ຊາວສວນສາລີແຂວງໄຊຍະບູລີປະສົບກັບການຂາດທຶນມະຫາສານ

ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງໄຊຍະບູລີ ຄາດວ່າຈະຂາດທຶນເຖິງ 30% ໃນການສະໜອງສາລີຫວານສູ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດໃນປີນີ້ ເນື່ອງຈາກການໂຈມຕີຂອງບົ້ງຝູງສາລີ.

ການລະບາດຂອງສັດຕູພືດດັ່ງກ່າວໃນປະຈຸບັນ (Spodoptera frugiperda) ໃນທົ່ວແຂວງໄດ້ສ້າງບັນຫາອັນໃຫຍ່ຫຼວງໃຫ້ແກ່ຊາວກະສິກອນ ແລະ ອຳນາດການປົກຄອງ ໃນການຄວບຄຸມການລະບາດ.

ທ່ານ ສົມຫວັງ ແກ້ວວິໄລສັກ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ກ່າວວ່າ 30 ເປີເຊັນຂອງພື້ນທີ່ໄຮ່ສາລີທັງໝົດ 35,000 ເຮັກຕາ ໄດ້ຮັບຄວາມເສຍຫາຍຈາກການລະບາດຂອງບົ້ງສາລີດັ່ງກ່າວ.

ອ່ານຕໍ່…

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/sweetcorn-farmers-suffer-huge-losses-xayaboury-100823