ການບໍລິການດ້ານການເງິນ ແລະ ການທະນາຄານ

ນະໂຍບາຍ ແລະ ລະບຽບການບໍລິການດ້ານການເງິນ ແລະ ການທະນາຄານ

ຄະນະລັດຖະບານຊຸກຍູ້ການຄຸ້ມຄອງອັດຕາແລກປ່ຽນໃຫ້ມີປະສິດທິພາບ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະລັດຖະບານຖືເອົາການຄຸ້ມຄອງອັດຕາແລກປ່ຽນເປັນໜຶ່ງໃນບູລິມະສິດສູງສຸດໃນໄລຍະເດືອນຕໍ່ໜ້າ, ເນື່ອງຈາກຊ່ອງຫວ່າງລະຫວ່າງອັດຕາແລກປ່ຽນທາງການ ແລະ ໃນທ້ອງຕະຫຼາດຂະຫຍາຍຕົວເພີ່ມຂຶ້ນ.ຕາມການເປີດເຜີຍຕໍ່ສື່ມວນຊົນໃນຕອນທ້າຍຂອງກອງປະຊຸມປະຈຳເດືອນຂອງຄະນະລັດຖະບານໃນວັນທີ 19 ສິງຫານີ້, ລັດຖະບານໄດ້ເນັ້ນເຖິງຄວາມຈຳເປັນສຳລັບທະນາຄານແຫ່ງ ສປປ ລາວ ແລະ ຂະແໜງການທີ່ກ່ຽວຂ້ອງ ໃຫ້ຮັດແໜ້ນການຄຸ້ມຄອງການແລກປ່ຽນເງິນຕາ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/lao-cabinet-pushes-effective-management-exchange-rates-102988

ເຈົ້າໜ້າທີ່ພາສີຈັດຕັ້ງກິດຈະກຳສົ່ງເສີມການຕ້ານການຟອກເງິນ

ວຽງຈັນ (ວຽງຈັນທາມສ໌/ANN) – ປ້າຍຂໍ້ມູນຂ່າວສານໄດ້ມີການຕິດຕັ້ງຢູ່ດ່ານຊາຍແດນເຂົ້າອອກປະເທດ ເພື່ອໃຫ້ຂໍ້ມູນແກ່ຜູ້ເດີນທາງ ກ່ຽວກັບລະບຽບການຂອງປະເທດລາວໃນການຖືຄອງ ແລະ ຂົນຍ້າຍເງິນຕາຕ່າງໆ.ການລິເລີ່ມດັ່ງກ່າວແມ່ນສ່ວນໜຶ່ງຂອງກິດຈະກຳການໂຄສະນາເພື່ອສົ່ງເສີມຄວາມຮູ້ຄວາມເຂົ້າໃຈໃນທົ່ວປະເທດ ໂດຍຫ້ອງການຕ້ານການຟອກເງິນ (AMLIO) ແລະ ເຈົ້າໜ້າທີ່ພາສີລາວ ຮ່ວມກັບສະຖາບັນເພື່ອການຊ່ວຍເຫຼືອດ້ານກົດໝາຍ ແລະ ສະໜັບສະໜູນວິຊາການ (ILSTA).ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/customs-officials-step-campaign-against-money-laundering-102627

ທະນາຄານໂລກຊຸກຍູ້ໃຫ້ລາວປ່ອຍຄ່າເງິນກີບໃຫ້ເປັນໄປຕາມກົນໄກຕະຫຼາດ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານໂລກໄດ້ແນະນຳໃຫ້ປະເທດລາວປ່ອຍຄ່າເງິນຕາຂອງຕົນໃຫ້ເປັນໄປຕາມກະແສຂອງຕະຫຼາດ ໃນຂະນະທີ່ປະເທດຕ່າງໆໄດ້ມີການປະກາດຫຼຸດອັດຕາດອກເບ້ຍ ທ່າມກາງສົງຄາມການຄ້າລະຫວ່າງສະຫະລັດ ແລະ ຈີນ.ທ່ານ ສົມນຶກ ດາວວະດິງ ນັກເສດຖະສາດລະດັບສູງຂອງທະນາຄານໂລກ ໄດ້ໃຫ້ຄຳແນະນຳດັ່ງກ່າວໃນການເປີດຕົວບົດລາຍງານການຕິດຕາມເສດຖະກິດຂອງລາວສະບັບຫຼ້າສຸດໃນວັນຈັນຜ່ານມາ, ພາຍຫຼັງທະນາຄານກາງຂອງສະຫະລັດ ໄດ້ແຈ້ງຫຼຸດອັດຕາດອກເບ້ຍເພື່ອຫຼຸດຜ່ອນຜົນກະທົບຈາກຄວາມເຄັ່ງຕຶງທາງການຄ້າ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/world-bank-urges-laos-let-kip-follow-market-102043

ທະນາຄານແຫ່ງລັດແນະນຳໃຫ້ເພີ່ມຄວາມເຂັ້ມງວດກັບໜ່ວຍແລກປ່ຽນເງິນຕາ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ (BOL) ບໍ່ຄວນຈະອອກພຽງແຕ່ຄຳເຕືອນຕໍ່ໜ່ວຍແລກປ່ຽນເງິນຕາຕ່າງປະເທດທີ່ບໍ່ປະຕິບັດຕາມລະບຽບການກ່ຽວກັບເງິນຕາ, ເຈົ້າໜ້າທີ່ການນຳຂອງສະພານການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວກ່າວວານນີ້.ຄຳເຫັນດັ່ງກ່າວໄດ້ມີຂຶ້ນໃນລະຫວ່າງກອງປະຊຸມປຶກສາຫາລືລະຫວ່າງຕາງໜ້າຈາກໜ່ວຍງານລັດ ແລະ ຂະແໜງເອກະຊົນໃນນະຄອນຫຼວງວຽງຈັນໃນວັນອັງຄານຜ່ານມາ ເພື່ອຫາລືກ່ຽວກັບອັດຕາແລກປ່ຽນ ແລະ ຫົວຂໍ້ອື່ນໆທີ່ກ່ຽວຂ້ອງກັບການບໍລິການສາທາລະນະເພື່ອອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/bank-laos-advised-more-strictly-regulate-money-changers-101752

ກະຊວງຕັ້ງເປົ້າປະຕິຮູບຜ່ານໂຄງການລົງທຶນຂອງລັດ

ກະຊວງການເງິນເຊື່ອວ່າການຄຸ້ມຄອງລະບົບການເງິນຂອງລັດຈະມີປະສິດທິຜົນ, ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້ດີຍິ່ງຂຶ້ນ ພາຍຫຼັງການລິເລີ່ມການຈັດຕັ້ງປະຕິບັດສອງໂຄງການເພື່ອສະໜັບສະໜູນການປະຕິຮູບໃນວັນສຸກແລ້ວນີ້.ການລິເລີ່ມສອງໂຄງການດັ່ງກ່າວມີຄື ໂຄງການເສີມຂະຫຍາຍການຄຸ້ມຄອງການເງິນຂອງລັດຜ່ານການນຳໃຊ້ເທັກໂນໂລຢີ ແລະ ທັກສະດ້ານຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ໂຄງການປະຕິຮູບການຄຸ້ມຄອງການເງິນຂອງລັດ (EU-WB TF).ອ່ານຕໍ່ ...

ບຸນແຝງ ໄພມະນີວົງ

ລັດຖະບານຮ້ອງຂໍສະພາແຫ່ງຊາດໃຫ້ພິຈາລະນານະໂຍບາຍການລົງທຶນ BOT ໃນອະນາຄົດ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສະມາຊິກສະພາແຫ່ງຊາດພິຈາລະນາການນຳໃຊ້ນະໂຍບາຍເພື່ອດຶງດູດການລົງທຶນຈາກຕ່າງປະເທດ ສຳລັບໂຄງການພັດທະນາພື້ນຖານໂຄງລ່າງຂອງລັດ.ລັດຖະບານຕ້ອງການສົ່ງເສີມການລົງທຶນທີ່ຈົດທະບຽນພາຍໃຕ້ຕົວແບບ ສ້າງ-ດຳເນີນການ-ສົ່ງມອບ (BOT) ເຊິ່ງທຸລະກິດເອກະຊົນເປັນຜູ້ລົງທຶນຮ້ອຍສ່ວນຮ້ອຍ ຈາກນັ້ນວິສາຫະກິດຈະເປັນຜູ້ຄຸ້ມຄອງພາຍໃນກຳນົດເວລາທີ່ຕົກລົງກັນ ກ່ອນຈະສົ່ງມອບ ແລະ ສືບຕໍ່ດຳເນີນການໂດຍລັດຖະບານ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/lao-govt-asks-na-consider-incentives-future-bot-investments-98384

ລາວພວມເລັ່ງຈັດຕັ້ງປະຕິບັດນະໂຍບາຍຄວບຄຸມເງິນຕາ: ນາຍົກ

ວຽງຈັນ (ວຽງຈັນທາມສ໌/ANN) – ການຄຸ້ມຄອງເງິນຕາຂອງລາວກຳລັງໄດ້ຮັບການເລັ່ງຈັດຕັ້ງປະຕິບັດໃນທົ່ວປະເທດ ເພື່ອເຮັດໃຫ້ອັດຕາເງິນເຟີ້ຄົງທີ່ຢູ່ທີ່ 1.5 ເປີເຊັນ.ເຖິງຢ່າງໃດກໍຕາມ ສະພາແຫ່ງຊາດໄດ້ມອບໝາຍພາລະກິດໃຫ້ລັດຖະບານ ຄວບຄຸມອັດຕາແລກປ່ຽນເງິນຕາຕ່າງປະເທດໃຫ້ຢູ່ໃນລະດັບຕ່ຳກວ່າ 5 ເປີເຊັນພາຍໃນທ້າຍປີນີ້.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/currency-control-measures-being-moderately-implemented-lao-pm-98319

ຂະແໜງການທະນາຄານໃນລາວປັບປຸງລະບຽບການທາງການເງິນ

ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງການທະນາຄານຂອງລາວກຳລັງມີການປັບປຸງລະບຽບການ ແລະ ດັດປັບການກະກຽມສຳລັບການຈັດຕັ້ງປະຕິບັດຫຼັກການ Basel II, ລວມທັງການຮຽນຮູ້ກ່ຽວກັບມາດຕະຖານການລາຍງານທາງການເງິນສາກົນ (IFRS 9).IFRS 9 ແມ່ນໄດ້ຮັບການປະກາດໃຊ້ໂດຍຄະນະກຳມະການມາດຕະຖານການບັນຊີສາກົນ (IASB) ແລະ ນຳໃຊ້ເພື່ອເປັນເຄື່ອງມືທາງການເງິນ. ເຊິ່ງປະກອບດ້ວຍສາມຫົວຂໍ້ຫຼັກຄື: ການຈຳແນກ ແລະ ການວັດແທກເຄື່ອງມືທາງການເງິນ, ການເຊື່ອມມູນຄ່າຂອງຊັບສິນທາງການເງິນ ແລະ ການບັນຊີປ້ອງກັນຄວາມສ່ຽງ.ອ່ານຕໍ່ ...

ໂຕະຂ່າວ

BOL ເຕືອນທຸລະກິດການເງິນຈຸນລະພາກທີ່ບໍ່ແມ່ນທະນາຄານບໍ່ໃຫ້ຊື້ຂາຍແລກປ່ຽນເງິນຕາຕ່າງປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ (BOL) ເຕືອນມະຫາຊົນບໍ່ໃຫ້ແລກປ່ຽນ, ຊື້ ຫຼື ຂາຍເງິນຕາຕ່າງປະເທດ ຜ່ານຫ້າປະເພດສະຖາບັນການເງິນຈຸນລະພາກທີ່ບໍ່ແມ່ນທະນາຄານ.ຫ້າປະເພດທຸລະກິດການເງິນຈຸນລະພາກມີຄື ສະຖາບັນການເງິນຈຸນລະພາກຮັບຝາກເງິນ, ສະຖາບັນການເງິນຈຸນລະພາກບໍ່ຮັບຝາກເງິນ, ສະຫະພັນເງິນຝາກ ແລະ ສິນເຊື່ອ, ທຸລະກິດເຊົ່າ, ແລະ ທຸລະກິດຊວດຈຳ, ທ່ານ ອາລຸນ ບຸນຍົງ ຫົວໜ້າພະແນກຄຸ້ມຄອງສະຖາບັນການເງິນຂອງທະນາຄານກາງ.ອ່ານຕໍ່ ...

ໂຕະຂ່າວ

ທະນາຄານການຊຸກຍູ້ການສ້າງສະຖຽນລະພາບໃຫ້ເງິນກີບ

ທະນາຄານແຫ່ງ ສປປ ລາວ ຕ້ອງນຳໃຊ້ມາດຕະການທີ່ເປັນຮູບປະທຳເພື່ອຮັກສາຄ່າຂອງເງິນກີບ ບໍ່ດັ່ງນັ້ນລາວອາດຕ້ອງຜະເຊີນກັບສິ່ງທ້າທາຍອັນໃຫຍ່ຫຼວງໃນການຮັກສາຄ່າຄອງຊີບໃຫ້ຢູ່ໃນລະດັບທີ່ສາມາດຢູ່ໄດ້ ຕາມບົດລາຍງານຈາກສູນສະຖິຕິແຫ່ງຊາດ.ສູນສະຖິຕິແຫ່ງຊາດເຊິ່ງເປັນໜ່ວຍງານຮັບຜິດຊອບເກັບກຳຂໍ້ມູນເສດຖະກິດສັງຄົມ ໄດ້ເປີດເຜີຍບົດລາຍງາຍກ່ຽວກັບສະຖານະການເງິນເຟີ້ຫຼ້າສຸດໃນລາວ, ເຊິ່ງຍົກໃຫ້ເຫັນສິ່ງທ້າທາຍທີ່ປະເທດກຳລັງຜະເຊີນໃນປະຈຸບັນ ໂດຍສະເພາະແມ່ນການເພີ່ມສູງຂຶ້ນຂອງຄ່າຄອງຊີບ ຍ້ອນໄພເງິນເຟີ້.ອ່ານຕໍ່ ...

ເອກະພອນ ພູທອນສີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

m8fwT
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!