ການຊ່ວຍເຫຼືອ ແລະ ການພັດທະນາ

ຍີ່ປຸ່ນຈະຊ່ວຍເຫຼືອອຸປະກອນໃນການຮັບມືກັບໄພພິບັດໃນລາວ

ລັດຖະບານຍີ່ປຸ່ນ ໄດ້ຕົກລົງມອບອຸປະກອນໃຫ້ແກ່ລາວ ເພື່ອຊ່ວຍເຫຼືອໃນການສ້າງຄວາມສາມາດດ້ານການກະກຽມ, ຈັດການ ແລະ ຮັບມືກັບໄພພິບັດທາງທຳມະຊາດ, ຕາມການເປີດເຜີຍຂອງກະຊວງການຕ່າງປະເທດ.ກົມການຂ່າວຂອງກະຊວງໄດ້ຖະແຫຼງໃນມື້ວານນີ້ວ່າ ທ່ານ ເຄນຈິ ວາຄາມິຢະ ລັດຖະມົນຕີກະຊວງການຕ່າງປະເທດຂອງຍີ່ປຸ່ນ ໄດ້ຢືນຢັນການຊ່ວຍເຫຼືອທີ່ບໍ່ກ່ຽວກັບໂຄງການຂອງລັດຖະບານຍີ່ປຸ່ນສຳລັບປະເທດລາວ ໃນລະຫວ່າງການຈັດກອງປະຊຸມພາຄີກັບກະຊວງການຕ່າງປະເທດລາວລາວ ນຳໂດຍທ່ານ ທອງພັນ ສະຫວັນເພັດ.ອ່ານຕໍ່ ...

http://Ekaphone Phouthonesy

ອົງການ UNDP, ນ້ຳເທີນ 2 ຊ່ວຍເຫຼືອວິທະຍຸຊຸມຊົນແຂວງຄຳມ່ວນ

(ຂປລ) ໃນວັນທີ 3 ຕຸລານີ້ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ລົງນາມໃນຂໍ້ຕົກລົງການປະກອບສ່ວນ ກັບຄູ່ຮ່ວມງານເອກະຊົນໃໝ່, ບໍລິສັດໄຟຟ້ານ້ຳເທີນ 2 ຈຳກັດ (NTPC) ໃນການສະໜັບສະໜູນການສ້າງຕັ້ງວິທະຍຸຊົມຊົນໃໝ່ ຢູ່ເມືອງນາກາຍ, ແຂວງຄຳມ່ວນ.ພາຍໃຕ້ຂໍ້ຕົກລົງດັ່ງກ່າວ, NTPC ໄດ້ຕົກລົງໃຫ້ການຊ່ວຍເຫຼືອມູນຄ່າ USD 120,000 ໂດລາໃນໄລຍະສາມປີ ເຊິ່ງເປັນການສົມທົບທຶນກັບອົງການ UNDP ມູນຄ່າ USD 80,000.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48613

EU ແລະ UNICEF ບໍລິຈາກລົດຈັກ ແລະ ເຄື່ອງຄັອມພິວເຕີໃຫ້ກະຊວງສຶກສາ

(ຂປລ) ເພື່ອເປັນສ່ວນໜຶ່ງຂອງການຮ່ວມງານເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາ (PSES), ສະຫະພາບຢູໂຣບ (EU) ແລະ ອົງການຢູນິເຊັບ (UNICEF) ໄດ້ມອບອຸປະກອນໃຫ້ກະຊວງສຶກສາທິການ ແລະ ກິລາ (MoES) ມູນຄ່າລວມ US$ 121,000 ໂດລາ, ເຊິ່ງລວມມີ ລົດຈັກ 40 ຄັນ, ຄັອມພິວເຕີຕັ້ງໂຕະ 62 ຊຸດ, ແລະ ຄັອມພິວເຕີມືຖື 3 ເຄື່ອງ.ພິທີມອບຮັບເຄື່ອງອຸປະກອນດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ກະຊວງສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໃນວັນທີ 3 ຕຸລານີ້ ລະຫວ່າງທ່ານ ລີໂອ ເຟເບີ ເອກອັກຄະລັດຖະທູດຢູໂຣປະຈຳ ສປປ ລາວ, ທ່ານ ເອີຟານ ອັກຕາ ຜູ້ຕາງໜ້າອົງການຢູນິເຊັບປະຈຳ ສປປ ລາວ, ແລະ ທ່ານນາງ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48604

IAEA ລົງນາມໃນຂໍ້ຕົກລົງການກະກຽມການປະຕິບັດເພື່ອການຮ່ວມມືສາມຫຼ່ຽມກັບປະເທດກຳປູເຈຍ, ສປປ ລາວ ແລະ ຫວຽດນາມ

ຕາມການລົງນາມໃນຂໍ້ຕົກລົງການກະກຽມການປະຕິບັດ (PAs) ສອງສະບັບທີ່ສະໜັບສະໜູນເຊິ່ງກັນແລະກັນໃນວັນທີ 17 ກັນຍານີ້, ອົງການພະລັງງານປະລະມະນູສາກົນ (IAEA) ໄດ້ຈັດຕັ້ງຂອບໂຄງສ້າງການຮ່ວມມືໃຕ້-ໃຕ້ ທີ່ກ່ຽວຂ້ອງກັນສາມປະເທດສະມາຊິກໃນພາກພື້ນອາຊີ ແລະ ປາຊິຟິກ ຄຽງຄູ່ກັບ IAEA.ຂໍ້ຕົກລົງການກະກຽມດັ່ງກ່າວ ແມ່ນເປັນຂອບໂຄງສ້າງເພື່ອການຮ່ວມມື ໃນຂົງເຂດວຽກງານບູລິມະສິດລະດັບກວ້າງ, ນັບແຕ່ການທົບສອບປະລະມະນູໂດຍສັນຕິ ແລະ ການນຳໃຊ້ເພື່ອອຸດສາຫະກຳ ໄປເຖິງການນຳໃຊ້ນິວເຄຼຍໃນທາງການແພດ ແລະ ການປັບປຸງທາງພັນທຸກຳ. ພາຍໃຕ້ຂອບໂຄງສ້າງດັ່ງກ່າວ, ປະເທດຫວຽດນາມຈະເປັນຜູ້ສະໜັບສະໜູນໂຄງການສຶກສາອົບຮົມໃນໄລຍະສັ້ນ ແລະ ໄລຍະຍາວໃຫ້ແກ່ປະເທດກຳປູເຈຍ ແລະ ສປປ ລາວ.ອ່ານຕໍ່ ...

Mykola Kurylchyk
https://www.iaea.org/newscenter/news/iaea-signs-practical-arrangements-for-triangular-cooperation-with-cambodia-lao-pdr-and-viet-nam

ລາວເຂົ້າຮ່ວມເປັນສະມາຊິກໃນສອງສົນທິສັນຍາຂອງສະຫະປະຊາດເພີ່ມເຕີມ

ລັດຖະບານ ໄດ້ຕົກລົງເຂົ້າຮ່ວມເປັນປະເທດສະມາຊິກໃນສົນທິສັນຍາຂອງອົງການສະຫະປະຊາຊາດ ວ່າດ້ວຍສັນຍາການຊື້ຂາຍສິນຄ້າສາກົນ ໂດຍຫວັງ່ວາກົດລະບຽບສາກົນດັ່ງກ່າວຈະຊ່ວຍປົກປ້ອງຜົນປະໂຫຍດຂອງປະເທດໃນດ້ານການຄ້າກັບສາກົນ.ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຍື່ນໜັງສືແຈ້ງຈາກລັດຖະບານ ໃນວັນທີ 26 ກັນຍານີ້ ຕໍ່ທ່ານ ມີເກວ ເດ ເຊີປາ ຊໍເຣັສ໌ ເລຂາທິການດ້ານກົດໝາຍ ແລະ ສະພານິຕິບັນຍັດສະຫະປະຊາຊາດ ເພື່ອຢືນຢັນການເຂົ້າເປັນສະມາຊິກສົນທິສັນຍາຂອງລາວ.ອ່ານຕໍ່ ...

ເອກະພອນ ພູທອນສີ

ເຢຍລະມັນໃຫ້ການຊ່ວຍເຫຼືອການພັດທະນາພື້ນຖານໂຄງລ່າງໃນຊົນນະບົດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຢຍລະມັນຕົກລົງໃຫ້ການຊ່ວຍເຫຼືອໃນປັບປຸງການເຂົ້າເຖິງບ້ານໃນຊົນນະບົດໃນທຸກລະດູ, ການສົ່ງເສີມການສ້າງລາຍຮັບ, ການປັບປຸງສະພາບຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແຂວງຄຳມ່ວນ ແລະ ແຂວງອັດຕະປື.ທຶນສຳລັບສອງໂຄງການພັດທະນາຊົນນະບົດດັ່ງກ່າວ ຈະນຳໃຊ້ເຂົ້າໃນການກໍ່ສ້າງ ແລະ ບູລະນະຖະໜົນໃນຊົນນະບົດໃນສອງແຂວງດັ່ງກ່າວ ພາຍໃຕ້ໂຄງການພັດທະນາຊົນນະບົດ (RDP) ໄລຍະ 2 ແລະ ໂຄງການຟື້ນຟູພື້ນຖານໂຄງລ່າງຢູ່ພາກໃຕ້ຂອງລາວ (RISL).ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/germany-gives-boost-rural-infrastructure-development-105065

ອອສ໌ເຕຼເລຍສົ່ງເສີມການເຂົ້າເຖິງການສຶກສາທີ່ມີຄຸນນະພາບສຳລັບເດັກນ້ອຍລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງຮຽນ 582 ແຫ່ງໃນເກົ້າແຂວງ ໄດ້ຮັບຫ້ອງຮຽນໃໝ່ ພ້ອມທັງນ້ຳສະອາດ ແລະ ສຸຂາພິບານ ພາຍໃຕ້ການຊ່ວຍເຫຼືອຂອງ ອອສ໌ເຕຼເລຍ ຮ່ວມກັບສະຫະພາບຢູໂຣບ, ຜ່ານໂຄງການສົ່ງເສີມຄຸນນະພາບ ແລະ ການເຂົ້າເຖິງການສຶກສາຂັ້ນພື້ນຖານໃນລາວ (BEQUAL).ພິທີມອບຮັບສິ່ງອຳນວຍຄວາມສະດວກໃນໂຮງຮຽນດັ່ງກ່າວ ໄດ້ຈັດຂຶ້ນທີ່ກະຊວງສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໃນອາທິດນີ້ ພາຍໃຕ້ການເຂົ້າຮ່ວມຂອງຜູ້ຕາງໜ້າຈາກກົມກອງທີ່ກ່ຽວຂ້ອງ, ພະແນກສຶກສາ ແລະ ກິລາຈາກເກົ້າແຂວງທີ່ໄດ້ຮັບຜົນປະໂຫຍດ, ກໍຄືຄູ່ຮ່ວມພັດທະນາແລະ ອົງການຈັດຕັ້ງທີ່ມີສ່ວນຮ່ວມຕ່າງໆ. ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/australia-boosts-laos-children%E2%80%99s-access-better-quality-education-105064

ນັກສຶກສາມາເລເຊຍ ນຳທີມໂຄງການອາສາສະໝັກຊ່ວຍເຫຼືອໃນລາວ

ນັັກສຶກສາລາວ ແລະ ມາເລເຊຍ ຈະອາສາຮັບໃຊ້ຊຸມຊົນໃນລາວເປັນເວລາສອງອາທິດ ພາຍໃຕ້ໂຄງການພາລະກິດນັກສຶກສາອາສາສະໝັກຮ່ວມຄັ້ງທີ 7 ພາຍໃຕ້ການສະໜັບສະໜູນໂດຍ ມູນນິທິນັກສຶກສາອາສາສະໝັກ Yayasan Sukarelawan Siswa (YSS).ພາຍໃຕ້ໂຄງການດັ່ງກ່າວ, ນັກສຶກສາອາສາສະໝັກມາເລເຊຍ 70 ຄົນຈາກສະຖາບັນການສຶກສາຊັ້ນສູງໃນມາເລເຊຍ ແລະ ນັກສຶກສາອາສາສະໝັກລາວ 50 ຄົນ ຈາກວິທະຍາໄລຄູບ້ານເກີນ ແຂວງວຽງຈັນ ຈະເຂົ້າຮ່ວມໃນກິດຈະກຳອາສາສະໝັກຕ່າງໆ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ອົງການ UNDP ເປີດຕົວຫ້ອງແລັບ Accelerator

(ຂປລ) ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ໄດ້ເປີດຕົວຫ້ອງແລັບ Accelerator ເຊິ່ງເຊື່ອມໂຍງກັບເຄືອຂ່າຍຫ້ອງແລັບ 60 ແຫ່ງໃນ 78 ປະເທດທົ່ວໂລກ.ບັນຫາໃນຍຸກໂລກາພິວັດ, ການປ່ຽນແປງຂອງສະພາບອາກາດ ແລະ ການພັດທະນາ ຮຽກຮ້ອງໃຫ້ມີການປັບປຸງວິທີການ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນກັບສັງຄົມມະນຸດໃນຍຸກໃໝ່ ແລະ ການສ້າງອະນາຄົດອັນຍືນຍົງສຳລັບທຸກຄົນ.ຫ້ອງແລັບ Accelerator ຂອງ ສປປ ລາວຈະຄົ້ນຄວ້າວີທິການແກ້ໄຂບັນຫາໃນລະດັບຮາກຖານ, ທົບສອບ ແລະ (ຖ້າສຳເລັດ) ຜັນຂະຫຍາຍສູ່ການປະຕິບັດໃຫ້ເກີດດອກອອກຜົນ ເພື່ອຈັດການກັບບັນຫາທີ່ສຳຄັນໃຫ້ໄວທີ່ສຸດ. ຕົວຢ່າງຂອງບັນຫາໃນການພັດທະນາທີ່ທາງຫ້ອງແລັບຢາກແກ້ໄຂໃນລາວກໍຄື ວິກິດການດ້ານຂີ້ເຫຍື້ອຢາງປາສ໌ຕິກ ແລະ ການມີວຽກເຮັດງານທຳຂອງໄວໜຸ່ມ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48303

ອົງການ JICA ສະໜັບສະໜູນການກໍ່ສ້າງຍົກລະດັບໂຄງລ່າງນ້ຳປະປາຢູ່ແຂວງຫຼວງພະບາງ

ອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ຈະໃຫ້ການສະໜັບສະໜູນການກໍ່ສ້າງ ເພື່ອຍົກລະດັບພື້ນຖານໂຄງລ່າງນ້ຳປະປາ ຢູ່ແຂວງຫຼວງພະບາງ ແຕ່ປີ 2019-2022 ພາຍໃຕ້ຂໍ້ຕົກລົງການຊ່ວຍເຫຼືອລ້າມູນຄ່າ US$18.4 ລ້ານໂດລາ.ບໍລິສັດທີ່ປຶກສາ Nihon Suido ຈຳກັດຈະເປັນຜູ້ກະກຽມເອກະສານການປະມູນ, ຄັດເລືອກການປະມູນ ແລະ ກວດກາໂຄງການກໍ່ສ້າງດັ່ງກ່າວ. ທ່ານ ຂັນທອງ ວໍລະຈິດ ຫົວໜ້າພະແນກນ້ຳປະປາ, ກົມນ້ຳປະປາ, ກະຊວງໂຍທາທິການ ແລະ ຂົນສົ່ງກ່າວວ່າ ບໍລິສັດທີ່ປຶກສາ Nihon Suido ຈຳກັດ ຈະຄັດເລືອກບໍລິສັດຍີ່ປຸ່ນເພື່ອເລີ່ມຕົ້ນໂຄງການກໍ່ສ້າງໃນເດືອນເມສາປີໜ້າ ເຊິ່ງຈະໃຫ້ສຳເລັດໃນປີ 2022.ອ່ານຕໍ່  ...

ສັງຄົມໄຊ ບຸບຜານຸວົງ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

UZ9MV
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!