ສິນຄ້າກະສິກຳ, ການປຸງແຕ່ງ ແລະ ຜະລິດຕະພັນ
ສິນຄ້າ ແລະ ຜະລິດຕະພັນພືດ
ບົດບັນນາທິການ: ເຂົ້າສານທີ່ນຳເຂົ້າມີລາຄາທີ່ຖືກກວ່າເຂົ້າສານທີ່ປູກພາຍໃນປະເທດ
ວຽງຈັນ (ວຽງຈັນທາມສ໌/ANN) – ຄົນລາວສ່ວນໃຫຍ່ນິຍົມບໍລິໂພກເຂົ້າໜຽວ ເຊິ່ງເປັນສະບຽງອາຫານຫຼັກຂອງຄົນລາວທົ່ວປະເທດ.ໃນຊຸມປີຜ່ານມາ ລາຄາເຂົ້າທີ່ຜະລິດໃນລາວແມ່ນນັບມື້ນັບສູງຂຶ້ນ ແລະ ບໍ່ເຄີຍລົງ. ສາເຫດຂອງບັນຫານີ້ແມ່ນຍ້ອນພື້ນທີ່ປູກເຂົ້າຈຳນວນຫຼາຍ ບໍ່ສາມາດທຳການຜະລິດໄດ້ຕາມເປົ້າໝາຍ ເນື່ອງຈາກລະດູແລ້ງທີ່ແກ່ຍາວ ແລະ ໄພນ້ຳຖ້ວມ. ບາງພາກຂອງປະເທດບໍ່ສາມາດຜະລິດເຂົ້າໄດ້ພຽງພໍຕໍ່ຄວາມຕ້ອງການ ສ່ວນຜູ້ຂາຍເອງກໍສວຍໂອກາດຂຶ້ນລາຄາເຂົ້າໃນເວລາຂາດແຄນ. ຕາມຄຳສຸພາສິດທີ່ວ່າ “ນ້ຳຂຶ້ນໃຫ້ຮີບຕັກ ຖ້າບໍ່ດັ່ງນັ້ນຈະບໍ່ໄດ້ຫຍັງ.”ອ່ານຕໍ່ ...
ໂຕະຂ່າວບັນນາທິການ
http://annx.asianews.network/content/editorial-imported-rice-cheaper-rice-grown-laos-105519
ລັດຖະບານປ່ອຍເຂົ້າສານອອກຈາກຄັງ ເພື່ອຫຼຸດຜ່ອນລາຄາໃນທ້ອງຕະຫຼາດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ອະນຸມັດການປ່ອຍຂາຍເຂົ້າສານອອກຈາກຄັງຈຳນວນ 2,000 ໂຕນ ເພື່ອຫຼຸດຜ່ອນລາຄາເຂົ້າໃນທ້ອງຕະຫຼາດທີ່ເພີ່ມສູງຂຶ້ນ ເນື່ອງຈາກການຂາດແຄນການສະໜອງເຮັດໃຫ້ລາຄາເຂົ້າ ຖີບຕົວສູງຂຶ້ນກວ່າ 20 ສ່ວນຮ້ອຍທຽບກັບລາຄາປົກກະຕິ.ບາດກ້າວດັ່ງກ່າວກໍ່ເພື່ອຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ຜູ້ບໍລິໂພກ ແລະ ຫຼຸດຜ່ອນພາລະສຳລັບຜູ້ທີ່ມີລາຍໄດ້ໜ້ອຍ ແລະ ປານກາງ.ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ຊີ້ນຳໃຫ້ບໍລິສັດ ຄຳແພງເພັດ ແຈ້ງສະຫວ່າງ ສົ່ງເສີມກະສິກຳ ຈຳກັດ ປ່ອຍເຂົ້າສານ 2,000 ໂຕນ ພາຍຫຼັງຂໍ້ສັນຍາທີ່ລັດຖະບານ ແລະ ບໍລິສັດໄດ້ເຊັນຕົງລົງກັນມີຜົນນຳໃຊ້.ລາຄາເຂົ້າສານໜຽວລະດັບສອງ ທີ່ວາງຂາຍໃນຫ້າຈຸດໃນນະຄອນຫຼວງວຽງຈັນແມ່ນ 6,500 ກີບຕໍ່ກີໂລ ສຳລັບຊ່ວງວັນທີ 23-30 ກັນຍານີ້. ລາຄາດັ່ງກ່າວແມ່ນຕ່ຳກວ່າລາຄາຕະຫຼາດປະຈຸບັນ 2,000 ກີບ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/laos-govt-releases-stockpiled-rice-lower-market-price-105063
ລາວຈຳກັດການສົ່ງອອກເຂົ້າສານ ເນື່ອງຈາກການສະໜອງທີ່ຕ່ຳ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດສົ່ງເສີມກະສິກຳໃນລາວຫຼາຍແຫ່ງໄດ້ຈຳກັດປະລິມານການສົ່ງອອກເຂົ້າສານ ເນື່ອງຈາກຄວາມຂາດແຄນດ້ານການສະໜອງພາຍໃນປະເທດ ທ່າມກາງຄວາມຕ້ອງການທີ່ສູງຈາກຕ່າງປະເທດ.ລາຄາເຂົ້າທີ່ເພີ່ມສູງຂຶ້ນ ແລະ ຜົນກະທົບຈາກໄພນ້ຳຖ້ວມໃນປະເທດໃນລະດູຝົນນີ້ ແມ່ນສາເຫດຕົ້ນຕໍທີ່ຊາວກະສິກອນເກັບສຳຮອງເຂົ້າສານໄວ້ເພື່ອບໍລິໂພກເອງ, ຕາມການເປີດເຜີຍຂອງຂະແໜງອຸດສາຫະກຳ ແລະ ການຄ້າ.ໃນໄລຍະຜ່ານມາ ລາວໄດ້ສົ່ງອອກເຂົ້າສານພຽງແຕ່ 1,350 ໂຕນໄປປະເທດຈີນ ໃນຈຳນວນໂກຕາການສົ່ງອອກທັງໝົດ 50,000 ໂຕນຕາມຂໍ້ຕົກລົງລະຫວ່າງລັດຖະບານລາວ ແລະ ບໍລິສັດທັນຍະພືດ, ນ້ຳມັນ ແລະ ສະບຽງອາຫານແຫ່ງຊາດຈີນ (COFCO).ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/laos-limits-rice-exports-due-short-supply-104201
ລັດຖະບານ ແລະ ອົງການຈັດຕັ້ງສາກົນ ກະກຽມໂຄງການກະສິກຳທາງເລືອກສຳລັບລະບົບການຜະລິດເຂດພູດອຍ
ລັດຖະບານລາວ ຮ່ວມກັບອົງການສິ່ງແວດລ້ອມໂລກ ແລະ ອົງການອາຫານ ແລະ ການກະເສດສະຫະປະຊາຊາດ ຈັັດຕັ້ງໂຄງການ “ກະສິກຳທາງເລືອກທີ່ສາມາດປັບຕໍ່ສະພາບອາກາດ ສຳລັບລະບົບການຜະລິດເຂດພູດອຍ ໃນ ສປປ ລາວ.”ຈຸດປະສົງຕົ້ນຕໍຂອງໂຄງການ ແມ່ນເພື່ອເສີມຂະຫຍາຍຄວາມສາມາດໃນການຮອງຮັບ ຂອງຊຸມຊົນເຂດພູດອຍ ທີ່ອ່ອນໄຫວຕໍ່ຜົນຈາກການປ່ຽນແປງຂອງສະພາບອາກາດ ໃນລະບົບການຜະລິດເຂດພູດອຍ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ອຸດສາຫະກຳການປູກຜັກໃນລາວຜະເຊີນສິ່ງທ້າທາຍຫຼາຍຢ່າງ
ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງການປູກຜັກຂອງລາວກຳລັງຜະເຊີນກັບສິ່ງທ້າທາຍຫຼາຍຢ່າງ ເຊິ່ງຕ້ອງການຄວາມຊ່ຽວຊານ ແລະ ປະສົບການຂອງຜູ້ມີສ່ວນຮ່ວມ, ຂະແໜງການລັດ ແລະ ເອກະຊົນ ແລະ ຄູ່ຮ່ວມພັດທະນາ ເພື່ອປັບປຸງຍົກລະດັບຄວາມສາມາດດ້ານການຜະລິດ ແລະ ການສ້າງຜົນກຳໄລ.ກອງປະຊຸມຂະແໜງປູກຜັກລະດັບພາກພື້ນ ພາຍໃຕ້ຫົວຂໍ້ “ການສະໜັບສະໜູນການນຳໃຊ້ການແຊກແຊງຂອງທຸລະກິດລາຍຍ່ອຍ ເພື່ອການຜະລິດພືດຜັກແບບຍືນຍົງຕະຫຼອດປີ ” ໄດ້ຈັດຂຶ້ນທີ່ວຽງຈັນວານນນີ້.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/vegetable-industry-laos-facing-several-challenges-103966
ນ້ຳຖ້ວມເຮັດໃຫ້ລາຄາເຂົ້າສານ ແລະ ຊີ້ນໝູ ຢູ່ທາງພາກໃຕ້ຂອງລາວ ເພີ່ມສູງຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາຄາຊີ້ນໝູ ແລະ ເຂົ້າສານເພີ່ມສູງຂຶ້ນ ຢູ່ແຂວງພາກໃຕ້ທີ່ປະສົບໄພນ້ຳຖ້ວມ ແຕ່ກໍຍັງຢູ່ໃນລະດັບທີ່ສາມາດຊື້ຂາຍໄດ້ ພາຍໃຕ້ການແຊກແຊງຂອງລັດຖະບານ.ລາຄາເຂົ້າສານເພີ່ມຂຶ້ນປະມານ 500 ເຖິງ 1000 ກີບຕໍ່ກິໂລ, ສ່ວນລາຄາຊີ້ນໝູເພີ່ມຂຶ້ນປະມານ 5,000 ກີບຕໍ່ກິໂລ ເນື່ອງຈາກພໍ່ຄ້າຊາວຂາຍປະສົບບັນຫາດ້ານການຂົນສົ່ງສິນຄ້າ, ຕາມການເປີດເຜີຍຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ.ຖະໜົນຫຼາຍສາຍໄດ້ຖືກນ້ຳຖ້ວມ ແລະ ພັງເສຍຫາຍ, ເຮັດໃຫ້ຊາວຄ້າຂາຍ ມີຄວາມຫຍຸ້ງຍາກໃນການເຂົ້າເຖິງລູກຄ້າ.ອ່ານຕໍ່ ...
ນ້ຳຖ້ວມປີກາຍເຮັດໃຫ້ລາຄາເຂົ້າຂຶ້ນສອງເທົ່າ
ລາຄາເຂົ້າສານໜຽວປັບຕົວສູງຂຶ້ນໃນລາວ, ຍ້ອນໄພນ້ຳຖ້ວມຄັ້ງໃຫຍ່ໃນດິນແດນທີ່ອຸດົມສົມບູນທີ່ສຸດໃນພາກພື້ນ ແລະ ສາເຫດອື່ນໆທີ່ກ່ຽວຂ້ອງ, ຄຽງຄູ່ກັນລາຄາອາຫານສ່ວນໃຫຍ່ທີ່ປັບຕົວສູງຂຶ້ນ ເນື່ອງຈາກການລະບາດຂອງພະຍາດອະຫິວາໝູອາຟຼິກາໃນຈີນ ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້ໃນຊ່ວງປີຜ່ານມາ.ເຈົ້າຂອງຮ້ານຂາຍເຂົ້າຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຕໍ່ໜ່ວຍຂ່າວ RFA ລາວວ່າ, “ລາຄາເຂົ້າສານແມ່ນເພີ່ມຂຶ້ນສອງເທົ່າ. ບາງເທື່ອອາດຂຶ້ນເຖິງສາມເທົ່າຕົວ. ປະຈຸບັນຢູ່ນະຄອນຫຼວງ ລາຄາເຂົ້າສານໜຽວໜຶ່ງໝື່ນແມ່ນຢູ່ທີ່ $13 ໂດລາ, ເພີ່ມຂຶ້ນຈາກ $7 ໂດລາໃນທ້າຍປີກາຍ.”ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-sticky-rice-price-increase-09052019094704.html
ເຈົ້າຂອງໂຮງສີເຂົ້າຮຽກຮ້ອງໃຫ້ອຳນາດການປົກຄອງເພີ່ມການສະໜອງເຂົ້າສູ່ຕະຫຼາດ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າຂອງໂຮງສີເຂົ້າໃນລາວຮຽກຮ້ອງໃຫ້ມີການແຊກແຊງຈາກຂະແໜງການລັດ ເພື່ອສ້າງສະຖຽນລະພາບໃຫ້ແກ່ລາຄາຂາຍຍ່ອຍເຂົ້າສານໃນຕະຫຼາດ, ແຕ່ວ່າເຈົ້າໜ້າທີ່ຍັງຄົງສືບຕໍ່ລໍຖ້າ ເພື່ອເຝົ້າຕິດຕາມສະຖານະການໄປອີກໄລຍະໜຶ່ງ.ໂຮງສີເຂົ້າຫຼາຍແຫ່ງກຳລັງປະສົບບັນຫາໃນການຊອກຫາ ແລະ ຈັດຊື້ເຂົ້າໃນລະດູຝົນ ເນື່ອງຈາກສະພາບຂາດແຄນດ້ານການສະໜອງ. ນີ້ໝາຍຄວາມວ່າຜູ້ບໍລິໂພກຕ້ອງຈ່າຍເງິນເພີ່ມຂຶ້ນເພື່ອຊື້ເຂົ້າ.ທ່ານນາງ ບຸນຮຽງ ພົມມີໄຊ ເຈົ້າຂອງໂຮງສີເຂົ້າຈຳປາຫອມ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ໃນວັນພຸດນີ້ວ່າ ໃນຊ່ວງສອງເດືອນຜ່ານມາ ລາຄາເຂົ້າເປືອກເຂົ້າໜຽວເພີ່ມຂຶ້ນຈາກ 2,800-3,000 ກີບຕໍ່ກິໂລ ເປັນ 4,500-4,700 ກີບຕໍ່ກິໂລ ຊຶ່ງຂຶ້ນຢູ່ກັບຄຸນນະພາບຂອງເຂົ້າ.ລາຄາເຂົ້າສານເຂົ້າໜຽວກໍ່ປັບເພີ່ມຂຶ້ນເຊັ່ນກັນຈາກ 6,000 ກີບຕໍ່ກິໂລ ເປັນ 7,500-8,000 ກີບຕໍ່ກິໂລ.ອ່ານຕໍ່ ...
ມະນີຈັນ ປັນສີວົງໄຊ
http://annx.asianews.network/content/millers-ask-authorities-increase-supply-rice-markets-102989
ຊາວສວນສາລີແຂວງໄຊຍະບູລີປະສົບກັບການຂາດທຶນມະຫາສານ
ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງໄຊຍະບູລີ ຄາດວ່າຈະຂາດທຶນເຖິງ 30% ໃນການສະໜອງສາລີຫວານສູ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດໃນປີນີ້ ເນື່ອງຈາກການໂຈມຕີຂອງບົ້ງຝູງສາລີ.ການລະບາດຂອງສັດຕູພືດດັ່ງກ່າວໃນປະຈຸບັນ (Spodoptera frugiperda) ໃນທົ່ວແຂວງໄດ້ສ້າງບັນຫາອັນໃຫຍ່ຫຼວງໃຫ້ແກ່ຊາວກະສິກອນ ແລະ ອຳນາດການປົກຄອງ ໃນການຄວບຄຸມການລະບາດ.ທ່ານ ສົມຫວັງ ແກ້ວວິໄລສັກ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ກ່າວວ່າ 30 ເປີເຊັນຂອງພື້ນທີ່ໄຮ່ສາລີທັງໝົດ 35,000 ເຮັກຕາ ໄດ້ຮັບຄວາມເສຍຫາຍຈາກການລະບາດຂອງບົ້ງສາລີດັ່ງກ່າວ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/sweetcorn-farmers-suffer-huge-losses-xayaboury-100823
ໝາກໂມລາວໄດ້ຮັບການອະນຸຍາດໃຫ້ນຳເຂົ້າສູ່ຕະຫຼາດຈີນຢ່າງເປັນທາງການ
ໜ່ວຍງານຄຸ້ມຄອງພາສີຂອງຈີນ (GAC) ໄດ້ແຈ້ງໃນວັນທີ 4 ກໍລະກົດນີ້ວ່າ ໝາກໂມຈາກລາວໄດ້ຜ່ານການຮັບຮອງດ້ານສຸຂະອະນາໄມພືດ ເຊິ່ງປະຈຸບັນສາມາດນຳເຂົ້າໃນປະເທດຈີນໄດ້ – ເປັນການເພີ່ມແຫຼ່ງນຳເຂົ້າໝາກໂມນອກລະດູແຫ່ງໃໝ່ສຳລັບຈີນ. ໃບຮັບຮອງດ້ານສຸຂະອະນາໄມພືດເພື່ອການນຳເຂົ້າໝາກໂມຈາກລາວສູ່ຈີນ ໄດ້ຮັບການຮັບຮອງໃນເດືອນມິຖຸນາທີ່ຜ່ານມາ ໃນລະຫວ່າງການຢ້ຽມຢາມລາວຂອງຄະນະຜູ້ແທນ GAC ເຊິ່ງນຳໂດຍທ່ານຮອງລັດຖະມົນຕີ ຫູ ເຫວີຍ.ໝາກໂມທີ່ຜະລິດໃນຈີນຕາມລະດູປົກກະຕິແມ່ນນັບແຕ່ເດືອນພຶດສະພາຫາເດືອນສິງຫາ. ຜົນຜະລິດຕາມລະດູຕາມປົກກະຕິຈະຂາຍໝົດພາຍໃນເດືອນພະຈິກ ເຖິງວ່າຈະມີການສະໜອງຢ່າງຕໍ່ເນື່ອງຈຳນວນໜຶ່ງຈາກແຂວງທາງພາກໃຕ້ຄື ໄຫໜານ, ຢຸນນານ, ກວາງສີ ແລະ ກວາງຕຸ້ງ. ຜົນຜະລິດນຳເຂົ້ານອກລະດູກໍສາມາດຕອບສະໜອງຊ່ອງຫວ່າງຄວາມຕ້ອງການນອກລະດູໄດ້ດີ.ນອກຈາກປະເທດລາວແລ້ວ ປະເທດທີ່ໄດ້ຮັບການອະນຸຍາດໃຫ້ສົ່ງອອກໝາກໂມໄປຈີນກໍມີ ປະເທດມຽນມາ, ຫວຽດນາມ, ແລະ ມາເລເຊຍ. ຄາດວ່າ 90% ຂອງໝາກໂມທີ່ປູກໃນມຽນມາ ແລະ ຫວຽດນາມ ແມ່ນສົ່ງອອກໄປຈີນ.ອ່ານຕໍ່ ...
Dan Siekman
https://www.producereport.com/article/laotian-watermelons-receive-formal-china-market-access