ລາວເຂົ້າຮ່ວມເປັນສະມາຊິກໃນສອງສົນທິສັນຍາຂອງສະຫະປະຊາດເພີ່ມເຕີມ

ລັດຖະບານ ໄດ້ຕົກລົງເຂົ້າຮ່ວມເປັນປະເທດສະມາຊິກໃນສົນທິສັນຍາຂອງອົງການສະຫະປະຊາຊາດ ວ່າດ້ວຍສັນຍາການຊື້ຂາຍສິນຄ້າສາກົນ ໂດຍຫວັງ່ວາກົດລະບຽບສາກົນດັ່ງກ່າວຈະຊ່ວຍປົກປ້ອງຜົນປະໂຫຍດຂອງປະເທດໃນດ້ານການຄ້າກັບສາກົນ.

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຍື່ນໜັງສືແຈ້ງຈາກລັດຖະບານ ໃນວັນທີ 26 ກັນຍານີ້ ຕໍ່ທ່ານ ມີເກວ ເດ ເຊີປາ ຊໍເຣັສ໌ ເລຂາທິການດ້ານກົດໝາຍ ແລະ ສະພານິຕິບັນຍັດສະຫະປະຊາຊາດ ເພື່ອຢືນຢັນການເຂົ້າເປັນສະມາຊິກສົນທິສັນຍາຂອງລາວ.

ອ່ານຕໍ່…

ເອກະພອນ ພູທອນສີ