້ອຳນວຍການທະນາຄານແຫ່ງ ສປປ ລາວ ກ່າວວ່າ ປະເທດລາວຈະສືບຕໍ່ຜະເຊີນກັບສິ່ງທ້າທາຍໃນດ້ານການຄຸ້ມຄອງເງິນຕາຕ່າງປະເທດ ເນື່ອງຈາກເປັນປະເທດຜູ້ນຳເຂົ້າສຸດທິ.ອ່ານຕໍ່ ...

ໂຕະຂ່າວ

ລາວ: ທະນາຄານກາງຈະອອກທະນະບັດໃບ 500 ກີບສະບັບປີ 2015

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ໄດ້ແຈ້ງການກ່ຽວກັບການອອກທະນະບັດໃບ 500 ກີບສະບັບປີ 2015. ທະນາຄານກາງໄດ້ແຈ້ງການລ່ວງໜ້າກ່ຽວກັບການອອກທະນະບັດໃໝ່ດັ່ງກ່າວ ເພື່ອເປັນການຕັດຂໍ້ສົງໄສກ່ຽວກັບການນຳໃຊ້ທະນະບັດດັ່ງກ່າວ.ທະນາຄານກາງໄດ້ອອກແຈ້ງການໃນວັນທີ 24 ກັນຍາ ເຊິ່ງມີເນື້ອໃນວ່າ ຈະເລີ່ມໝູນວຽນການນຳໃຊ້ທະນະບັດໃບ 500 ກີບ ສະບັບປີ 2015 ຢ່າງເປັນທາງການໃນວັນທີ 7 ຕຸລານີ້. ສ່ວນທະນະບັດໃບ 500 ກີບສະບັບປີ 1998 ກໍຍັງສືບຕໍ່ນຳໃຊ້ໄດ້ຕາມປົກກະຕິ ຄຽງຄູ່ກັບທະນະບັດໃໝ່ນີ້.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/laos-central-bank-circulate-2015-version-500-kip-note-105205

ການຝຶກອົບຮົມເພື່ອສະໜັບສະໜູນບາດກ້າວການນຳໃຊ້ມາດຕະຖານບັນຊີສາກົນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວພວມກຳລັງຫັນໄປສູ່ການນຳໃຊ້ມາດຕະຖານບັນຊີສາກົນ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການຍົກລະດັບ ການຄຸ້ມຄອງຂະແໜງການເງິນຂອງຂະແໜງການລັດ ຜ່ານການສ້າງຄວາມຮູ້ໃຫ້ແກ່ເຈົ້າໜ້າທີ່ການເງິນໃນທົ່ວປະເທດ.ກອງປະຊຸມຝຶກອົບຮົມຄູຝຶກ ໄລຍະຫ້າວັນ ເພື່ອພັດທະນາທັກສະຄວາມຮູ້ໃຫ້ແກ່ເຈົ້າໜ້າທີ່ ໄດ້ຮັບການຈັດຕັ້ງຂຶ້ນ ພາຍໃຕ້ການຮ່ວມມືລະຫວ່າງ ສະຖາບັນນັກການບັນຊີຂອງສິງກະໂປ (ISCA) ກະຊວງການເງິນຂອງລາວ ພາຍໃຕ້ການສະໜັບສະໜູນໂດຍມູນນິທິ ເຕມາເສັກ ສາກົນ (TF Intl) ແລະ ຈະດຳເນີນໄປຈົນເຖິງວັນທີ 27 ກັນຍານີ້.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/training-supporting-local-moves-adopt-int%E2%80%99l-accounting-standards-104810

ທະນາຄານກາງອອກມາດຕະການເພື່ອຄຸ້ມຄອງຄ່າເງິນກີບ

ທະນາຄານແຫ່ງ ສປປ ລາວ ໄດ້ອອກມາດຕະການເພື່ອສະກັດກັ້ນການອ່ອນຄ່າຂອງເງິນກີບ ທຽບກັບເງິນຕາຕ່າງປະເທດ.ຕາມຈົດໝາຍັຂ່າວຂອງທະນາຄານກາງໃນອາທິດນີ້, ເພື່ອສະກັດກັ້ນການອ່ອນຄ່າຂອງເງິນກີບທຽບກກັບເງິນໂດລາ ແລະ ເງິນບາດ, ທະນາຄານກາງໄດ້ປັບປຸງປະລິມານເງິນໃນລະດັບໜຶ່ງ ເຊິ່ງສອດຄ່ອງກັບສະພາບເສດຖະກິດ-ສັງຄົມໃນປະຈຸບັນ.ນອກຈາກນີ້ ທະນາຄານຍັງມີການນຳໃຊ້ລະບົບອັດຕາແລກປ່ຽນແບບລອຍຕົວພາຍໃຕ້ການຄຸ້ມຄອງ ເພື່ອເພີ່ມສະຖຽນລະພາບໃຫ້ແກ່ຄ່າເງິນກີບ, ຕາມຈົດໝາຍຂ່າວ ເຊິ່ງມີການເຜີຍແຜ່ຢູ່ໜ້າເວັບໄຊຫຼັກຂອງທະນາຄານແຫ່ງ ສປປ ລາວ.ອ່ານຕໍ່ ...

ເອກະພອນ ພູທອນສີ

ເງິນກີບອ່ອນຄ່າທຽບກັບເງິນບາດ ສົ່ງຜົນກະທົບຕໍ່ຜູ້ນຳເຂົ້າສິນຄ້າໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ການອ່ອນຄ່າຢ່າງຕໍ່ເນື່ອງຂອງເງິນກີບລາວທຽບກັບເງິນບາດຂອງໄທ ໄດ້ສົ່ງຜົນກະທົບຕໍ່ຫົວໜ່ວຍທຸລະກິດໃນລາວ, ໂດຍສະເພາະແມ່ນຜູ້ນຳເຂົ້າສິນຄ້າ, ເຮັດໃຫ້ເຂົາເຈົ້າສູນເສຍຜົນກຳໄລ.ມາຮອດວັນທີ 2 ກັນຍາ, ອັດຕາແລກປ່ຽນຢູ່ທະນາຄານການຄ້າຕ່າງປະເທດລາວ (BCEL) ໜຶ່ງບາດແມ່ນມີອັດຕາຂາຍເທົ່າກັບ 291.92 ກີບ ແລະ ອັດຕາຊື້ແມ່ນຢູ່ທີ່ 289.73 ກີບຕໍ່ໜຶ່ງບາດ.ອ່ານຕໍ່  ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/kip-weakens-against-thai-baht-hurts-lao-importers-103260

ລາວຈະເຂັ້ມງວດໃນການຄຸ້ມຄອງອັດຕາແລກປ່ຽນ

ລັດຖະບານລາວໄດ້ເນັ້ນເຖິງຄວາມຈຳເປັນຕໍ່ການເຂັ້ມງວດໃນການຄຸ້ມຄອງການແລກປ່ຽນເງິນຕາຕ່າງປະເທດ ທ່າມກາງຊ່ອງຫວ່າງລະຫວ່າງອັດຕາແລກປ່ຽນທາງການກັບອັດຕາແລກປ່ຽນໃນທ້ອງຕະຫຼາດທີ່ເພີ່ມສູງຂຶ້ນ.ໃນກອງປະຊຸມສື່ມວນຊົນໃນຕອນທ້າຍຂອງກອງປະຊຸມປະຈຳເດືອນຂອງຄະນະລັດຖະບານໃນວັນທີ 19 ສິງຫານີ້,​ ລັດຖະບານໄດ້ຖະແຫຼງວ່າ ຊ່ອງຫວ່າງລະຫວ່າງອັດຕາແລກປ່ຽນທາງການກັບອັດຕາແລກປ່ຽນໃນທ້ອງຕະຫຼາດທີ່ເພີ່ມສູງຂຶ້ນ ໄດ້ສົ່ງຜົນກະທົບທາງລົບຕໍ່ລາຄາສິນຄ້າອຸປະໂພກບໍລິໂພກໃນລາວ.ສິນຄ້າອຸປະໂພກບໍລິໂພກສ່ວນໃຫຍ່ໃນລາວແມ່ນສິນຄ້ານຳເຂົ້າ, ສະນັ້ນເມື່ອຄ່າເງິນກີບອ່ອນລົງ ເມື່ອທຽບກັບເງິນຕາຕ່າງປະເທດສ່ວນໃຫຍ່ ເຊັ່ນ ເງິນໂດລາ ຫຼື ເງິນບາດ, ເຮັດໃຫ້ລາຄາສິນຄ້າເພີ່ມສູງຂຶ້ນເປັນລຳດັບ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/09/02/laos-to-tighten-management-of-exchange-rates/

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Xm4Cp
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!